ວີດີໂອ

ຄົນລາວ ຈາກແຂວງບໍຣິຄຳໄຊ ຂ້າມໄປໄທຍ ໜ້ອຍລົງ

2022-08-11

ເຖິງແມ່ນວ່າ ຣັຖບານລາວ ແລະຣັຖບານໄທຍ ຈະເປີດໃຫ້ປະຊາຊົນທັງ ລາວແລະໄທຍ ຂ້າມໄປມາຫາສູ່ກັນໄດ້ ໂດຍຜ່ານດ່ານສາກົນລາວ-ໄທຍ ທີ່ຢູ່ຕາມແຂວງຕ່າງໆ ໃນທົ່ວໄປປະເທດ ນັບຕັ້ງແຕ່ທ້າຍເດືອນພຶສພາ ທີ່ຜ່ານມາກໍຕາມ ແຕ່ຈົນມາຮອດປັດຈຸບັນນີ້ ດ່ານສາກົນແຂວງບຶງການ ທີ່ເຄີຍມີຊາວລາວ ຈາກແຂວງບໍຣິຄຳໄຊ ຂ້າມມາຊື້ເຄື່ອງຂອງ ກໍຍັງງຽບເຫງົາ ປານກັບວ່າ ທັງ 2 ປະເທດ ຍັງປິດດ່ານຊາຍແດນຢູ່.