ວີດີໂອ

ແມ່ຄ້າຊາວລາວ ຂາຍເຄື່ອງ ທີ່ຕລາດເປງຈານ ແຂວງໜອງຄາຍ ຂອງໄທຍ

2023-11-30

ບັນຍາກາດ ການຄ້າຂາຍ ທີ່ເຕັມໄປດ້ວຍຄວາມຄຶກຄື້ນ ຂອງຄົນລາວ ແລະຄົນໄທຍ ທີ່ຄ່ອຍໆຫຼັ່ງໄຫຼ ເອົາເຄື່ອງຂອງ ມາວາງຂາຍຮ່ວມກັນ. ນີ້ຄືພາບທີ່ບໍ່ໄດ້ພົບເຫັນມາກວ່າ 3 ປີແລ້ວ ໃນເຂດຜ່ອນຜັນ ພິເສດເປງຈານ ເມືອງຣັດຕະນະວາປີ ແຂວງໜອງຄາຍ ປະເທດໄທຍ ຫຼັງຈາກທີ່ກ່ອນໜ້ານີ້ ເຂດຜ່ອນຜັນພິເສດດັງກ່າວ ເຊິ່ງເປັນຕລາດ ລາວ-ໄທຍ ຕ້ອງປິດໂຕລົງ ຍ້ອນການຣະບາດ ຂອງໂຄວິດ-19. ຈົນເຖິງວັນທີ່ 12 ພຶສຈິກາ ທີ່ຜ່ານມາ ທາງການເມືອງຣັດຕະນະວາປີ ແຂວງຫນອງຄາຍ ຂອງໄທຍ ແລະເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ຂອງລາວ ເຫັນດີ ອະນຸຍາດໃຫ້ ເປີດຕລາດແຫ່ງນີ້ ຢ່າງເປັນທາງການ ເຕັມຮູບແບບ ອີກເທື່ອນຶ່ງ ເຊິ່ງມີຄົນທັງ 2 ຝັ່ງຂອງ ຫຼັ່ງໄຫຼເອົາເຄື່ອງຂອງ ມາວາງຂາຍ.