ຕອບຈົດໝາຍ: ວັນທີ 16 ກັນຍາ 2010

ຣາຍການ ຕອບຈົດໝາຍ ປະຈໍາສັປດາ ນີ້ ເຊີນທ່ານຟັງ ຈົດໝາຍ (ລູງນ້ຳຕົກຕາດ ຫລັກແປດ ປາກເຊ), (ລູກລາວໃຕ້), ຕິດຕາມດ້ວຍ ເພງ (ຮັກນື່ງໃຈດຽວ) ຂອງທ່ານ ສີລາວົງ...
ໄມຊູລີ
2010.09.16

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບກັນອີກ ຕາມວັນເວລາ ແລະສະຖານີ ແຫ່ງນີ້ ຫວັງວ່າທ່ານ ທ່ີຍັງເປັນແຟນ ຄົງບໍ່ລືມ ຕິດຕາມ ຮັບຟັງ. ຢ່າງໃດກໍຕາມ ເພື່ອບໍ່ໃຫ້ ທ່ານເສັຍເວລາ ຂໍເຊີນທຸກໆ ທ່ານເຂົ້າສູ່ ຣາຍການ ເລີຍ.

ຈົດໝາຍ ສະບັບທຳອິດ ນີ້ກໍຄື ຈົດໝາຍ ຂອງຍາລູງ (ນ້ຳຕົກຕາດ ຫຼັກແປດ ປາກເຊອີກ ສະບັບນີ້ ເພີ່ນໄດ້ສົ່ງ ຂໍ້ຄິດເຫັນ ສ່ວນຕົວ ກ່ຽວກັບ ເຣື້ອງ (ກຽດແລະສັກສີ) ຫຼືຄວາມ ສເມີພາບ ຂອງຄວາມເປັນລາວ ມາດັ່ງນີ້:

ອີງຕາມ ພຣະຣາຊໂອວາດ ຂອງ (ພຣະເຈົ້າຟ້າງຸ່ມ)  ທີ່ຊົງກ່າວວ່າ (ຂໍໃຫ້ຊົນຊາດ ລາວ ທັ້ງປະເທດ) ຈົ່ງຮັກກັນ ແພງກັນ ເໝືອນກັບ ລູກພໍ່ແມ່ ດຽວກັນ ຢ່າຢ້ານລື່ນ ຢ້ານເຫຼືອ ໃຊ້ອຳນາດ ຂົ່ມເຫັງດູຖູກ ດູໝີ່ນກັນ ຈົ່ງຊ່ວຍເຫຼືອ ຊື່ງກັນແລະກັນ) ສ່ວນເຈົ້າ ເພັຊຣາຊ ກໍໃຫ້ໂອວາດ ແກ່ (ເຈົ້າ ສຸພານຸວົງ) ວ່າຢ່າໄວ້ ໃຈຄົນ ຕ່າງຊາດ (ແກວ) ພວກນີ້ຕໍ່ໄປ ມັນຈະກືນກິນ ພວກເຈົ້າ.

ບາດນີ້ຂໍຍ້ອນ ໃສ່ເຣື້ອງທີ່ ທ່ານທອງລູນ ສີສຸຣິດ ຮອງານາຍຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງປະເທດ ຂອງ ສປປລາວ ເວົ້າເຖີງເຣື້ອງ ຖານະ ລາວນອກ ຫຼື ລາວໂພ້ນທະເລ ຈະກັບລາວ ສ່ວນຕົວແລ້ວ ຢາກໃຫ້ເພີ່ນ ເຂົ້າໃຈວ່າ ພວກເຮົາ ບໍ່ແມ່ນລາວນອກ ຫຼືລາວ ໂພ້ນທະເລ ເຫດຜົນທີ່ ພວກເຮົາ ອອກຈາກເມືອງລາວ ໄປຢູ່ America ຫຼື ປະເທດອ່ືນ ກໍແມ່ນ ໜີຮ້ອນ ໄປເພີ່ງເຢັນ ບໍ່ແມ່ນຕັ້ງໃຈ ປະຖີ້ມ ປະເທດຊາດ ບ້ານເມືອງ ສະນັ້ນ ສົມຄວນທີ່ ພວກເພີ່ນຈະຮັບ ພວກເຮົາຄືນລາວ ໃນຖານະ ທີ່ເປັນຄົນລາວ ນຳກັນ ວ່າຊັ້ນຊະ .... ຢ່າວ່າ ພວກເຮົາແມ່ນ (ລາວນອກ ຫຼື ລາວໂພ້ນທະເລ ເລີຍ) ຖ້າທ່ານ ຍັງຮັກຄົນລາວ ດ້ວຍກັນ ວ່າຊັ້ນ… ທີ່ກ່າວມານີ້ ກໍຄື ຂໍ້ຄິດເຫັນ  ຂອງຍາລູງ (ນ້ຳຕົກຕາດ ຫຼັກແປດ ປາກເຊ)  ຫັວງວ່າ ທ່ານຜູ້ຟັງ ຄົງນຳໄປ ພິຈາຣະນາ ຊ່ວຍ ຍາລູງ (ນ້ຳຕົກຕາດ ຫຼັກແປດ ປາກເຊ) ແລະ ຢ່າລືມ ຂຽນຈົດໝາຍ ເຂົາມາຮ່ວມ ຣາຍການ ຂອງພວກເຮົາ.

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກ (ລູກລາວໃຕ້) ທີ່ ເມືອງ Sandiego ຣັຖ California ສະບັບນີ້ ເພີ່ນຂຽນມາວ່າ:

ມາອີກແລ້ວ ຫວັງວ່າ  Maysoly ຄົງສະບາຍ ຢູ່ຕິ້? ທີ່ຂຽນມານີ້ ບໍ່ແມ່ນ ຣົບກວນເດີ ວ່າຊັ້ນ ເວົ້າແລ້ວເຮັດວຽກ ກັບມວນຊົນ ຫຼື ໃນໂລກກ້ວາງ ອັນນີ້ ກໍເປັນ ແບບນີ້ລະ ໃນເວລາ ດຽວກັນ ກໍມີທັ້ງ ຜູ້ຕິ ແລະຜູ້ຊົມ ອັນນີ້ ຄົງຮູ້ດີ ….

ຂອບໃຈອີກ ເທື່ອນື່ງ ທີ່ຈັດເພງ (ສີທັນດອນ) ໃຫ້ເມື່ອໄດ້ຟັງ ເພງແລະໝໍລຳ ກ່ຽວກັບຖີ່ນ ກຳເນິດ ແຫ່ງນັ້ນແລ້ວ ຍີ່ງພາໃຫ້ຄິດ ໄປເຖີງອາດິດ ຮ້ອຍຢ່າງ ພັນແນວ ເພາະຕົກໄປ ໄກໜ້າ ສຸດແຜ່ນດີນ ສີ້ນສາຍທາຣາ..

ສວ່ນ ເຣື້ອງທີ່ວ່າ (ລູກລາວໃຕ້) ຈະຮ້າຍ ຫຼືຄຽດນັ້ນ ແມ່ນບໍ່ມີເລີຍ ດີໃຈເຕັມ ຮ້ອຍ ທີ່ກ້າເອົາ ຈົດໝາຍ ສະບັບນັ້ນ ມາອ່ານ ອອກອາກາດ ຍີ່ງພວກ ຜູ້ນຳລາວ ຄົງບໍ່ພໍໃຈ ຢູ່ແລ້ວ ພວກເຂົາ ປຸກຣະດົມ ປະຊາຊົນ ເກືອບທຸກທິດ ບໍ່ໃຫ້ຟັງ ຂ່າວ ໂລກພາຍນອກ ສະເພາະກໍແມ່ນ ທີ່ເຂົາເອີ້ນວ່າ ບໍ່ໃຫ້ຟັງສຽງ ຂອງຄົນບໍ່ດີ ວ່າຊັ້ນ ອັນນີ້ໃຫ້ຄິດ ເສັຍວ່າ ປາກຄົນ ບໍ່ຄືປາກໃຫ ໃຫ້ຄິດວ່າ ຄົນມັກຢອກ ບໍ່ຕ້ອງກົວຢິກ ເພີນວ່າ ຜູ້ຮັກເທົ່າ ຜືນໜ້າ ຜູ້ຊັງເທົ່າ ຜືນສາດ ວ່າຊັ້ນ ແມ່ນບໍ່? ຂໍແຕ່ເວົ້າ ໃຫ້ມີ ສັມມາວາຈາ ແລະສັມມາ ທິດຖີ ເວົ້າຖຶກ ຄິດຖຶກ ທີ່ໄດ້ສັມຜັດມາ ບໍ່ແມ່ນ ຊອຍຫອມໃສ່ ປາກເຮົາເອງ… ຂໍອະໄພ ນາງຫຼ້າ ບໍ່ແມ່ນເທສ ໃຫ້ຟັງເດີ ຈົ່ງພູມໃຈ ເພາະ ເຮັດວຽກໃຫ້ຊາດ ຕາງໜ້າເຜົ່າພັນ ແລະ ຊຸມຊົນວ່າຊັ້ນ.

ທີ່ກ່າວມານີ້ ກໍຄືເນື້ອຄວາມ ໃນຈົດໝາຍ ຂອງ (ລູກລາວໃຕ້) ຂໍຂອບໃຈ ທີ່ ຕິຊົມມາ ເຖີງຢ່າງໃດ ທາງພິ້ ຮັບຟັງໄດ້ສເມີ ຂໍໃຫ້ທ່ານ ເປັນຜູ້ໂຊກດີໆ ກໍແລ້ວກັນ  ເນາະ!

ທ່ານຜູ້ຟັງທີ່ ເຄົາຣົບ ເວົ້າມາ ກໍຍຶດຍາວ ພໍສົມຄວນ ສະນັ້ນ ເພື່ອເປັນການ ປ່ຽນບັນຍາກາດ ອັນດັບຕໍ່ໄປ ຂໍເຊີນທ່ານມາ ຜ່ອນອາຣົມ ນຳສຽງເພງ ອອນຊອນໆ ເພງນື່ງ ເພື່ອປິດທ້າຍ ຣາຍການ ເພງທີ່ທ່ານ ຈະໄດ້ຮັບຟັງ ໃນອັນດັບ ຕໍ່ໄປນີ້ ມີຊື່ວ່າ (ຮັກນື່ງໃຈດຽວ) ຊື່ງເປັນຜົນງານ ແລະ ຂັບຮ້ອງໂດຍ: ທ່ານ (ສີລາວົງ ແກ້ວ) ຂໍມອບເປັນ ຄວາມສຸກໃຈ ແດ່ທຸກໆ ທ່ານ ທີ່ກຳລັງ ໃຫ້ກຽດຕິດຕາມ ຮັບຟັງຣາຍການ ຕອບຈົດໝາຍ ຢູ່ໃນ ຂນະນີ້ ໂດຍສະເພາະ ກໍແມ່ນ ທ່ານທີ່ກຳລັງ ມີຄວາມຮັກ ຢ່າງຫວານຊື່ນ ເນາະ! ແລະພ້ອມກັນນີ້ ທາງວິທຍຸ ເອຊັຍເສຣີ ຂໍຟາກ ຄວາມຂອບໃຈ ມາຍັງ ທ່ານ ສີລາວົງ ທີ່ໄດ້ ມອບ CD ແຜ່ນນີ້ເປັນ ກັມມະສິດ ຂອງ ວິທຍຸ ເອເຊັຍເສຣີ ຊື່ງພວກເຮົາ ຈະຂໍເກັບໄວ້ ໃນຫ້ອງສົ່ງ ເພື່ອນຳມາ ອອກອາກາດ ໃຫ້ຜູ້ຟັງໄດ້ ຟັງນຳກັນ ໂອກາດໜ້າ ຖ້າທ່ານມີ ຜົນງານໃໝ່ໆ ອອກມາ ກໍຢ່າລືມ ສົ່ງມາໃຫ້ ທາງພີ້ແດ່ ຂໍຂອບໃຈ ລ່ວງໜ້າ ເຊີນທ່ານ ຮັບຟັງໄດ້ເລີຍ...

ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ມາຮອດນີ້ ເວລາ ແຫ່ງຣາຍການ ຕອບຈົດໝາຍ ກໍໝົດລົງ ພຽງເທົ່ນີ້ Maysoly ຂໍເຊີນ ທ່ານຕິດຕາມ ຮັບຟັງໄດ້ໃໝ່  ໃນວັນ ພຣະຫັດໜ້າ … ສບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.