ຕອບຈົດໝາຍ: ວັນທີ 2 ກັນຍາ 2009

ໃນສັປດານີ້ ພວກເຮົາ ກໍໄດ້ຮັບຈົດໝາຍ ຈາກທ່ານຜູ້ຟັງ ຫລາຍໆຄົນ ດ້ວຍກັນ, ແຕ່ໄດ້ນໍາເອົາ ຈົດໝາຍ ຂອງທ່ານ ທີ່ໃຊ້ ນາມປາກກາ ວ່າ ລາວ ອົພຍົບ ແລະ ຂອງທ່ານ ຄ. ຍົມມະຣາຊ, ຕິດຕາມ ມາດ້ວຍຜົລງານເພງ ຂອງ ສິດ ດົງໂດກ ມາໃນເພງ ”ປູ່ ສອນຫລານ” ມາເຣີ້ມດ້ວຍຈົດໝາຍ ຂອງທ່ານ ລາວ ອົພຍົບ.
ຈະເຣີນສຸກ
2009.09.03

ໃນຈົດໝາຍ ສະບັບນີ້ ທ່ານ ບອກວ່າ ທ່ານ ຂໍມີຄວາມເຫັນ ນໍາບັນດາ ແຟນໆ ຣາຍການ ຂອງພວກເຮົາ ພ້ອມກັບ ຂໍສເນີ ສິ່ງທີ່ເປັນປໂຍດ ເພື່ອແກ້ໄຂ ແນວຄິດ ຂອງບັນດາທ່ານ ທີ່ເປັນສະມາຊິກ ຂອງພັກ-ຣັຖ ທັງຢູ່ໃນ ແລະ ນອກປະເທດ, ພ້ອມທັງ ບັນດາຄົນລາວ ອົພຍົບ ທົ່ວໆໄປ ທີ່ສນັບສນຸນ ແນວທາງ ນະໂຍບາຍ ທີ່ ສລາດສ່ອງໃສ ຂອງ ພັກ-ຣັຖ ຄື ດັ່ງນີ້:
1. ພັກ-ຣັຖ ໄດ້ຂາຍປະເທດຊາຕ ໃຫ້ຕ່າງປະເທດໝົດແລ້ວ, ທາງເໜືອ ແບ່ງຂາຍໃຫ້ຄົນຈີນ ເພື່ອສ້າງສູນກາຊີໂນໃຫຍ່ ຣະດັບສາກົນ ຢູ່ຫ້ວຍຊາຍ, ອະນຸຍາດ ໃຫ້ປູກ ຕົ້ນຢາງພາຣາ ຢູ່ຫລາຍແຂວງ, ຂຸດຄົ້ນ ບໍ່ແຮ່ທັມມະຊາດ ແລະ ສ້າງ ເຂື່ອນໄຟຟ້ານໍ້າຕົກ ໃນຫລາຍເຂດ. ຢູ່ພາກໃຕ້ ໄດ້ແບ່ງຂາຍໃຫ້ ວຽດນາມ ເພື່ອປູກຢາງພາຣາ ແລະ ຂຸດບໍ່ແຮ່ ທັມມະຊາດ ພ້ອມທັງ ອະນຸຍາດ ໃຫ້ສ້າງ ເຂື່ອນໄຟຟ້ານໍ້າຕົກ ໃນຫລາຍຈຸດ. ພັກ-ຣັຖ ຂັ້ນສູງ ແລະ ອໍານາດ ການປົກຄອງ  ທ້ອງຖິ່ນ ຍຸທ່າງ ກອບໂກຍ ເອົາຄ່າ ສັມປະທານ ອະນຸຍາດ ເປັນລ້ານເປັນໂກດ ແຕ່ບໍ່ໄດ້ສ້າງຄວາມຈະເຣີນ ຫລື ພັທນາ ໃນເຂດຂຸດຄົ້ນ ສັມປະທານ ນັ້ນເລີຍ. ປະຊາຊົນ ທ້ອງຖິ່ນ ຍັງທຸກຍາກ ເໝືອນເດີມ, ຍ້ອນຖືກບຽດຍຶດ ທີ່ດິນ ກັມມະສິດ ຂອງຕົນເອງ ແລະ ດຽວນີ້ ກາຍມາເປັນ ລູກຈ້າງ ຂອງນາຍທຶນ ວຽດນາມ ແລະ ຈີນ ແລະ ອື່ນໆ.
2. ຍອ້ນ ໄດ້ຮັບ ສັມປະທານ ຄືແນວນັ້ນ, ຊາວຈີນ, ຊາວວຽດນາມ ໄດ້ລັ່ງໄຫລ ເຂົ້າມາ ບ້ານເຮົາ ທຸກມື້ທຸກວັນ, ຍາດແຍ່ງອາຊີບ ຫລື ບ່ອນທໍາມາຫາກິນ ຂອງຄົນລາວ ຍ້ອນພວກເຂົາ ມີເງິນ ແລະ ອິດທິພົນ. ກົດໝາຍ ຄວບຄຸມ ຄົນເຂົ້າເມືອງ ຂອງລາວ ບໍ່ຮັດກຸມ, ຣະບົບ ການເສັຍພາສີ ຂໍອະນຸຍາດ ການຄ້າຂາຍ ມີຊ່ອງຫວ່າງ, ເຈົ້າໜ້າທີ່ ພະນັກງານ ຊ່ອຍຄົນຜິດ ຫາກິນນໍາ ຄົນຕ່າງດ້າວ, ປະຊາຊົນລາວ ຂາດສິດຂາດສຽງ ຫາກມີຄະດີຜິດຖຽງກັນ ກັບຄົນຕ່າງດ້າວແລ້ວ, ຄົນລາວ ເສັຍປຽບ ສເມີ ເພາະສານ ບໍ່ສັກສິດ, ເຈົ້າໜ້າທີ່ ຕໍາຣວດ ກໍຫາເງິນ ເຮັດຄະດີຜິດ ໃຫ້ເປັນຖືກ. ຕົວຢ່າງ: ເມືອງທ່າແຂກ, ຕລາດທ່າແຂກ, ຮ້ານຄ້າຮ້ານຂາຍ ຈະແມ່ນຄົນວຽດໝົດ, ການຜລິດ, ການກໍ່ສ້າງ, ການຂົນສົ່ງ ກິຈການ ຂາເຂົ້າ-ຂາອອກ ຈະແມ່ນຊາວວຽດນາມ ເປັນເຈົ້າການ. ຢູ່ວຽງຈັນ ຄຸ້ມດົງປ່າລານ,ໂພນໄຊ, ນາໄຊ, ສະພານທອງໃຕ້-ເໜືອ ກາຍເປັນເມືອງວຽດແລ້ວ, ບໍ່ເວົ້າເຖິງ ສວັນນະເຂດ, ປາກເຊ, ຊຶ່ງມີຊາວວຽດນາມ ແຕ່ເກົ່າກ່ອນແລ້ວ.
ຢູ່ຄຸ້ມໜອງດ້ວງ, ທົ່ງຂັນຄໍາ ໄດ້ກາຍເປັນເມືອງຈີນແລ້ວ ເພາະທຸຣະກິດ ອັນສໍາຄັນ ຕ່າງໆ ຢູ່ໃນກໍາມື ຂອງຄົນຈີນ. ນອກນັ້ນ ພັກ-ຣັຖ ຍັງໄດ້ອະນຸຍາດ ໃຫ້ຄົນຈີນ ສັມປະທານ ສ້າງເມືອງຂຶ້ນ ທີ່ບຶງທາດຫລວງ ແລະ ເຂດຫລັກ 18 ອີກ. ອີກບໍ່ດົນ, ປະຊາຊົນຈີນ ແລະ ວຽດ ຈະອອກແມ່ແຜ່ລູກ ເປັນເຈົ້າເປັນນາຍ ແທນ ພັກ-ຣັຖ ໄປໃນຕົວ, ຄົນຈີນ ຄົນວຽດ ເຮັດຫຍັງ ໄດ້ໝົດ, ບໍ່ໄດ້ສັນຊາດ ກໍເອົາເມັຍລາວໄດ້, ຄ້າຂາຍໄດ້ ມີສິດມີສຽງ ເໜືອຄົນລາວ. ແຕ່ບັດ ຄົນລາວ ຈາກປະເທດທີ 3 ຜັດມີກົດໝາຍ ຫ້າມປາມ ແນວນັ້ນແນວນີ້. ອັນນີ້ບໍ? ຄໍາວ່າ ພັກ-ຣັຖ ສລາດສ່ອງໃສ?
3. ພັກ ປະຊາຊົນ ປະຕິວັດລາວ ແມ່ນແຕ່ຂແນງນຶ່ງ ຂອງພັກຄອມມິວນິດ ວຽດນາມ, ປະເທດລາວ ເປັນແຂວງນຶ່ງ ຂອງວຽດນາມ, ກົມການເມືອງ ແລະ ສູນກາງພັກ ຂອງລາວ ແມ່ນພະນັກງານ ຂອງພັກຄອມມິວນິດ ວຽດນາມ ເຮັດຕາມຄໍາສັ່ງ ຂອງນາຍເໜືອຫົວ, ທິດທາງ ນະໂຍບາຍ ແລະ ແຜນການ ທັງໝົດ ຂອງລາວ ແມ່ນ ມາຈາກວຽດນາມ. ຜູ້ໃດ ບໍ່ຮຽນຈາກວຽດນາມ ຫລື ບໍ່ຜ່ານການເລືອກເຟັ້ນ ຈາກທີ່ປຶກສາ ວຽດນາມແລ້ວ, ບໍ່ໄດ້ຮັບຕໍາແໜ່ງສູງ ທາງດ້ານ ການເມືອງເລີຍ ແລະ ກໍບໍ່ກ້າວໜ້າ, ພວກທີ່ຮຽນ ຈາກປະເທດນາຍທຶນ ທັງຫລາຍ ໄດ້ເປັນແຕ່ ຝ່າຍວິຊາການ ແລະ ຂແນງການ ທີ່ບໍ່ສໍາຄັນ ເທົ່ານັ້ນ. ເປົ້າໝາຍ ຂອງວຽດນາມ ແມ່ນຈະກືນກິນລາວ ທັງໝົດ ໃນອະນາຄົດ, ຜູ່ໃດ ຂັດຂືນ ແມ່ນຕ້ອງຖືກ ປັດເຂັ່ຍ ຫລື ທໍາລາຍ. ອິດທິພົນ ຂອງຈີນ ແມ່ນ ພັກ-ຣັຖ ດຶງມາສັ່ງຊາ ກໍາລັງ ຂອງວຽດນາມ ເພື່ອບໍ່ໃຫ້ ບັງຄັບ ພັກ-ຣັຖ ຈົນເກີນໄປ ແຕ່ສຸດທ້າຍ ເມືອງລາວ ຈະເປັນ 2 ເຂດ, ສອງອໍານາດ ອັນຍິ່ງໃຫຍ່. ພັກ-ຣັຖ ຈະໝົດອໍານາດໄປ, ໃນທີ່ສຸດ ປະຊາຊົນລາວ ຈະໄດ້ຮັບກັມ, ລູກຫລານ ຂອງວຽດນາມ, ຂອງຈີນ ຈະແຍ່ງກັນ ເປັນໃຫຍ່.
ທ່ານ ຜູ້ຟັງທີ່ເຄົາຣົບ, ນັ້ນ ກໍແມ່ນຄວາມຄິດເຫັນ ຂອງທ່ານ ທີ່ໃຊ້ນາມປາກກາ ວ່າ ”ລາວ ອົພຍົບ” ຊຶ່ງທ່ານ ໄດ້ຂຽນມາຫລາຍ ພໍສົມຄວນ, ເຖິງຢ່າງໃດ ກໍຂໍໃຫ້ ທ່ານຜູ້ຟັງ ນໍາເອົາໄປຄິດ ແລະ ພິຈາຣະນາ ເອົາວ່າ ເປັນຄວາມຄິດ ທີ່ເປັນຄວາມຈິງ ແລະ ເປັນຜົນປໂຍດ ຫລືບໍ່?
ຂອບໃຈ ນໍາທ່ານ ລາວ ອົພຍົບຫລາຍໆ ທີ່ໄດ້ສະຣະເວລາ ຂຽນ ແລະ ສົ່ງຄວາມເຫັນ ມາໃຫ້ພວກເຮົາ ຍາວເຖິງ 2 ໜ້າເຈັ້ຍ ກ່ວາໆ.
ຈົດໝາຍສະບັບຕໍ່ໄປ ແມ່ນ ຂອງຜູ້ທີ່ໃສ່ ນາມປາກກາ ວ່າ ຄ. ຍົມມະຣາຊ, ຊຶ່ງທ່ານ ສົ່ງຄວາມສະບາຍດີ ແລະ ຮັກແພງ ມາໃຫ້ ທິມງານ ຂອງພວກເຮົາ ໝົດທຸກຄົນ. ທ່ານ ຄ.ຍົມມະຣາຊ ຂຽນວ່າ: ທັສນະຄະຕິ ພຣະອາຈາລ ກອນກັນ ກົດປຸນໂຍ ໄດ້ສະແດງອອກ ເປັນທັມມະຄະຕິ ທາງປັນຍາ ໃນວັນທີ 8 ເດືອນກໍຣະກະດາ 2009 ຢ່າງບໍ່ມີ ອາສະວະ ປົນເຈືອ ເຮັດໃຫ້ມວນຊົນລາວ ທົ່ວທຸກແຫ່ງ ທີ່ຈະເຣີນດ້ວຍ ສິລ, ສະມາທິ ແລະ ປັນຍາແລ້ວ ຮູ້ແຈ້ງ ເຫັນຈິງ ໃນຫລັກໝັ້ນ ແນວຄິດ ຂອງເພິ່ນດີ ຄື:
1.    ອາຍະໂກສົນ        ສລາດໃນຄວາມຈະເຣີນ
2.    ອະປາຍະໂກສົນ     ສລາດຮູ້ວ່າ ອັນໃດເຊື່ອມ
3.    ອຸປາຍະໂກສົນ        ສລາດໃນອຸບາຍ ເວັ້ນຈາກເຊື່ອມ
ປັນຍາທັມ 3 ປະການນີ້ ສຸດແສນປະເສີດ ເປັນປໂຍດສຸກ ຂອງປະເທດຊາຕ ແລະ ປະຊາຊົນລາວ ຮາກແກ້ວ, ຊຶ່ງເປັນເຈົ້າຂອງ ແທ້ໆ ຂອງແຜ່ນດິນ ຢ່າງເປັນທັມ.
ນັບຕັ້ງແຕ່ ວັນທີ 2-12-1975 ເປັນຕົ້ນມາ, ບໍ່ວ່າ ພັກໃດ, ຝ່າຍໃດ ຈະເກັ່ງກ້າ ແລະ ມີໄຊຊະນະ ກໍຕາມ, ພວກ ຫລື ຝ່າຍທີ່ເສັຍຫາຍ ແບບເຈັບແສບ ເຫລືອການຄາດຄະເນໄດ້ ກໍແມ່ນ ປະເທດຊາຕ ແລະ ປະຊາຊົນລາວ ເທົ່ານັ້ນ. ນີ້ລະ ຄື ຄວາມຈິງ.
ຄວາມສລາດສ່ອງໃສ ໃນການນໍາພາ ຂອງພັກ, ການບໍຣິຫານ ພາຣະກິຈ ຂອງຣັຖ ຕລອດ ເຖິງການຜ່ານກົດໝາຍ ຕ່າງໆ ຂອງສະພາປະຊາຊົນລາວ ຢູ່ວຽງຈັນທນ໌ ໃນປັດຈຸບັນນີ້ ແມ່ນໃຊ້ຄວາມເຫັນ ຮວມສູນ ເປັນທີ່ຕັ້ງ ຈຶ່ງເກີດວິກິຈ ແບບຮອບດ້ານ ຢ່າງອັດຫູຟັງ, ຫລັບຕາເຮັດ, ຍ້ອນບໍ່ໄດ້ໃຊ້ ວຸດທິທາງຄວາມຮູ້, ທາງປັນຍາ, ທາງຈະລິຍະທັມ ເປັນທີ່ຕັ້ງ ໃນການພັທນາ ແລະ ແກ້ໄຂບັນຫາ ຂອງຊາຕ ແລະ ປະຊາຊົນ. ຈຶ່ງຂໍເວົ້າແຈ້ງວ່າ ແມ່ນຣະບອບ ”ອັຕຕາ ທິປະໄຕ” ຍົກຕົວຢ່າງ ແຈ້ງໆ ແລະ ນ້ອຍໆ ໃຫ້ຮູ້ວ່າ: ການແກ້ໄຂ ບັນຫາ ຢາເສບຕິດ ໃນຄວາມເຫັນ ຂອງພັກ-ຣັຖ ແລ້ວ ວ່າ ມັນຍາກ ເພາະຂາດເງິນ ຫລື ງົປມານ. ຈຶ່ງຂໍອອກຄວາມເຫັນ ສ່ວນຕົວ ແນວນີ້, ພວກແກ້ໄຂບັນຫາ ຕ້ອງການຜົນປໂຍດ, ຜູ້ຊື້ກິນ ແມ່ນຈະຕ້ອງຕາຍ, ຜູ້ຂາຍ ຈະຕ້ອງຕິດຄຸກ. ນີ້ລະ ຄວາມເຫັນ.
ສຸດທ້າຍ ຂໍອະນຸໂມທະນາ ສາທຸ ຕໍ່ພຣະອາຈານ ທີ່ແຜ່ກຸສົນທັມ ດ້ວຍເມຕຕາ, ກະລຸນາ, ມຸທິຕາ ແລະ ອຸບເປຂາ ແດ່ ປະເທດຊາຕ ຕລອດ ເຖິງພຸທບໍຣິສັທລາວ ທົ່ວທຸກແຫ່ງ ໄດ້ຊາບ, ຊຶ່ງໃນພຸທຣັຕນະ, ທັມຣັຕນະ ແລະ ສັງຄະຣັຕນະ ໃນຄັ້ງນີ້, ຂໍພຸທສາສນາ ຈົ່ງຍືນຍົງ ຄົງກະພັນ ແລະ ເປັນສະຖາບັນຫລັກ ຂອງຊາຕລາວ ຢ່າງວັທນະຖາວອນ ກໍຂ້າເທີ້ນ.
ທ່ານ ຜູ້ຟັງທີ່ເຄົາຣົບ, ນັ້ນກໍແມ່ນຄວາມຄິດເຫັນ ຂອງທ່ານ ຄ. ຍົມມະຣາຊ ທີ່ໄດ້ສົ່ງມາຮ່ວມຣາຍການ ຂອງພວກເຮົາ ໃນສັປດານີ້, ຊຶ່ງທາງວິທຍຸ ເອເຊັຍເສຣີ ຂອງພວກເຮົາ ມີໜ້າທີ່ ນໍາມາສເນີທ່ານ ເທົ່ານັ້ນ, ສ່ວນຄວາມຄິດເຫັນ ຂອງທ່ານ ຈະເປັນຈິງ ແລະ ເປັນປໂຍດແນວໃດ ຂໍໃຫ້ທ່ານ ຜູ້ຟັງ ພິຈາຣະນາ ເອົາເອງ ກໍແລ້ວກັນ.
ຈົດໝາຍ 2 ສະບັບ ມື້ນີ້ ກໍຍາວ ພໍສົມຄວນ, ບັດນີ້ ມາຟັງຜົລງານເພງ ຂອງສິດດົງໂດກ, ທີ່ມີຊື່ວ່າ ປຸ່ສອນຫລານ….
(ເພງ ປູ່ສອນຫລານ)
ປູ່ສອນຫລານ, ຜົນງານ ເພງຂອງສິດ ດົງໂດກ ຫວັງວ່າ ຄົງສ້າງຄວາມມ່ວນຊື່ນ ໃຫ້ທຸກໆທ່ານ ທີ່ຮັບຟັງຣາຍການ ຂອງພວກເຮົາ ຢູ່ໃນປັດຈຸບັນນີ້…. ຊຶ່ງການປະພັນເພງ ຂອງ ນັກສຶກສາ ດົງໂດກ ກໍບໍ່ໄດ້ໜ້ອຍໜ້າ ຈາກສິດສະຖາບັນອື່ນໆ…
ທ່ານ ຜູ້ຟັງທີ່ເຄົາຣົບ ມາຮອດນີ້ ເວລາ ຣາຍການ ຕອບຈົດໝາຍ ປະຈໍາສັປດາ ກໍໝົດລົງພຽງເທົ່ານີ້ ເຊີນທ່ານ ຕິດຕາມຮັບຟັງ ຣາຍການຕອບຈົດໝາຍໄດ້ ໃນສັປດາໜ້າ… ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.