ຕອບຈົດໝາຍ: ວັນທີ 9 ກັນຍາ 2009
ຕອບຈົດໝາຍ ຂອງທ່ານ ປະຕິກາຣລາວ, ຄ. ຍົມມະຣາຊ, ຄໍາໄມ ສາຍແມ່ນໍ້າຂອງ ແລະ ທ່ານ ໂຮຊີໂນະ, ຕິດຕາມມາດ້ວຍ ເພງ ”ຮັກສາວໂພນໂຮງ” ພາຍໃນ ສັປດານີ້, ພວກເຮົາ ກໍໄດ້ຮັບ ຈົດໝາຍ ຂອງທ່ານ ຜູ້ຟັງຫລາຍໆທ່ານ ດ້ວຍກັນ, ຊຶ່ງສົ່ງມາທາງໄປສນີ ແລະ ອີເມລ, ບາງຄົນ ກໍສເນີ ຄວາມຄິດເຫັນ ແລະ ບາງຄົນ ກໍຂຽນ ຖາມຂ່າວຄາວ ແລະ ຝາກຄວາມສະບາຍດີ ມາຫາ ທິມງານ ວິທຍຸ ເອເຊັຍເສຣີ ພວກເຮົາ ໝົດທຸກຄົນ. ເຖິງຢ່າງໃດ ກໍຂອບໃຈ ນໍາທຸກໆທ່ານ ທີ່ໄດ້ສົ່ງຂ່າວຄາວ ແລະ ຄໍາຕິຊົມ ມາຫາພວກເຮົາ…
-
ຈະເຣີນສຸກ
2009-09-10 -
-
-
Your browser doesn’t support HTML5 audio
ຈົດໝາຍ ສບັບທໍາອິດນີ້ ແມ່ນຂອງທ່ານ ທີ່ໃຊ້ ນາມປາກກາ ວ່າ ປະຕິກາຣລາວ, ຂຽນມາຈາກ ນະຄອນ ຊີກາໂກ, ຊຶ່ງເພິ່ນຂຽນເຣີ້ມຕົ້ນ ໃນຈົດໝາຍວ່າ ຜູ້ຂ້າ ໃນນາມປະຕິກາຣລາວ ມີຄໍາເຫັນ ເລັກນ້ອຍ ເຖິງຜູ້ນໍາລາວແດງ ທຸກໆທ່ານ. ໃນຄໍາເວົ້າ ປະໂຫຍກ ວ່າ ”ສາທາລະນະລັດ ປະຊາທິປະໄຕຍ໌ ປະຊາຊົນລາວ”
ໃສ ປະຊາຊົນລາວ ທັງໝົດ ປະເທຕ ບໍ່ເຫັນມີ ປະຊາທິປະໄຕຍ໌. ຊິເຮັດຫຍັງ ຕ້ອງເຮັດຕາມພັກ ສອນນອນ ຕາມພັກສັ່ງ ນັ່ງຕາມພັກ ບັນຊາ. ນອກຈາກນີ້ ຕຽມຕົວ ໄປສັມມະນາ ທີ່ເມືອງ ໄກ່ບໍ່ຂັນ. ຜູ້ຂ້າ ໄດ້ຍິນ ສເມີ ຈາກຄົນເມືອຢາມເມືອງລາວມາ ວ່າ ເມືອງລາວ ຈະເຣີນແລ້ວ ແມ່ນແທ້ ຈະເຣີນ ໃນຄລັບ ໃນບາຣ ຫລື ບາຜູ້ຍິງຫາເງິນ ເກີດຂຶ້ນ ປານດອກເຫັດ. ຖ້າຈະເຣີນແທ້ ເດັກນ້ອຍລາວ ຕ້ອງໄດ້ມີໂອກາດ ຮັບການສຶກສາ ຕຽມຕົວຮັບໃຊ້ຊາຕ ໃນອະນາຄົດ. ປະຊາຊົນ ມີຢູ່ມີກິນ, ໄດ້ຮັບປະກັນພັຍ ດ້ານສັງຄົມ, ຢູ່ຮ່ວມກັນ ດ້ວຍສັນຕິ. ປັດຈຸບັນ ພື້ນຖານ ສໍາຄັນ ຕ້ອງມີປະຊາທິປະໄຕຍ໌ ຢ່າງເຕັມສ່ວນ ມັນໝາຍເຖິງ ໂອກາດ ທີ່ຈະກ້າວໄປ ສູ່ຄວາມຈະເຣີນ ວັທນາຖາວອນໄດ້.
ນັ້ນ ກໍແມ່ນຄວາມຄິດເຫັນ ຂອງທ່ານ ທີ່ໃສ່ນາມປາກກາ ວ່າ ປະຕິກາຣລາວ… ທີ່ໄດ້ສົ່ງມາຮ່ວມໃນຣາຍການ ຂອງພວກເຮົາ ໃນສັປດານີ້.
ສະບັບຕໍ່ໄປ ແມ່ນຂອງທ່ານ ຄໍາໄມ ສາຍແມ່ນໍ້າຂອງ. ໃນສະບັບນີ້ ທ່ານ ບອກວ່າ ທ່ານ ຂໍສົ່ງ ສຸພາສິດ ໄປເຖິງ ພະນະທ່ານ ພັກ-ຣັຖ ຜູ້ປົກຄອງ ຜູ້ມີອໍານາດ ທັງຫລາຍ ໃນລາວ ດັ່ງນີ້:
”ຕິເພື່ອກໍ່, ສໍ້ເພື່ອທໍາລາຍ, ຜົລເສັຍຫາຍ ໃຫ້ພິຈາຣະນາ ຖ່ວນຖີ່, ຮ່ອນເຂິງ ເບິ່ງຖືກຕ້ອງ ແລ້ວຈຶ່ງໄດ້ວ່າຕາມ”
ທ່ານ ຂຽນຕື່ມວ່າ ການທີ່ສ້າງເຂື່ອນໃສ່ ແມ່ນໍ້າຂອງນັ້ນ ມີຜົນເສັຍຫາຍ ຕໍ່ທັມມະຊາຕ ແລະ ຕໍ່ປະຊາຊົນ ສອງຟາກຝັ່ງ ຢ່າງຫລວງຫລາຍ. ປະເທສລາວ ມີແມ່ນໍ້າສໍາຄັນ ຢູ່ 27 ສາຍ, ສ້າງເຂື່ອນໄຟຟ້າ ສໍາລັບໃຊ້ພຽງພໍ ພາຍໃນປະເທສ ແລະ ຕ່າງປະເທສ, ຖ້າຫາກ ຮູ້ວິທີກັບເຄື່ອງເທັກໂນໂລຈີ ຝຶກສອນອົບຮົມ ຮູ້ວິທີໃຊ້ ບຸກບືນຕໍ່ສູ້ ພະຍາຍາມ ຊ່ອຍຕົນເອງ ໃຫ້ພົ້ນ ຈາກຄວາມຍາກຈົນ. ໃນພາສາບາລີ ກ່າວວ່າ ”ອິສຣະພາບ ເອກຣາດ” ນັ້ນ ແປວ່າ ດຸໝັ່ນ ການກະທໍາ ພະຍາຍາມ ຊ່ອຍຕົນເອງ ໃຫ້ຫາກິນກຸ້ມຕົນເອງ ມີສະຕິປັນຍາ ຄວາມຮູ້ ຊອກຫາມາຄົບທຸກຢ່າງ ຈົນຮັ່ງມີ ບໍ່ໄດ້ເປັນຂ້ອຍຂ້າ ຂໍບ້ານເພິ່ນກິນ ຊັພໃນດິນ ສິນໃນນໍ້າ ສງວນໄວ້ ເປັນຂອງຊາຕ ບໍ່ແມ່ນຊາຕຕ່າງດ້າວ ມາເປັນເຈົ້າບົ່ງການ ລູກຫລານ ຂອງເຮົາ ກໍມີຄວາມຮູ້ ວິຊາການຄົບທຸກຢ່າງ ບໍ່ແມ່ນວ່າ ຈະໄປຫາຈ້າງ ນາຍຊ່າງປະເທດອື່ນ ລູກຫລານເຮົາ ກໍເຮັດໄດ້ເຂົາຮຽນຮູ້ ຄົບສູ່ອັນ. ນັ້ນ ຈິ່ງມີອິສຣະພາບແທ້ ເອກຣາຊສົມບູນ ມີຄວາມສຸກຖາວອນ ຕໍ່ໄປເລີງເລື້ອຍ.
ຂອບໃຈ ທ່ານຄໍາໄມ ຫລາຍໆ ສາຍນໍ້າຂອງຫລາຍໆ ທີ່ໄດ້ສົ່ງ ຈົດໝາຍ ມາຮ່ວມ ຣາຍການ ຂອງພວກເຮົາ.
ສະບັບ ຕໍ່ໄປ ແມ່ນຂອງທ່ານ ຄ. ຍົມມະຣາຊ, ຊຶ່ວໃນສະບັບນີ້ ເພິ່ນບອກວ່າ ຂໍຝາກ ຄະຕິ ເຕືອນໃຈ ເຖິງຄົນຫລົງທິດ ຫລົງທາງ ມາດັ່ງນີ້:
- ຢ່າອວດສັກສ໌ສີ ອະຍຸຕິທັມ ຢ່າອັດຢ່າຄັດ ນັກຂ່າວ ນັກຄິດ ນັກສື່ສາລ
- ຢ່າເບັ່ງ ວ່າຕົນເອງ ມີມະນຸຕສ໌ທັມ ຢ່າໃຊ້ທິສດີ ນໍ້າເຕົ້າເປົ່າ ຍຸຄໂລກາພິວັຕນ໌
- ຢ່າສະດຸດ ແນວຄິດຕົນເອງ ວ່າເດັ່ນ ຢ່າເບັ່ນບ່ຽງ ລົບກວນ ຊາວບ້ານ
- ຢ່າເບິ່ງໂລກ ໃນແງ່ຮ້າຍ ຢ່າຂາຍສັກສ໌ສີ ຄວາມເປັນມະນຸຕສ໌
- ຢ່າຄິດຄຽດ ກັບຝູງຊົນ ມີແນວຄິດຕ່າງ ຢ່າງເກີດຢ້ານ ກ້າວໄປຂ້າງໜ້າ
- ຢ່າໃຊ້ ແຕ່ພະເດດ ຈົນລືມ ພະຄຸນ ຢ່າເພິ່ງບຸນ ຫລື ສົມພານ ພັກ ແລະ ຣັຖ
- ຢ່າມີຄວາມສຸກສ໌ ນອກສິລທັມ ຢ່າສໍາລານ ກັບຄວາມຢາກ
- ຢ່າໃຊ້ສັພ ສຫາຍ ນອກຖັນແຖວ ຢ່າຂາຍຈຸດເສັຍ ຂອງການປະຕິວັດ
- ຢ່າມົວເມົາ ອໍານາຈ ອາຈຍາສິທ ຈົນລືມຕົວ ຢ່າເຮັດນາ ບົນຫລັງຄົນ ຮາກແກ້ວ
- ຢ່າໃຊ້ ອັຕຣານິຍົມ ແຂ່ງກັນກິນ ຢ່າຍົກເງິນຕຣາ ຂຶ້ນເປັນພຣະເຈົ້າ
ນັ້ນ ກໍແມ່ນ ຄະຕິ ເຕືອນໃຈ ທີ່ທ່ານ ຄ. ຍົມມະຣາຊ ສົ່ງມາ ຮ່ວມໃນຣາຍການ ຂອງພວກເຮົາ.
ພ້ອມດຽວກັນນີ້ ກໍຂອບໃຈ ກັບທ່ານ ຄ. ຍົມມະຣາຊ ຫລາຍໆ.
ສະບັບຕໍ່ໄປ ແມ່ນຈົດໝາຍ ຂອງທ່ານ ທີ່ໃຊ້ນາມປາກກາ ວ່າ ໂຮຊີໂນ, ຈາກປະເທດ ຍີ່ປຸ່ນ, ຊຶ່ງທ່ານ ໄດ້ຖາມສະບາຍດີ ແລະ ບອກວ່າ ຂຽນມານີ້ ກໍບໍ່ມີຫຍັງຫລາຍ, ພຽງແຕ່ ຢາກເວົ້າເຣື້ອງນຶ່ງ ສູ່ພວກທ່ານຟັງ ເທົ່ານັ້ນ. ຄື ໃນຣະຫວ່າງ ອາທິດ ທີ່ແລ້ວນີ້, ໄດ້ມີຄົນລາວ ອົພຍົບ ທ່ານນຶ່ງ ທີ່ເມືອງ ຢາມາໂຕະ ແຂວງ ຄານະງະວະ. ທ່ານ ຜູ້ນັ້ນ ໄດ້ຕັ້ງເປົ້າໝາຍ ໄວ້ວ່າ ອະນາຄົດ ຈະຕ້ອງກັບຄືນເມືອ ຢູ່ເມືອງລາວ ຊຶ່ງເປັນບ້ານເກີດ ເມືອງນອນ ຂອງຕົນ.
ແຕ່ເມື່ອໄດ້ມາຟັງຂ່າວ ສະພາບການ ຕ່າງໆ ທາງເມືອງລາວ ຈາກສະຖານນີ ວິທຍຸ ເອເຊັຍເສຣີ ແລ້ວ,ເຮັດໃຫ້ ທ່ານຜູ້ນັ້ນ ຕ້ອງໄດ້ຄິດ ຢ່າງໜັກ ບໍ່ວ່າ ຈະເປັນສະພາບ ເສຖກິດ ແລະ ສະພາບຕ່າງໆ. ດັ່ງນັ້ນ ກໍນັບວ່າ ພວກທ່ານ ເປັນນັກຂ່າວ ດີເລີດ, ຊຶ່ງໄດ້ໃຫ້ຄວາມຮູ້ ກ່ຽວກັບ ຂ່າວ ທາງເມືອງລາວ ໄດ້ດີ. ແລະ ໄດ້ເຮັດໃຫ້ ຄົນລາວ ບໍ່ວ່າ ຈະຢູ່ພາຍນອກ ຫລື ພາຍໃນ ໄດ້ຮັບຮູ້. ອັນນີ້ ກໍນັບວ່າ ພວກທ່ານ ເປັນຜູ້ທີ່ເສັຍສະຣະ ເພື່ອພີ່ນ້ອງ ຊາວລາວ ເຮົາ. ເອົາລະ ເວົ້າໄປຫລາຍ ມັນຈະຍາວ ອອກໄປ. ແລະ ພ້ອມດຽວກັນນີ້ ກໍຢາກ ຈະຂໍຟັງເພງ ນໍາແດ່ ນຶ່ງເພງ ”ເພງ ສົ່ງສຽງເພງ ເຖິງເມືອງລາວ” ແລະ ກໍຂໍມອບເພງນີ້ ໃຫ້ກັບພີ່ນ້ອງ ທາງເມືອງໂພນໂຮງ ໝົດທຸກຄົນດ້ວຍ.
ຕ້ອງຂໍອະພັຍ ຫລາຍໆ ທີ່ພວກເຮົາ ບໍ່ມີເພງ ສົ່ງສຽງເພງ ເຖິງເມືອງລາວ, ແຕ່ ຈະຂໍຈັດເພງອື່ນໃຫ້ແທນ ມາໃນເພງ ມາໃນເພງ ທີ່ມີຊື່ວ່າ ຮັກສາວໂພນໂຮງ, ຈາກສຽງຂັບຮ້ອງ ຂອງທ່ານ ກໍ. ວິເສດ ແລະ ແຕ່ງໂດຍ ທ່ານ ຈອມຄໍາ.