ຕອບຈົດໝາຍ: ວັນທີ 16 ກັນຍາ 2009

ໃນສັປດານີ້, ພວກເຮົາ ກໍໄດ້ຮັບ ຈົດໝາຍ ຂອງທ່ານຜູ້ຟັງ ຫລາຍທ່ານ ດ້ວຍກັນ, ແຕ່ຂ້າພະເຈົ້າ, ຈະຂໍໂຈະ ຂອງຫລາຍໆທ່ານໄວ້ ເນື່ອງຈາກວ່າ ມີຈົດໝາຍ ຂອງທ່ານ ຜູ້ຟັງ ທ່ານນຶ່ງ ສົ່ງມາຈາກ ສປປລາວ ທີ່ມີເນື້ອໃນຍາວ ແລະ ສໍາຄັນ ພໍສົມຄວນ, ແຕ່ຜູ້ຂຽນ ບໍ່ໄດ້ບອກຊື່ ແຕ່ຢ່າງໃດ. ຕິດຕາມມາດ້ວຍ ຜົນງານເພງ ຂອງທ່ານ ຄໍາຫຼ້າ ໜໍ່ແກ້ວ ມາໃນເພງ ”ພັທນາກອນ”

ຜູ້ຟັງທ່ານນີ້ ​​ຂຽນມາແບບຣາຍງານ ເພື່ອ​​ເລົ່າສູ່ຟັງ ກ່ຽວກັບ ການກໍ່ສ້າງ ມະຫາວິທະຍາລັຍ ສຸພານຸວົງ, ​ແຂວງຫລວງພຣະບາງ ທີ່ບໍ່ໄດ້ມາຕຖານ ແລະ ການ​​ແຕ່ງຕັ້ງ ຕໍາແໜ່ແບບຫລິ້ນພັກຫລິ້ນພວກ.

ທ່ານ​​ເຣີ້ມຫົວຂໍ້ໃນຈົດໝາຍ ວ່າ:  ປາກົດການ ຫຍໍ້ທໍ້ ທີ່ຄົນລາວ ຄວນຕິດຕາມ

ເນື່ອງໃນ ວັນຄົບຮອບ 100 ປີ ວັນຄ້າຍວັນເກີດ ຂອງອະດີດ ປະທານ ສຸພານຸວົງ ນີ້, ຂ້າພະເຈົ້າ ຂໍເລົ່າ ປາກົດການ ຫຍໍ້ທໍ້ ທີ່ ເກີດຂຶ້ນ ຢູ່ມະຫາວິທະຍາລັຍ ສຸພານຸວົງ ໃຫ້ປະຊາຊົນລາວ ໄດ້ຮັບຮູ້ນໍາ ຈະເປັນການດີ.

ໂຄງການສ້າງຕັ້ງ ມະຫາວິທະຍາລັຍ ສຸພານຸວົງ ມີວົງເງິນກູ້ຢືມ ຈາກເກົາຫລີໃຕ້ 20,500,000 ດອນລາສະຫະຣັຖ ແລະ ເງິນຣັຖບານ ສົມທົບ ອີກ 5,000,000 ດອນລາສະຫະຣັຖ.

I   ເງື່ອນໄຂ ທີ່ຄົນທົ່ວໄປຮູ້ ຄື:

. ເງິນກູ້ຢືມ ໃຫ້ເອົາມາສ້າງ ອາຄານຮຽນ ແລະ ຊື້ວັດຖຸ ອຸປກອນ ການຮຽນ-ການສອນ

. ເງິນສົມທົບ ຂອງຣັຖບານ ໃຫ້ເອົາມາສ້າງ ຣະບົບນ້ຳປະປາ ແລະ ໄຟຟ້າ

·    ເຈົ້າຂອງ ໂຄງການແມ່ນ ກະຊວງ ສຶກສາທິການ

·    ຜູ້ອຳນວຍການ ໂຄງການຄື ທ່ານ ດຣ. ກອງສີ ແສງມະນີ

·    ຜູ້ຈັດການ ໂຄງການ ຄື ທ່ານອາຈານ ຄຳຈັນ  ແສງສຸລິຍາ

·    ບໍຣິສັດ ທີ່ປຶກສາ ດ້ານການພັທນາ ວິຊາການ ໃຫ້ມະຫາວິທະຍາລັຍ ສຸພານຸວົງແມ່ນ ບໍຣິສັດ Synergy Co. Lt.

·    ບໍຣິສັດ ຮັບເໝົາກໍ່ສ້າງ ຂອງເກົາຫລີແມ່ນ ບໍຣິສັດ PosDATA construction

II   ການປະມູນ ໂຄງການ

ສອງບໍຣິສັດ ຂອງເກົາຫລີ ຂ້າງເທິງ ໄດ້ກຳນົດເງື່ອນໄຂ ການປະມູນເວົ້າວ່າ ບໍຣິສັດລາວ ທີ່ປະມູນໄດ້ ນັ້ນ ຕ້ອງມີມາຕຖານ ຣະດັບສາກົນ…..

III   ຜົນ ຂອງການປະມູນ.

ເກົາຫລີ ບໍ່ຍອມຮັບ ບໍຣິສັດ ທີ່ທາງການລາວ ສເນີໃຫ້ ເປັນຜູ້ຊະນະ ການປະມູນ ເນື່ອງຈາກ ເປັນບໍຣິສັດ ທີ່ບໍ່ໄດ້ ມາຕຖານ.

ທ່ານຮູ້ບໍ່ວ່າ ທາງການລາວ ຕອບເກົາຫລີວ່າ ແນວໃດ?

ຣັຖບານລາວ ບອກສັ້ນໆວ່າ: ຖ້າເກົາຫລີ ບໍ່ຮັບ ບໍຣິສັດນີ້ແລ້ວ ຣັຖບານລາວ ຈະບໍ່ອະນຸມັດ ໃຫ້ ໂຄງການນີ້ ເດີນໜ້າໄດ້. ເມື່ອຖືກຂູ່ ຄື ແນວນັ້ນ ເກົາຫລີ ຕ້ອງຍອມ.

IV   ຜົນ ຂອງການກໍ່ສ້າງ:

  • ຕາມຫລັກການ ກໍ່ສ້າງແລ້ວ ຕຶກທີ່ຍາວກວ່າ 25 ແມັດ ຂຶ້ນໄປ ຕ້ອງມີ Joint extension  ແຕ່ການກໍ່ສ້າງ ມະຫາວິທະຍາລັຍ ສຸພານຸວົງ ບໍ່ມີ
  • ຣົຖ 10 ລໍ້ ຕ້ອງສາມາດ ເຂົ້າເຖີງ ຫໍພັກ ຢ່າງງ່າຍດາຍ ເພື່ອປ້ອງກັນ ກໍຣະນີ ເກີດໄຟ​​ໄໝ້ ຣົຖດັບເພີງ ຈຶ່ງຊ່ອຍໄດ້ ແຕ່ ຫໍພັກ . ສຸພານຸວົງ ນັ້ນ ຣົຖເຂົ້າບໍ່ໄດ້
  • ຫໍພັກ ຕ້ອງມີຫົວກ໊ອກ ຂນາດໃຫຍ່ ໄວ້ສຳລັບ ຣົຖດັບເພີງ ຕື່ມນ້ຳ ແຕ່ ຫໍພັກ ຂອງ . ສຸພານຸວົງ ບໍ່ມີ
  • ຕາມທັມມະດາແລ້ວ ຫໍພັກ ນັກຮຽນ ທີ່ມີຄວາມສູງ 3 ຊັ້ນ ຕ້ອງມີ ຂັ້ນໃດ ໜີພັຍ ແລະ ຕົວຂັ້ນໃດ ທີ່ໃຊ້ທຽວ ທຸກມື້ນັ້ນ ຕ້ອງມີຄວາມກວ້າງ ຢ່າງໜ້ອຍ 3 ແມັດ ເພື່ອໃຫ້ໜີທັນໃນກໍຣະນີ ໄຟໄໝ້ ແລະ ເກີດເຫຕສຸກເສີນ ຕ່າງໆ ແຕ່ ຂັ້ນ​​​​ໃດ ຕຶກຫໍພັກ ນັກສຶກສາ . ສຸພານຸວົງນັ້ນ ກວ້າງພຽງ 1.2 ແມັດ ແລະ ບໍ່ມີຂັ້ນໃດ ໜີໄຟ, ດັ່ງນັ້ນ ຖ້າມີໄຟໄໝ້ ຫໍພັກ ເກີດຂຶ້ນນັ້ນ ມີຫວັງ ລູກຫລານ ພີ່ນ້ອງຊາວເໜືອ ທີ່ນອນຫໍພັກ ຈະຖືກໄຟໄໝ້.
  • ຕຶກ ຄວນມີຖານ ສູງກວ່າ ໜ້າດີນ ແຕ່ ຕຶກຕ່າງໆ ຂອງມະຫາວິທະຍາລັຍ ສ່ວນຫລາຍ ມີຣະດັບເທົ່າກັບ ໜ້າດີນ ດັ່ງນັ້ນ ຝົນຕົກເມື່ອໃດ ກໍຈະມີນໍ້າຖ້ວມ ເມື່ອນັ້ນ.
  • ຕຶກ ຂອງຄະນະບໍຣິຫານ ການທ່ອງທ່ຽວ ແຕກເປັນແຖວຍາວ ກ່ອນການມອບຮັບ
  • ຣະບົບ ນ້ຳປະປາ ທີ່ໃຊ້ເງິນໄປ ສາມລ້ານກວ່າໂດລາ ສະຫະຣັຖ ໃຊ້ການບໍ່ໄດ້. ດຽວນີ້ ມະຫາວິທະຍາລັຍ  ໃຊ້ນ້ຳບາດານເອົາ
  • ຈຸດອັນຕະລາຍ ທີ່ສຸດ ຄືການໃຊ້ສາຍໄຟຟ້າ ຜິດປະເພດ: ຣະບົບ ໄຟຟ້າ ຂອງ ມະຫາວິທະຍາລັຍ ສຸພານຸວົງ ຖືກອອກແບບ ເປັນຣະບົບ ສາຍໄຟຟ້າ ໃຕ້ດີນ”. ເປືອກຫຸ້ມ ສາຍໄຟຟ້າ ແຮງສູງ ໃຕ້ດິນ ຈະຖືກ ອອກແບບມາໃຫ້ ມີຄວາມຕ້ານໄຟຟ້າສູງ ເປັນພິເສດ ເພື່ອປ້ອງກັນ ໄຟຟ້າຊັອດ, ສ່ວນສາຍໄຟຟ້າ ແຮງສູງ ທີ່ໃຊ້ ຢູ່ເທິງ ອາກາດນັ້ນ ມີບາງຊນິດ ເປັນສາຍ ບໍ່ມີເປືອກຢາງຫຸ້ມ ຫລື ບາງຊນິດ ມີເປືອກ ຢາງຫຸ້ມ ແຕ່ເປືອກຢາງນັ້ນ ບໍ່ໄດ້ມີ ການອອກແບບ ໃຫ້ມີຄວາມຕ້ານສູງ ແຕ່ປະການໃດ. ບັນຫາ ຄື ບໍຣິສັດ ກໍ່ສ້າງ ເອົາສາຍໄຟຟ້າແຮງສູງຊນິດ ທີ່ອອກແບບມາໃຊ້ຢູ່ເທິງອາກາດນັ້ນ ໄປຝັງດີ, ດັ່ງນັ້ນ, ​ໂອກາດ ທີ່ຈະເກີດມີໄຟຟ້າແຮງສູງ ຊັອດນັ້ນ ມີຫລາຍ.
  • ໃນລະຍະ ໃກ້ມີການມອບຮັບນັ້ນ ປາກົດວ່າ ມີໂຈນ ເຂົ້າໄປລັກ Labtop Computer ຂອງ ອາຈານ ຄຳຈັນ, ຊຶ່ງເປັນຄອມພິວເຕີ ທີ່ເກັບຂໍ້ມູນ ທັງໝົດ ໃນການກໍ່ສ້າງ . ສຸພານຸວົງ.
  • ທ່ານ ອາຈານ ຄຳຈັນ ແສງສຸລິຍະ ທ່ານນີ້ ໄດ້ເລື່ອນຂຶ້ນມາ ດຳລົງ ຕຳແໜ່ງ ເປັນຮອງອະທິການບໍດີ ມະຫາວິທະຍາລັຍ ໂດຍບໍ່ໄດ້ຜ່ານ ມະຕິ ຂອງຄະນະ ຣັຖມົນຕຣີ ກະຊວງສຶກສາທິການ ດ້ວຍ (ທ່ານ ສາສດາຈານ ດຣ. ສົມກົດ ມັງໜໍ່ເມກ ສເນີ ຊື່ອາຈານ ຄຳຈັນແສງສຸລິຍະໃຫ້ເປັນ ຮອງອະທິການບໍດີ . ສຸພານຸວົງໄປໃຫ້ຈັດຕັ້ງ ສູນກາງ ໂດຍບໍ່ຜ່ານການຄົ້ນຄ້ວາ ຂອງຄະນະພັກ  ແລະ ຄະນະ ຣັຖມົນຕຣີ ກະຊວງ ສຶກສາທິການ.

 

ການມອບຮັບໂຄງການ:

ທິມງານ ຈາກສູນກາງ ໄປກິນເຂົ້າ ສາມັກຄີ ກັບບໍຣິສັດ ກໍ່ສ້າງ ທັງຫລາຍ ແລ້ວກໍມາເດີນ ທົ່ວ ມະຫາວິທະຍາລັຍ ພໍເປັນພິທີ ຈາກນັ້ນ ກໍເຊັນຮັບ ຢ່າງມ່ວນຊື່ນ.

ຫວ່າງບໍ່ດົນມານີ້ ທາງກວດກາ ພັກ-ຣັຖ ຂຶ້ນໄປ ປັບປຸງ ໂຄງການການຈັດຕັ້ງ . ສຸພານຸວົງ ແລ້ວໄປໄດ້ຍິນ ຂ່າວ ສິ່ງທີ່ໄດ້ກ່າວມາ ຂ້າງເທິງນັ້ນ. ຈາກນັ້ນ ຄະນະກວດກາ ພັກ-ຣັຖກໍນຳເຣື້ອງ ເນີ ຕໍ່ຂັ້ນເທີ ພິຈາລະນາ.

ບັນຫາ ກໍຄື:

ມີການງັດຂໍ້ກັນ ຣະຫວ່າງ ທ່ານຣັຖມົນຕຣີ ວ່າການ ກະຊວງສຶກສາທິການ, ທ່ານ ສາສດາຈານ ດຣ. ສົມກົດ ມັງໜໍ່ເມກ ກັບ ຄະນະກວດກາ ພັກ-ຣັຖ. ປະ​ເດັນ ​ທີ່​ກຳລັງ​ງັດ​ຂໍ້​ກັນ ມີ​ດັ່ງນີ້:

·  ທ່ານສົມກົດ ສເນີໃຫ້ມີ ການປັບປຸງ ໂຄງຮ່າງ ການຈັດຕັ້ງ ຂອງມະຫາວິທະຍາລັຍ ສຸພານຸວົງ ໂດຍ ບໍ່ໃຫ້ມີ ການກວດກາ ບັນຫາ ທີ່ໄດ້ກ່າວມາ ຂ້າງເທີງ ແລະ ສເນີ ໃຫ້ຮັກສາ ທ່ານ ດຣ. ຄຳຜາຍ ສີສວັນ ເປັນອະທິການບໍດີ ຄືເກົ່າ ບໍ່ມີການປ່ຽນແປງ, ສ່ວນທ່ານ ອາຈານ ຄຳຈັນ, ຊຶ່ງປັດຈຸບັນ ດຳລົງ ຕຳແໜ່ງ ເປັນຮອງອະທິການບໍດີ ມ. ສຸພານຸວົງ ນັ້ນ ໃຫ້ຍ້າຍ ກັບມາ ກະຊວງສຶກສາ.

·  ສ່ວນທາງກວດກາ ພັກ-ຣັຖ ນັ້ນ ສເນີ ໃຫ້ມີ ການກວດກາ ປາກົດການ ທີ່ເກີດຂຶ້ນ ທັງໝົດ ໃຫ້ຮູ້ວ່າ ບັນຫາເກີດຂຶ້ນ ກັບໃຜ ຈາກນັ້ນ ຈຶ່ງຮູ້ປັບປຸງ ການຈັດຕັ້ງ ​ແລະ ຈຶ່ງ​ຮູ້​ວ່າ ​ໃຜ​ຄວນ​ຢູ່ ​ໃຜ​ຄວນ​ໄປ.

ສຳ​ລັບ ​ຣະບົບ ​ການ​ຄານ​ອຳນາດ​ ຂອງ​ລາວ ​ທີ່​ໃຊ້​ກັນ​ຢູ່​ໃນປັດຈຸບັນ​ນີ້ນັ້ນ, ຕໍາແໜ່ງ ທາງຣັຖ ​ບໍ່ສຳຄັນ​ເທົ່າ​ກັບ​ຕຳ​ແໜ່ງ ທາງ​ພັກ, ​ເພາະສະນັ້ນ ຖ້າຜູ້​ໃດ​ ມີຕຳ​ແໜ່ງ ທາງ​ພັກສູງກວ່າ​ແລ້ວ ມັກ​ເປັນ​ຜູ້​ຊະນະ​ ຢູ່​ສ​ເມີ. ນອກຈາກ​ນັ້ນ ພັກ-ພວກ ​ກໍ​ເປັນ​ກຳລັງ​ສຳຄັນ ​ທີ່​ຊ່ອຍ​ໄດ້​ດີ​ ໃນ​ສັງຄົມ​ລາວ ​ປັດຈຸບັນ. ຖ້າ​ໃຊ້ສອງ​ມາຕຖານ​ນີ້ ມາ​ຕັດສິນ ທ່ານ​ຜູ້​ຟັງ​ ຄົງ​ສາມາດ​ ເຫັນ​ຜູ້​ຊະນະ​ ຜູ້​ແພ້​ ໄດ້​ດັ່ງນີ້:

ວິ​ເຄາະ​ ດ້ານຕຳ​ແໜ່ງ:

ທ່ານ​ສົມ​ກົດ ມັງ​ໜໍ່​ເມກ,​ ຊຶ່ງ​ຫລິ້ນບົດ​ ເປັນ​ຜູ້​ປົກ​ປ້ອງ ​ພັກ​ພວກ​ ທີ່ມີສ່ວນພົວພັນ ກັບທ່ານ

ຄື (ທ່ານ​ອາຈານ ​ຄຳ​ຈັນ ​ແສງ​ມະນີ ​ເປັນ​ສ່ຽວຮັກ​ສ່ຽວ​ແພງ ​ແລະ ຢູ່​ກິນ​ນຳ​ກັນ​ ມາຕັ້ງ​ແຕ່​ສມັຍ ​ເປັນ​ນັກຮຽນ ມັທຍົມ​ຕົ້ນ ຢູ່​ຊຽງຂວາງ ​ແລະ ຢູ່​ວຽດນາມ, ທ່ານ​ດຣ. ຄຳ​ຜາຍ ສີສ​ວັນ ​ເປັນ​ພໍ່ດອງ, ສ່ວນ​ທ່ານ​ ຮອງ​ອະທິການ​ບໍດີ ​ຝ່າຍ​ວິຊາ​ການ, ທ່ານອາຈານ​ ວິ​ໄຊ ຈັນ​ມືດ ​ເປັນ​ນ້ອງ​ຮັກ) ມີ​ຕຳ​​ແໜ່ງ ທາງ​ຣັຖ, ເປັນ​ຣັຖມົນຕຣີ ​ວ່າການ, ສ່ວນ​ຕຳ​ແໜ່ງ ທາງພັກ​ ແມ່ນ ຄະນະ​ ກັມການ ​ສູນ​ການ​ພັກ​.

ສ່ວນ​ຄະນະກວດກາ ​ພັກ-ຣັຖ​ ຈາກ​ສູນ​ກາງ​ນັ້ນ ​ເປັນ​ພະນັກງານ ທັມມະ​ດາ.

ທ່ານ​ສົມ​ກົດ ​ມີໝູ່​ ເປັນ​ບຸກຄົນ​ສຳຄັນ ​ຢູ່​ຈັດຕັ້ງສູນ​ກາງ ຊຶ່ງ​ເປັນ​ອົງການ ​ຈັດຕັ້ງ ທີ່ຢູ່​ໃນ​ລາວ​ນັ້ນ ຖື​ໄດ້​ວ່າ ​ມີ​ໄມ້ຊີ້​ເປັນ​ຊີ້ຕາຍ. ຊີ້​ໃຫ້​ ທ່ານ​ຄຳ​ຈັນ ​ແສງ​ສຸລິຍະ ຂຶ້ນດຳລົງ ​ຕຳ​ແໜ່ງ ຮອງ​ອະທິການ​ບໍດີ ມ. ສຸພາ​ນຸວົງ ກໍໄດ້.

ມາ​ເບິ່ງ​ ຝ່າ​ຍ ຂອງກວດກາ​ ພັກ-ຣັຖ. ທິມງານ​ນີ້ ​ເປັນ​ພະນັກງານ ​ວິຊາ​ການ​ ຂັ້ນຫົວໜ້າ ຜ​ແນ​ກ​ ເທົ່າ​ນັ້ນ ບໍ່ມີ​ອຳນາດ​ ວາ​ສນາຫຍັງ ​ພໍ​ທີ່​ຈະ​ໄປ​ຕໍ່ກອນ ​ກັບ​ ທ່ານ​ສົມ​ກົດ.

ຕາມ​ກຳລັງ ຂ້າງ​ເທີ​ງ ​ເຫັນ​ຊັດ​ເຈນ​ແລ້ວ ​ວ່າ ​ທີ​ມງານ ​ຈາກ​ກວດກາ ​ພັກ-ຣັຖ​ ບໍ່ມີ​ທາງ​ ທີ່​ຈະງັດຂໍ້​ໄດ້. ດັ່ງນັ້ນ ຈຶ່ງ​ໄດ້​ແຕ່ ​ພາວະນາ ​ຂໍ​ໃຫ້​ດວງ​ວິນ​ຍານ ​ຂອງ​ທ່ານ​ປະທານ ​ສຸພາ​ນຸວົງ​ ຈົ່ງ​ດົນ​ບັນດານ​ໃຈ ​ໃຫ້​ກົມ​ການ​ເມືອງ ​ຫັນ​ມາ​ເບິ່ງ ​ບັນຫາຊ່ອຍ, ຖ້າບໍ່ດັ່ງນັ້ນ ມີ​ຫວັງ​ ເຄາະ​ກຳ​ ທັງໝົດນີ້ ຈະ​ຕົກ​ ໄປ​ໃສ່​ລູກ​ຫລານ ​ຂອງ​ປະຊາຊົນ ​ຊາວ​ເໜືອ ຢ່າງແນ່ນອນ.

ກົດໝາຍລາວ ຈະ​ຄຸມ​ ຮອດ​ແຕ່​ຫົວໜ້າກົມ ​ລົງ​ໄປ​ ດັ່ງນັ້ນ ​ເມື່ອ​ຣັຖມົນຕຣີ ທັງ​ເປັນ ​​ເລຂາ​ພັກ ​ກະຊວງ, ເປັນ​ກັມການ ​ສູນ​ກາງ​ພັກ​ແລ້ວ ຖື​ວ່າ ​ເປັນ​ບຸກຄົນ​ເໜືອກົດໝາຍ ​ແລ້ວ ຈຶ່ງ​ມີພຽງ​ແຕ່ ສະມາຊິກ ​ກົມ​ການ​ເມືອງ ສູນ​ກາງ​ພັກ ​ເທົ່າ​ນັ້ນ ທີ່​ແຕະຕ້ອງ​ໄດ້.

ນັ້ນ ກໍແມ່ນຈົດໝາຍ ຂອງທ່ານ ຜູ້ຟັງ ທ່ານນຶ່ງ ຈາກສປປລາວ ທີ່ໄດ້ສົ່ງມາຮ່ວມ ຣາຍການ ຂອງພວກເຮົາ, ທາງວິທຍຸເອເຊັຍເສຣີ ກໍຂອບໃຈ ນໍາທ່ານຫລາຍໆ ທີ່ໄດ້ສະຣະເວລາ ຮີໂຮມ ຂໍ້ມູນແລະ ຂຽນຈົດໝາຍ ມາໃຫ້ພວກເຮົາໄດ້ອ່ານໃຫ້ພີ່ນ້ອງຊາວລາວ ​​ຮັບຟັງກັນ. ທ່ານ ຜູ້ຟັງ ທີ່ເຄົາຣົບ ຂໍ້ຄວາມໃນຈົດໝາຍ ທີ່ສົ່ງມາໃຫ້ ພວກເຮົານັ້ນ, ພວກເຮົາ ກໍມີໜ້າທີ່ ອ່ານອອກອາກາດໃຫ້ທຸກໆທ່ານໄດ້ຮັບຟັງກັນ, ສ່ວນຈະມີຄວາມຈິງໜ້ອຍຫລາຍຊໍາໃດນັ້ນໃຫ້ທ່ານ ຜູ້ຟັງນໍາໄປຄິດແລະ ພິຈາລະນາ ຢ່າງສົມເຫດສົມຜົນ. ຫລື ທ່ານຜູ້ໃດ ມີຄວາມເຫັນ ຫລື ມີຂໍ້ມູນແຕກຕ່າງ ຈາກທີ່ເວົ້າມານັ້ນແລ້ວ, ທາງວິທຍຸເອເຊັຍເສຣີ ກໍຍິນດີ ຈະນໍາມາອອກອາກາດໃຫ້ເຊັ່ນກັນ.

ເພື່ອໃຫ້ເຂົ້າກັບ ບັນຍາກາດ ຕອບຈົດໝາຍໃນມື້ນີ້, ຂ້າພະເຈົ້າໄດ້ຄັດເລືອກເອົາຜົນງານເພງ ຂອງທ່ານ ຄໍາຫລ້າໜໍ່ແກ້ວ, ມາເປີດ​​ໃນຣາຍການຕອບຈົດໝາຍ, ມາໃນເພງ ທີ່ມີຊື່ວ່າພັທນາກອນ” ​ແລະ ຫວັງວ່າ ຄົງຖືກອົກຖືກໃຈ ຫລາຍໆທ່ານທີ່ຟັງຣາຍການ ຂອງພວກເຮົາ.

ມາຮອດນີ້ເວລາ ຂອງຣາຍການ ຕອບຈົດໝາຍ ກໍໄດ້ໝົດລົງພໍດີ, ​ເຊີນທ່ານ ຕິດຕາມຟັງ ຣາຍການ ຕອບຈົດໝາຍໄດ້ໃນສັປດາໜ້າ. ສະບາຍດີ


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org