ຕອບຈົດໝາຍ: ວັນທີ 18 ມິນາ 2010

ໃນຣາຍການ ຕອບຈົດໝາຍ ປະຈໍາສັປດານີ້ ເຊີນທ່ານຟັງ Maysoly ຕອບຈົດໝາຍ ທ່ານ ສຸທັດ ສັບພຸ ຂຽນຈາກ ປະເທດໄທ, ຈົດໝາຍທ່ານ ຄ.ໂພທິຣາຊ ຈາກ ປະເທດ ການາດາ ຕິດຕາມດ້ວຍເພງລາວ ທັມມະ ຊນະອະທັມ ຈາກສີລປີນ ນັກຮ້ອງ ຊື່ດັງໃນອະດິດ ກ.ແກ້ວກຳພ້າ ເຊີນທ່ານ ເປິດຮັບຟັງໄດ້ເລີຍ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ໄມຊູລີ
2010.03.18

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບກັນອິກຕາມເຄີຍ ໃນຣາຍການ ຕອບຈົດໝາຍ  ຫວັງວ່າທຸກໆທ່ານ ຄົງສະບາຍດີ, ເພື່ອບໍ່ເປັນການ ເສັຍເວລາ  Maysoly ກໍຂໍເຊີນທຸກໆທ່ານ ເຂົ້າສູ່ຣາຍການ   ຈົດໝາຍສະບັບ ທຳອິດ ທີ່ຂຽນເຖີງຣາຍການ ມຶ້ນີ້ ກໍຄືຈົດໝາຍ ຂອງທ່ານ ສຸທັດ ສັພພຸ ຈາກ ເມືອງ ແກ້ງກະຈັ່ນ ແຂວງເພຊບຸຣີ ຂອງໄທ  ກ່ອນອື່ນ Maysoly ຕ້ອງຂໍໂທດ ຫລາຍໆທີ່ ຕອບຈົດໝາຍ ຂອງທ່ານ ຊ້າແດ່ນ້ອຍນື່ງ ຫວັງເຈົ້າຂອງຈົດໝາຍ ຄົງບໍ່ໃຈນ້ອຍຕິ້ເນາະ! ໃນຈົດໝາຍ ທ່ານສຸທັດ ບອກມາວ່າ ປະຕິທີນ 2010 ແລະ ປຶ້ມ ບັນທຶກນ້ອຍ ທີ່ທາງ ວິທຍຸເອຊັຍເສຣີ ສົ່ງໄປໃຫ້ນັ້ນ ໄດ້ຮັບແລ້ວ  ຂອບໃຈຫລາຍໆ ວ່າຊັ້ນ ແລະວ່າ ທີ່ຜ່ານມາ ຂ້າພະເຈົ້າ ມີຄຳຖາມ ຖາມ Maysoly ວ່າ ບ້ານຫ້ວຍນ້ຳຂາວ ບ່ອນທີ່ມີ ຊາວມົ້ງລາວ ເຄີຍ ອາສັຍຢູ່ນັ້ນ ເປັນໝູ່ບ້ານດຽວກັນ ກັບໝູ່ບ້ານແຂກ ຫຼືບໍ່? ມາຮອດດຽວນີ້ ຂ້າພະເຈົ້າ ຈີງຮູ້ວ່າ ເປັນໝູ່ບ້ານດຽວກັນ.  

ໃນສມັຍກ່ອນ ຂ້າພະເຈົ້າ ເຄີຍເດິນທາງ ຈາກ ແຂວງສຸໂຂໄທຍ ເພື່ອໄປເຮັດວຽກຢູ່  ສວນອຸທຍານ ແຫ່ງຊາດ ພູເກົ້າ, ພູພານຄຳ ແຂວງ ໜອງບົວລຳພູ ກໍຈະຫຼຽວເຫັນ ໝູ່ບ້ານເຂກ ຫຼືໝູ່ບ້ານ ວັງນ້ຳຂາວ ຢູ່ເບື້ອງຊ້າຍມື ຕາມຖນົນ ສາຍພິສນຸໂລກ ຮົ່ມສັກ. ເຫັນບ້ານເຮືອນ ແຕ່ລະຫລັງ ກໍບໍ່ໃຫ່ຍ ບໍ່ໂຕ ພໍອາສັຍຢູ່ໄດ້ 1 ຄົວເຮືອນ ຄືພໍ່ ແມ່ເແລະລູກ 3-4 ຄົນ ແຕ່ມີຢູ່ປະມານ 70-100 ຫລັງຄາເຮືອນ ການຈະເຂົ້າອອກ ພາຍໃນໝູ່ບ້ານ ຈະມີທະຫານຍາມ ຄອຍດູແລ ແລະຢູ່ ບໍຣິເວນນັ້ນ ຈະມີ 2 ໝູ່ບ້ານນໍາກັນ ຄືບ້ານ ເຂກນ້ອຍ ແລະບ້ານເຂກໃຫຍ່ ວ່າຊັ້ນ!...........

ທັງໝົດນີ້ກໍຄື ຂໍ້ຄວາມໃນ ຈົດໝາຍຂອງທ່ານ ສຸທັດ ສັພພູ່ ຂອບໃຈ ທີ່ອົດສາ ຂຽນຈົດໝາຍ ເຂົ້າຮ່ວມຣາຍການ ຂອງພວກເຮົາເທື່ອນີ້ ຟັງແລ້ວພາໃຫ້ ຄິດຮອດຕອນທີ່ ເດີນທາງ ຈາກກຸງເທບ ໄປຢ້ຽມຢາມ ພວກພິ່ນ້ອງມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ ຈື່ໄດ້ວ່າ ກ່ອນຈະໄປຮອດ ຕ້ອງຜ່ານຮ່ອມພູສູງ ແຫ່ງນື່ງໃນເມືອງ ເຂົາຂໍ້ທິວທັດແຖວນັ້ນ ສ້າງງາມແທ້ໆ ອາກາດກໍເຢັນດີ ອິກ ເມື່ອໄປເຖີງຈອມພູ ພວກເຮົາກໍແວະ ກີນເຂົ້າ ຢູ່ໂຮງແຮມ ຫຼູຫຼາແຫ່ງນື່ງ ອາຫານມື້ນັ້ນ ກໍແຊບແທ້ໆ ທັງຍັງໄດ້ ເບ່ີງວິວແບບ ທັມຊາດໆນຳອິກ ກໍຄິດວ່າເປັນ ບູນຕາສຳຫຼັບ Maysoly ຊັ້ນດອກ…. ພ້ອມກັນນີ້ Maysoly ຂໍຂອບໃຈ ນຳທ່ານສຸທັດ ອິກເທື່ອນື່ງທີ່ແຈ້ງ ຣາຍການຮັບຟັງ ການກະຈາຍສຽງ ຂອງ ວິທຍຸເອເຊັຍເສຣີ ມາໃຫ້ ແຕ່ເສັຍດາຍນ້ອຍນື່ງ ທີ່ທ່ານບໍ່ໄດ້ ຂຽນໜັງສື ເປັນພາສາລາວ ມາໃຫ້ ເພາະໄດ້ຍີນວ່າ ທ່ານສຸທັດ ກຳລັງຮຽນ ອ່ານແລະຂຽນ ພາສາລາວຢູ່ ຂໍໃຫ້ໂຊກດີ ກໍແລ້ວກັນເນາະ!........

ທ່ານຜູ້ຟັງທີ່ເຄົາຣົບ ດັ່ງທີ່ ພວກເຮົາ ໄດ້ຍີນໄດ້ຟັງ ໄດ້ເຫັນໃນ ໂທຣະທັດ ນຳກັນນັ້ນແຫຼະວ່າ ປີ 2010 ມີເຫດການເກີດຂື້ນ ຫລາຍສີ່ງຫຼາຍຢ່າງ ໃນໂລກໜ່ວຍນີ້  ຕົວຢ່າງ ຢູ່ນະຄອນຫຼວງ Washington DC, New Yok ແລະຣັຖອື່ນໆ ທົ່ວສະຫະຣັຖ America ກໍມີພະຍຸ (ຫິມະຕົກ) ຢ່າງຮ້າຍແຮງ, ຈົນເຮັດໃຫ້ ຫ້ອງການ ຣັຖບານ ໂຮງໝໍ ໂຮງຮຽນ ຫລາຍແຫ່ງຖືກປິດ ຫລາຍມື້ຕິຕໍ່ກັນ ບ້ານເຮືອນຂອງ ປະຊາຊົນ ຈຳນວນນື່ງ ບໍ່ມີໄຟຟ້າໃຊ້ ເປັນອາທິດ. ຮ້າຍແຮງໄປກ່ວາ ນັ້ນ ກໍແມ່ນ  ແຜ່ນດີນໄຫວ ຢູ່ປະເທດ (Haiti , Chile) ຄັ້ງຮ້າຍແຮງ ເຮັດໃຫ້ເຮືອນຊານ ບ້ານຊ່ອງ ຂອງປະຊາຊົນ ເພພັງໄປໝົດ ຜູ້ເຄາະຮ້າຍກໍຖືກ ຕຶກຖະລົ່ມທັບຕາຍ.  ທາງບ້ານເຮົາ ກໍແມ່ນຂ່າວ  ນ້ຳຂອງແຫ້ງແລ້ງ ດັ່ງທີ່ບໍ່ເຄີຍ ມີມາກ່ອນ ເຮັດໃຫ້ ປະຊາຊົນລາວ ໃນບາງເຂດ ບໍ່ມີນ້ຳສອາດ ໃຊ້ຕາມຄວາມ ຕ້ອງການ ຊື່ງປັດຈຸບັນນີ້ ຄິດວ່າທາງ ຣັຖບານລາວ ຄົງກຳລັງ ເອົາໃຈໃສ່ ແກ້ໄຂກັນຢູ່  ທັງໝົດນີ້ ອາດຈະເປັນຍ້ອນ ຣາສີປີກໍບໍ່ຈັກ  ດັ່ງຈົດໝາຍຂອງ ທ່ານ ຄ. ໂພທິຣາຊ ສະບັບທີ່ Maysoly ກຳລັງຈະອ່ານ ສູ່ທ່ານຟັງ ຕໍ່ໄປນີ້ ເພີ່ນຂຽນວ່າ ….. ເອເຊັຍ ຕາເວັນອອກສຽງໃຕ້ ເປັນດິນແດນ ແຫ່ງຄວາມສັກສິດ ຜູ້ໃດບໍ່ເຊື່ອກໍຢ່າ ລົບຫຼູ່ ປີງົວຜ່ານໄປແລ້ວ ປິເສືອ ເຂົ້າມາແທນ ແລະວ່າເສືອໂຕນີ້ ແມ່ນເສືອແສນຮູ້ ຖືສິລທັມ ສະນັ້ນ ຊົນຊາວລາວທີ່ ມີສາສນາ, ມີວັທນະທັມແລະ ປະເພນີ ເປັນທີ່ເພີ່ງ ມາແຕ່ບູຮານນະການ ແລ້ວນັ້ນ ຈົ່ງພ້ອມພຽງກັນ ສັມພັດ ເສັ້ນທາງແຫ່ງ ສັດທາ ດ້ວຍການປະຕິບັດ ພາວະນາທັມ ເປັນກິຈກັມ  ປະຈຳທຸກໆວັນສິລ. ເມື່ອພວກເຮົາ ປະຕິບັດ, ດ້ວຍການສຶກສາ, ຣຽນຣູ້ ຊິວິດ ຕາມຄຳສອນ ຂອງອົງ ພຣະສັມມາ ສັມພຸທເຈົ້າ ເຮົາຈະມີແສງສວ່າງ, ຍານຫັສ ຮູ້ແຈ້ງ ລີລາມະຫັສຈັນ ຂອງຊີວິດວ່າຊັ້ນ. 

ທິ່ກ່າວມານີ້ ກໍຄື ເນຶ້ອໃນໃຈຄວາມ ໃນຈົດໝາຍ ຂອງທ່ານ ຄ.ໂພທິຣາຊ ຫັວງວ່າ ທ່ານ ຜູ້ມີຈິດ ເຫຼື້ອມໃສໃນພຣະທັມ ຄົງຈະນຳໄປ ປະຕິບັດ ຕາມຄວາມເໝາະສົມ ພ້ອມກັນນີ້ Maysoly ຂໍຂອບໃຈ ມາຍັງ ທ່ານ ຄ. ໂພທິຣາຊ  ທີ່ເວົ້າເຣື້ອງ ທັມມະສອນໃຈ ມາຮ່ວມທຸກໆຄັ້ງ ເພື່ອນຳມາອ່ານ ສູ່ຜູ້ຟັງ Maysoly ຂໍໃຫ້ທ່ານ ແລະ ຄອບຄົວຈົ່ງປະສົບ ແຕ່ຄວາມຮຸ່ງເຮືອງ ເຫຼືອງເຫຼື້ອມຕໍ່ໆ ໄປເຊັ່ນດຽວກັນ………

ທ່ານຜູ້ຟັງທີ່ຣົບ ເວົ້າມາກໍຍຶດຍາວ ພໍສົມຄວນ ສນັ້ນ Maysoly ຈະໃຫ້ທ່ານໄດ້ ຟັງເພງ ປິດທ້າຍຣາຍການ ຂອງພວກເຮົາເລີຍ ເພື່ອສອດຂ້ອງກັບ ເນື້ອໃນໃຈຄວາມ ໃນຈົດໝາຍຂອງ ທ່ານ ຄ. ຍົມມະຣາຊ ເພງທີ່ ທ່ານຈະໄດ້ຮັບຟັງ ຕໍ່ໄປນີ້ Maysoly ຂໍຈັດເພງ ທີ່ມີຊື່ວ່າ ທັມມະ ຊນະ ອະທັມ… ແຕ່ງແລະຂັບຮ້ອງໂດຍ ກ. ແກ້ວກຳພ້າ… ຂໍມອບແດ່ ແຟນຣາຍການ ຕອບຈົດໝາຍທຸກໆທ່ານ ທີ່ກຳລັງໃຫ້ກຽດ ຕິດຕາມຮັບຟັງ ເອເຊັຍເສຣີ ຢູ່ໃນຂນະນີ້ ພິເສດສຸດ ກໍແມ່ນ ທ່ານ ສຸທັດ ສັບພຸ ແຟນທາງໄກ ຂອງພວກເຮົາ ຟັງແລ້ວຂໍໃຫ້ ທ່ານແລະຄອບຄົວ ຈົ່ງປະສົບແຕ່ຄວາມ ສຸຂກາຍສະບາຍໃຈ ຕລອດປີ 2010. ນີ້  ເຊີນຮັບຟັງໄດ້ເລີຍ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.