ຕອບຈົດໝາຍ: ວັນທີ 9 ມິຖຸນາ 2010

ໃນຣາຍການ ຕອບຈົດໝາຍ ປະຈໍາ ສັປດານີ້ ທ່ານ ຈະໄດ້ຟັງ ຈົດໝາຍ ເປິດຊອງ ຈາກ ຄນະກັມມາທິການ ຟື້ນຟູ ແລະ ສົ່ງເສີມ ສື່ມວລຊົນ ເສຣີ ໃນສັງຄົມລາວ ຈາກປະເທດ ຝຣັງເສດ ແລະ ຈົດໝາຍ ຂຽນໃນ ລັກສນະ (ກອນລາວ) ຈາກ ທ່ານ ຄ. ຍົມມະຣາຊ ຕິດຕາມ ດ້ວຍ ສຽງເພງ ວຽງຈັນ ບ້ານເກິດ ຂອງສິດ ດົງໂດກ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ໄມຊູລີ
2010.06.10

ສະບາຍດີ ທຸກໆທ່ານ ທີ່ເປັນແຟນ ຣາຍການ ຕອບຈົດໝາຍ ທີ່ເຄົາຣົບ ພົບກັນອີກ ຕາມເຄີຍໃນຣາຍ ການຕອບຈົດໝາຍ ຫວັງວ່າແຟນ ຣາຍການຄົງບໍ່ ລືມຕິດຕາມ ຮັບຟັງ.

ທຳອິດນີ້ ຂໍອ່ານຈົດໝາຍ ເປິດຊອງ ຈາກຄນະ ກັມມາທິການ ຟື້ນຟູ ແລະສົ່ງເສີມ ສື່ມວລຊົນເສຣີ ໃນສັງຄົມລາວ. ໃນຈົດໝາຍ ຂຽນມາດັ່ງນີ້:

ເຖີງ: ຜູ້ອຳນວຍການ ແລະບັນດາ ນັກຂ່າວ ຂອງວິທຍຸ ເອເຊັຍເສຣີ ສະຫະຣັຖ ອະເມຣິກາ.

ເຣື້ອງ: ສເນີໃຫ້ອອກຂ່າວ ກ່ຽວກັບ ການຕໍ່ສູ້ ຂອງຂະບວນ ປະຊາທິປະໄຕ ຂອງສັງຄົມລາວ ຕໍ່ຕ້ານຣະບອບ ຜະເດັດການ ໃນລາວ.

ເນື່ອງຈາກວ່າ ເປັນເວລາເກືອບ 35 ປີແລ້ວ ທີ່ປະເທດລາວ ຖືກປົກຄອງດ້ວຍ ຣະບອບ ຜະເດັດການ ອັນປ່າເຖື່ອນ ມີການກົດຂີ່ ຂົ່ມເຫັງກັນ ໃນສັງຄົມ. ໃນຣະຍະ 35 ປີດັ່ງກ່າວ ປະຊາຊົນລາວ ຊາວ ປະຊາທິປະໄຕ ກໍໄດ້ ລຸກຂື້ນຕໍ່ຕ້ານ ພວກຜະເດັດການ ທີ່ປົກຄອງ ຢ່າງບໍ່ຢຸດຢັ້ງ. ແຕ່ປະກົດວ່າ ວິທຍຸ ເອເຊັຍເສຣີ ບໍ່ໄດ້ອອກ ຂ່າວກ່ຽວກັບການ ຕໍ່ສູ້ຂອງ ປະຊາຊົນ ເທົ່າທີ່ຄວນ ເຮັດຄືຈັ່ງວ່າ ບໍ່ມີໃຜເຮັດ ການຕໍ່ຕ້ານ ຜະເດັດການ ໃນລາວເລີຍ ບໍ່ວ່າຢູ່ລາວ ຫຼືຕ່າງປະເທດ ເຖີງແມ່ນວ່າ ການຕໍ່ສູ້ ຂອງຝ່າຍ ປະຊາທິປະໄຕ ຂອງສັງຄົມລາວ ຈະຕົກຢູ່ໃນ ສະພາບ ແນວໃດກໍຕາມ ແຕ່ປະຊາຊົນລາວ ກໍຕ້ອງການ ຟັງຂ່າວດັ່ງກ່າວ ຫຼືຟັງສຽງ ຂອງພວກ ທີ່ຕໍ່ສູ້ ເພື່ອຣະບອບ ປະຊາທິປະໄຕ ຢູ່ສເມີ ຫຼືວ່າ ມັນເປັນການ ບໍ່ເໝາະສົມຊັ້ນຫວາ? ພວກທ່ານຈີ່ງອຸບ ຂ່າວໄວ້ບໍ່ຍອມ ອອກຂ່າວ ພວກເຮົາ ຂໍຮຽກຮ້ອງ ໃຫ້ພວກ ທ່ານ ຈົ່ງເປັນນັກຂ່າວ ທີ່ເຄົາຣົບ ຈັນຍາບັນ ຂອງສື່ມວນຊົນ ເສຣີ ບໍ່ເປັນນັກ ອຸບຂ່າວ ແບບສື່ມວນຊົນ ຂອງຣະບອບ ຜະເດັດການ ທີ່ປິດຫູ ບັງຕາສັງຄົມ.

ກ່ອນອື່ນ ວິທຍຸ ເອເຊັຍເສຣິ ຂໍຂອບໃຈ ນຳບັນດາ ທ່ານໃນ ຄນະກັມມາທິການ ຟຶ້ນຟູແລະສົ່ງເສີມ ສື່ມວນຊົນເສຣີ ໃນສັງຄົມລາວ ທີ່ໄດ້ສົ່ງຈົດໝາຍ ເປິດຊອງ ກ້ານນີ້ ເຖີງພວກເຮົາ ຢ່າງໃດກໍຕາມ ອີງຕາມ ການລົງທ້າຍ ຂອງຈົດໝາຍ ສະບັບນີ້  ພວກທ່ານພຽງແຕ່ ປະທັບຕາ ອົງການ ເພື່ອປະຊາທິປະໄຕ ໃນລາວ ພ້ອມກັບລາຍ ເຊັນ ໂດຍບໍ່ໄດ້ ຂຽນຊື່ເປັນ ລາຍລັກອັກສອນ ຂອງຜູ້ເຊັນເລີຍ ເຖີງຢ່າງໃດ ພວກເຮົາກໍເຂົ້າໃຈ ໃນເຈດຈຳນົງ ຂອງພວກທ່ານດີ ຂໍຈີ່ງຂໍຕອບ ຂໍ້ຂ້ອງໃຈ ຂອງພວກ ທ່ານດັ່ງຕໍ່ໄປນີ້ ການສເນີຂ່າວ ຫຼືການອອກຂ່າວ ກ່ຽວກັບ ການເຄື່ອນໄຫວ ຕ່າງໆ ເພື່ອຊຸກຍຸ້ໃຫ້ມີ ປະຊາທິປະໄຕ ຂອງປະຊາຊົນລາວ ທັງພາຍໃນ ແລະຕ່າງ ປະເທດນັ້ນ ພວກເຮົາ ກໍອອກເລື່ອຍ ໃນຫລາຍເຫດການ ແລະກິຈກັມຕົວຈີງ ຍົກຕົວຢ່າງ ການຈັບ ປະຊາຊົນລາວ ທີ່ກຽມຊຸມນຸມ ເພື່ອຍື່ນຂໍ້ສເນີ ໃຫ້ຣັຖບານລາວ ແກ້ໄຂບັນຫາ ເສຖກິດ ທີ່ເປັນເຫດ ໃຫ້ຊ່າວໜູ່ມລາວ ຕ້ອງໄປເຮັດວຽກ ໃນປະເທດໄທ ແລະການປະທ້ວງ ຢູ່ຕໍ່ໜ້າ ສະຖານທູດລາວ ໃນເຂດນະຄອນຫລວງ Washington DC ຂອງອົງການ ຮ່ວມພະລັງ ຕໍ່ສູ້ ເພື່ອປະຊາທິປະໄຕ ເມື່ອບໍ່ນານມານີ້. ແຕ່ພວກເຮົາ ອາດບໍ່ໄດ້ ອອກຂ່າວ ຕາມທຸກໆ ໃບແຈ້ງການ ຂອງບາງ ອົງການ ທີ່ບໍ່ຮູ້ວ່າມີ ການຈັດຕັ້ງ ຫຼືວ່າມີການ ເຄື່ອນໄຫວ ແຫ້ຫຼືບໍ່?

ການອອກຂ່າວ ຂອງວິທຍຸເອເຊັຍ ເສຣີ ພວກເຮົາ ແມ່ນຕ້ອງ ການສຶກສາ ຊັ່ງຊາວ່າ ສົມເຫດສົມຜົນ ທີ່ຈະນຳເປັນຂ່າວ ໂດຍອີງຕາມ ຈັນຍາບັນ ແລະຫລັກການ ຂອງນັກຂ່າວ ບໍ່ແມ່ນອອກຕາມ ຄວາມປະສົງຂອງ ບຸກຄົນໃດ ບຸກຄົນນື່ງ ທີ່ຕ້ອງການ ໃຫ້ອອກ. ທີ່ກ່າວມານີ້ ກໍແມ່ນ ຄຳອະທິບາຍ ສັ້ນໆແລະຫວັງວ່າ ທ່ານ ຜູ້ເຊັນຊື່ວ່າ ປະທານ ຄນະກັມມາທິການ ຟຶ້ນຟູ ແລະສົ່ງເສີມ ສື່ມວນຊົນເສຣີ ໃນສັງຄົມລາວ ຄົງເຂົ້າໃຈເນາະ.

ຈົດໝາຍ ສະບັບຕໍ່ໄປ ນີ້ ຂຽນຈາກ ທ່ານ ຄ. ຍົມມະຣາຊ ສະບັບນີ້ ທ່ານໄດ້ຂຽນໃນຮູບ ກາບກອນ ເພື່ອຟາກເປັນ ຄະຕິແນວຄິດ ໃຫ້ຍຸວະຊົນ ລາວຮູ້ນໃໝ່ ຜູ້ຈະສືບຕໍ່ ເປັນກະດູກ ສັນຫລັງຂອງຊາດ ໃນອານາຄົດ ນຳໄປຄິດ ໂດຍມີເນື້ອໃນວ່າ:

ຍຸວະຊົລລາວ ຍຸກນີ້ ມີພັກນຳພາ ຣັຖຄຸ້ມຄອງ ປອງດອງຊາດ

ປະຊາຊົນ ເປັນເຈົ້າ ເຝົ້າແຕ່ຄອງຮິດ ຜິດກົດໝາຍ

ຫລາຍແນວຊອບ ປະກອບສີ່ງມົວເມົາ ອຸບາຍະມຸກ

ເກີດຄວາມທຸກ ແສນສັບສົນ ບົນແຜ່ນດີນ ມູນຂອງຊາດ

ຫາກເກີດວ່າ ຍຸວະຊົນຊາຍຍີງ ດີ້ນລົນຂົນຢາບ້າ

ກໍໝົດທ່ານ ຂາດຄຸນສົມບັດ ສີ້ນສັງຄົມ ຈົມເຖີງຊາດ

ມີເງີນຄຳ ກໍ່ນຳມາໃຊ້ ຢ່າງເມົາມົວ

ເພື່ອເສບຊົມ ສົມໃຈມັກ ຂາດສຕິຕາມອາຣົມ

ການພະນັນ ຝີ່ນກັນຊາ ແລະຢາບ້າ ລ້ວນເປັນທຸກ ມະໄລສຸກ

ຊາຍຍີງລາວ ທຸກຖ້ວນໜ້າ ພາກັນຊົມໃຊ້ ດັ່ງໃຈມັກ

ຈະຕ່າວດີ້ນ ຕົນຕົວຈະໝອງ ນ້ຳຕານອງ ຖ້ວມໃບໜ້າ

ອັນນີ້ ຄວາມຈີງແທ້ ບໍ່ແມ່ນວ່າ ເທສນາ ມາສອນສັ່ງ

ຄວາມຕັ້ງໝັ້ນ ຫລິກໜີໄພ ໃຫ້ໄກໄກ ຈະປະເສິດລ້ຳ

ເພາະສີ່ງທີ່ກ່າວນີ້ ຄືຢາຜິດ ປິດຊີວາ ອານາຄົດ

ເຫັນກົງຈັກ ເປັນດອກບົວ ຂາດກັມດີ ມີກັມຊົ່ວ

ສຸດທ້າຍນັ້ນ ຈະຖຶກຈຳຈອງ ກ່ອມປະສາດ ບໍ່ຮູ້ສຶກຕົວ ແທ້ໃດ … ລູກຫລານເອີ່ຍ!

ນັ້ນກໍຄື ຈົດໝາຍ ຂອງທ່ານ ຄ.ຍົມມະຣາຊ ຟາກ ເຖີງ ລູກຫລານລາວ ຮູ້ນໃໝ່ ຂໍຂອບໃຈນຳ ທ່ານ ທີ່ສົ່ງຈົດໝາຍ ເຂົ້າມາຮ່ວມຣາຍການ ຢ່າງສະໝໍ່າສະເໝີ ຫວັງວ່າ ໂອກາດໜ້າ ຈະຂຽນເຂົ້າມາ ຮ່ວມອິກ.   

ທ່ານຜູ້ຟັງທີ່ ເຄົາຣົບ ເວົ້າມາຮອດນີ້ ເວລາ ແຫ່ງຣາຍການ ຕອບຈົ້ດໝາຍ ກໍໄກ້ຈະໝົດ ລົງແລ້ວ ສະນັ້ນ ຂໍເຊີນທ່ານ ຫາຄວາມສຳຣານ ຈາກເພງ  ປິດທ້າຍ ຣາຍການ ໃນມື້ນີ້ໄດ້ເລີຍ    ມາໃນເພງໃຫ້ ຊື່ວ່າ (ວຽງຈັນ ບ້ານເກິດ) ຈາກສິດ ດົງໂດກ ເຊີນຮັບ ຟັງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.