ເຣື້ອງທີ່ເກັບບັນທຶກໄວ້
2009-09-24
ໃນຣາຍການ ຕອບຈົດໝາຍສັປດານີ້ ເຊີນທ່ານຟັງ ຄວາມຄິດຄວາມເຫັນ ກ່ຽວກັບສະພາບ ການຢູ່ປະເທດລາວ ຈາກແຟນຣາຍ ການຫລາຍທ່ານ ເຊັ່ນ: "ຜູ້ອິສຣະ" "ລູກລາວໃຕ໊" "ນ້ຳຕົກຕາດຫຼັກແປດປາກເຊ” “ຄ.ຍົມມະຣາຊ” ຕິດຕາມດ້ວຍ ເພງລາວ “ຟາກຟ້າໄກກັນ” ຂອງທ່ານ “ທະນຸ ສີວີໄຊ” ສີລປີນລາວຕ່າງແດນ ທີ່ປະເທດຝຣັງເສດ.
2009-09-17
ໃນສັປດານີ້, ພວກເຮົາ ກໍໄດ້ຮັບ ຈົດໝາຍ ຂອງທ່ານຜູ້ຟັງ ຫລາຍທ່ານ ດ້ວຍກັນ, ແຕ່ຂ້າພະເຈົ້າ, ຈະຂໍໂຈະ ຂອງຫລາຍໆທ່ານໄວ້ ເນື່ອງຈາກວ່າ ມີຈົດໝາຍ ຂອງທ່ານ ຜູ້ຟັງ ທ່ານນຶ່ງ ສົ່ງມາຈາກ ສປປລາວ ທີ່ມີເນື້ອໃນຍາວ ແລະ ສໍາຄັນ ພໍສົມຄວນ, ແຕ່ຜູ້ຂຽນ ບໍ່ໄດ້ບອກຊື່ ແຕ່ຢ່າງໃດ. ຕິດຕາມມາດ້ວຍ ຜົນງານເພງ ຂອງທ່ານ ຄໍາຫຼ້າ ໜໍ່ແກ້ວ ມາໃນເພງ ”ພັທນາກອນ”
2009-09-14
ການສັມພາດ ໝໍລໍາ ຄໍາພາ ອິນທິສານ ຕອນທີ 2, ຜ່ານມາ ໝໍລໍາ ຄໍາພາ ກໍເລົ່າສູ່ຟັງ ກ່ຽວກັບ ຄວາມເປັນມາ ຂອງລໍາສາຣະວັນ. ສໍາລັບ ມື້ນີ້ ທ່ານ ຈະເລົ່າສູ່ຟັງ ກ່ຽວກັບ ກິຈກັມ ແລະ ການສອນແຄນ ໃນປະເທດ ຝຣັ່ງເສຕ, ຕິດຕາມ ມາດ້ວຍ ລໍາລ່ອງ ”ເຫດການ ວັນທີ 11 ກັນຍາ” ທີ່ພວກກໍ່ການຮ້າຍ ໄດ້ໂຈມຕີ ຕຶກຫໍການຄ້າ ສະຫະຣັຖ ທີ່ ນະຄອນ ນິວ ຢັອກ.
2009-09-10
ຕອບຈົດໝາຍ ຂອງທ່ານ ປະຕິກາຣລາວ, ຄ. ຍົມມະຣາຊ, ຄໍາໄມ ສາຍແມ່ນໍ້າຂອງ ແລະ ທ່ານ ໂຮຊີໂນະ, ຕິດຕາມມາດ້ວຍ ເພງ ”ຮັກສາວໂພນໂຮງ” ພາຍໃນ ສັປດານີ້, ພວກເຮົາ ກໍໄດ້ຮັບ ຈົດໝາຍ ຂອງທ່ານ ຜູ້ຟັງຫລາຍໆທ່ານ ດ້ວຍກັນ, ຊຶ່ງສົ່ງມາທາງໄປສນີ ແລະ ອີເມລ, ບາງຄົນ ກໍສເນີ ຄວາມຄິດເຫັນ ແລະ ບາງຄົນ ກໍຂຽນ ຖາມຂ່າວຄາວ ແລະ ຝາກຄວາມສະບາຍດີ ມາຫາ ທິມງານ ວິທຍຸ ເອເຊັຍເສຣີ ພວກເຮົາ ໝົດທຸກຄົນ. ເຖິງຢ່າງໃດ ກໍຂອບໃຈ ນໍາທຸກໆທ່ານ ທີ່ໄດ້ສົ່ງຂ່າວຄາວ ແລະ ຄໍາຕິຊົມ ມາຫາພວກເຮົາ…
2009-09-07
ຣາຍການ ລໍາລາວ ສັປດາ ນີ້, ພວກເຮົາ ນໍາເອົາສັມພາດ ທ່ານ ຄໍາພາ ອິນທິສານ, ຈາກປະເທດ ຝຣັ່ງເສຕ, ຊຶ່ງເປັນທັງ ໝໍລໍາ, ໝໍແຄນ, ແຕ່ງກອນລໍາ ແລະ ອາຈານ ສອນແຄນ ອີກດ້ວຍມາສເນີທ່ານ. ພ້ອມກັບ ລໍາສາຣະວັນ ”ສັງຂານ”. ນອກຈາກນັ້ນ, ທ່ານ ຄໍາພາ ຍັງໄດ້ເລົ່າສູ່ຟັງ ໂດຍສັງເຂບ ກ່ຽວກັບ ປວັດ ຫລື ຄວາມເປັນມາ ຂອງ ລໍາສາຣະວັນ.
2009-09-03
ໃນສັປດານີ້ ພວກເຮົາ ກໍໄດ້ຮັບຈົດໝາຍ ຈາກທ່ານຜູ້ຟັງ ຫລາຍໆຄົນ ດ້ວຍກັນ, ແຕ່ໄດ້ນໍາເອົາ ຈົດໝາຍ ຂອງທ່ານ ທີ່ໃຊ້ ນາມປາກກາ ວ່າ ລາວ ອົພຍົບ ແລະ ຂອງທ່ານ ຄ. ຍົມມະຣາຊ, ຕິດຕາມ ມາດ້ວຍຜົລງານເພງ ຂອງ ສິດ ດົງໂດກ ມາໃນເພງ ”ປູ່ ສອນຫລານ” ມາເຣີ້ມດ້ວຍຈົດໝາຍ ຂອງທ່ານ ລາວ ອົພຍົບ.