ແມ່ ແລະ ເດັກ: ວັນທີ 17 ກຸມພາ 2009
2009.02.17
ຄືດັ່ງທີ່ຮູ້ນໍາກັນ ພາຍຫລັງມີການປ່ຽນແປງ ຣະບອບການປົກຄອງ ໃນລາວຈາກຣະບອບ ຣາຊອານາຈັກ ມາເປັນຣະບອບ ພັກດຽວເຄົ້າດຽວ ກໍາອໍານາດເມື່ອປີ 1975 ຊາວລາວຈໍານວນ ຫລວງຫລາຍໄດ້ໜີ ອອກຈາກປະເທດ ໂດຍມີຄວາມຫວັງ ໄປຕັ້ງຖີ່ນຖານ ໃໝ່ໃນຕ່າງແດນ ທີ່ມີຄວາມຈເຣີນ ຮຸ່ງເຮືອງມີເສຣີ ປະຊາທິປະໄຕ. ໃນຈໍານວນນັ້ນກໍມີ ສົມພອນ ຮວມຢູ່ດ້ວຍ.
ສົມພອນເປັນຄຣູສອນ ຢູ່ໂຮງຮຽນ ໃນເຂດເມືອງ Milwalkee ຣັດ Wisconsin ສະຫະຣັດ ອະເມຣິກາ ແລະກໍຈາກເມືອງ ລາວມາເມື່ອ20ປີກ່ອນ. ສີ່ງນຶ່ງທີ່ນາງຝັນ ມາຕລອດນັ້ນກໍຄື ການມີໂອກາດ ໄດ້ກັບຄືນມາຢາມ ເມືອງລາວຊຶ່ງເປັນ ບ້ານເກີດຂອງນາງ ແລະນາງມີຄວາມ ຜູກພັນມີຄົນ ທີ່ນາງຮັກແລະມີຄົນ ຄິດຮອດຄິດເຖິງ ນາງ ເຖິງແມ່ນວ່າຈະຢູ່ ຫ່າງໃກກັນເປັນ ເວລານານແລ້ວກໍຕາມ. ສົມພອນກ່າວວ່າ
ນັ້ນກໍເປັນການ ສໍາພາດ ສົມພອນ ສັຕຣີລາວ ອະເມຣິກັນ ແລະກໍເປັນຄຣູສອນ ຢູ່ໂຮງຮຽນມັທຍົມ public school ໃນເຂດເມືອງ Milwalkee ສະຫະຣັດ ອະເມຣິກາ ການສໍາພາດມີຂຶ້ນ ໃນເດືອນມົກກະຣາ 2009 ນີ້.
ສົມພອນຄາດວ່າ ຈະກັບມາຢາມເມືອງລາວ ຕື່ມອີກເປັນເທື່ອທີ 6 ໃນອີກ 2 ປີຂ້າງໜ້າ.









