ແມ່ ແລະ ເດັກ: ວັນທີ 17 ເມສາ 2009
2009.04.20
ໃນປັດຈຸບັນ ບັນຫາທີ່ ລໍ່ແຫລມທີ່ສຸດ ແມ່ນມີເດັກ ນ້ອຍລາວໃນເຂດ ຊົນນະບົດ ຕັ້ງແຕ່ ເໜືອຮອດໄຕ້ ທີ່ມີອາຍຸຫລຸດ 5 ປີ, ປະມານ 40% ໄດ້ຮັບ ຜົນກະທົບ ຈາກການຂາດ ສານອາຫານ ຂາດທາດບໍາຣຸງ ຢ່າງຮ້າຍແຮງ, ຕາມຣາຍງານຢູ່ ໃນກອງປະຊຸມ ເຜີຍແຜ່ ນະໂຍບາຍ ແຫ່ງຊາດດ້ານການ ໂພຊນາການ ແຕ່ວັນທີ 8 ຫາ ວັນທີ 11 ເມສາ 2009 ຢູ່ນະຄອນ ຫລວງວຽງຈັນ.
ຣາຍງານນັ້ນ ບອກໃຫ້ຮູ້ວ່າ ໃນຈຳນວນ ເດັກນ້ອຍ 2 ຄົນໃດ ມີຜູ້ນຶ່ງເປັນ ເດັກຂອດຫລືວ່າ ນ້ອຍຜິດປົກກະຕິ ຍ້ອນຂາດສານ ອາຫານ ຢ່າງຮ້າຍແຮງ ເຮັດໃຫ້ ພວກເຂົາຂາດການ ຈະເຣີນເຕີບໂຕ ທາງດ້ານຮ່າງກາຍ ແລະມັນສະຫມອງ ມີຮູບຮ່າງ ຕົນໂຕບໍ່ໃຫຍ່ ຫລືຕໍ່າເຕັ້ຽບໍ່ ສົມອາຍຸ. ເດັກນ້ອຍພວກນີ້ ຖ້າລອດຊີວິດ ໄປ ຮອດເປັນຜູ້ໃຫຍ່ ພວກເຂົາກໍຈະ ຕ້ອງໄດ້ຮັບການ ເອົາໃຈໃສ່ຫລາຍ ເປັນພິເສດຈາກ ພໍ່ແມ່ ຫລືຜູ້ປົກຄອງ, ພວກເຂົາຈະເຈັບ ປ່ວຍໄດ້ງ່າຍ ເພາະສຸຂພາບ ຮ່າງ ກາຍອ່ອນແອ ຍ້ອນພູມຕ້ານທານ ໃນຮ່າງກາຍຕໍ່າ. ນອກຈາກນັ້ນແລ້ວ ຍັງມີເດັກນ້ອຍ ທີ່ມີອາຍຸ ຕໍ່າກວ່າ 5 ປີ ຂາດຈຸລະສານ ອາຫານ ເຖິງ 41% ແລະມີແມ່ຍິງ ຖືພາມານເປັນ ໂຣກຂາດເລືອດ ຫລືຂາດເມັດ ເລືອດແດງ ຕື່ມອີກ. ກ່ຽວກັບບັນຫາ ເດັກນ້ອຍຂາດ ສານອາຫານ ຂາດທາດບໍາຣຸງ ໃນປະເທດລາວ ນັ້ນສະມາຊິກ ສະພາແຫ່ງ ຊາດລາວກໍໄດ້ ສະແດງຄວາມ ເປັນຫ່ວງນຳ ໃນທີ່ປະ ຊຸມສໃມສາມັນ ຄັ້ງຫລັງສຸດ ຜ່ານມາວ່າ:
ເດັກຂາດສານ ອາຫານ ລຸດ 5 ປີ ຕົວຢ່າງປີ 93 ມີ 47.3% ປີ 2000 40.7% ນີ້ແມ່ນສໍາຣວດ ຢ່າງຄັກແນ່ ແລະປີ 2006 ມີ 40.4% ແມ່ນ ຈຶ້ງຢູ່ຄືເກົ່າ ລຸດນ້ອຍນຶ່ງ ໂຕນີ້ ບອກອັນໃດ ຊີ້ບອກວ່າ ໃນມາຕຖານ ສາກົນຂອງ ຄວາມທຸກຍາກ ໂຕນີ້ແມ່ນໂຕ ສຳຄັນ ໝາຍເຖິງ ຄາລໍຣີ ໝາຍ ເຖິງສະບຽງ ອາຫານ ບັນຫານີ້ ຖ້າມັນຍັງຢູ່ ໝາຍຄວາມວ່າ ການພັທນາ ເສຖກິດເຖິງ ຈະເຕີບໂຕພວກ ເຮົາພັທນາໄດ້ ແຕ່ດ້ານທີ່ ເວົ້າວ່າເສຖກິດ ຂື້ນຢູ່ຂັ້ນຕົວ ເມືອງແຕ່ຊົນນະບົດ ຍັງມີບັນຫາ.
ໃນຊ່ວງປີ 2007 ໂຄງການ ອາຫານໂລກຂອງ ສະຫະປະຊາຊາດ ກໍໄດ້ອອກ ຣາຍງານກ່ຽວກັບ ສະພາບການ ຂາດສານອາຫານ ຂອງເດັກນ້ອຍລາວ ອາຍຸບໍ່ ຮອດ 5 ປີ ວ່າຍັງສູງ ເຖິງແມ່ນວ່າ ເສຖກິດຂອງ ລາວຈະມີ ການຂຍາຍໂຕ ຂື້ນແດ່ ໃນທົສວັດຫລັງ ມານີ້ກໍຕາມ. ໂຄງການ ອາຫານໂລກ ຣະບຸວ່າ ເດັກນ້ອຍລາວ ປະມານ 255,000 ຄົນ ຍັງສ່ຽງຕໍ່ ສະພາບ ຂາດສານອາຫານ ຊຶ່ງໃນປີ 2005 ລາວ ມີປະຊາກອນ 5 ລ້ານ 6 ແສນຄົນ. ໂຄງການອາຫານ ໂລກໄດ້ອີງໃສ່ ຜົນການສໍາຣວດ 4,000 ຄອບຄົວທີ່ໄດ້ ສໍາຣວດແຕ່ເດືອນ ຕຸລາ ຫາເດືອນ ພຶສຈິກາປີ 2006. ພ້ອມດຽວກັນນັ້ນ ໂຄງການ ອາຫານໂລກ ກໍເວົ້າເຖິງ ການບໍ່ມີ ຄວາມຮັບປະກັນ ໃນເລື່ອງການມີ ອາຫານພຽງພໍ ໂດຍສະເພາະ ໃນບັນດາແຂວງ ພາກເໜືອຂອງລາວ ເຊັ່ນແຂວງ ບໍ່ແກ້ວ, ຊຽງຂວາງ, ແລະ ແຂວງ ສາຣະວັນ, ເຊກອງ ຢູ່ພາກໄຕ້ ຂອງລາວ. ແລະວ່າຄອບຄົວ ຊາວລາວສ່ວນໃຫຍ່ ອາໃສຜົນຜລິດ ຂອງຕົນເອງ. ການຜລິດເຂົ້າ ຄືກິຈກັມຕົ້ນ ຕໍໃນຊີວິດ ຄອບຄົວຄົນລາວ ເຂດຊົນບົດ. ສ່ວນວ່າ ປະຊາຊົນ ທີ່ອາໃສ ຢູ່ໃນເຂດຕົວ ເມືອງຕ່າງໆມີພຽງ 27% ຂອງພົລເມືອງລາວ ທັງໝົດ.
ປະເທດລາວ ກ່າວກັນວ່າ ເມື່ອກ່ອນ ເປັນປະເທດນຶ່ງ ໃນພາກພື້ນ ເອເຊັຽຕາເວັນ ອອກສ່ຽງໄຕ້ ທີ່ມີຄວາມ ອຸດົມສົມບູນ ໄປດ້ວຍອາຫານ ການກິນນາໆ ຊນິດທີ່ໃຫ້ ສານອາຫານຕ່າງໆ ຊຶ່ພໍຫາໄດ້ ຈາກທັມຊາດ ສໍາລັບ ປະຊາຊົນ ພົລເມືອງ ຂອງຕົນ. ຖ້າຢາກກິນປາ ກໍລົງໄປນ້ຳ ຂອງໄປຫ້ວຍ ໄປໜອງ. ຖ້າຢາກກິນຜັກ ກໍອອກ ໄປຮົ້ວໄປສວນ ລົງທົ່ງໄຮ່ ທົ່ງນາ ຂອກແຄແຈຮົ້ວ ກໍໄດ້ມາ ພໍກິນແລ້ວ. ແຕ່ຕົກມາ ໃນສໃມນີ້ ສະພາບອາຫານ ການກິນຂອງ ປະຊາຊຊົນ ໃນປະເທດລາວ ຊຶ່ງເປັນ ປະເທດນຶ່ງໃນ ຈຳນວນປະເທດ ທີ່ດ້ອຍພັທນາ ທີ່ສຸດແລະຍາກ ຈົນທີ່ສຸດ ໃນໂລກ. ປະຊາຊົນ ຈຳນວນຫລວງຫລາຍ ທຸກຍາກຂາດແຄນ ມີຣາຍໄດ້ຕ່ຳ ແຕ່ໃນຂະ ນະດຽວກັນ ກໍມີ ປະຊາຊົນ ຈຳນວນໜ້ອຍນື່ງ ເປັນຜູ້ຮັ່ງມີ ດີໄດ້ມີຊີວິດ ການເປັນຢູ່ ສະດວກສະບາຍ ແບບທີ່ວ່າ ຜູ້ມີກິນ ກໍກິນພໍຮາກ ຜູ້ອຶດຢາກ ກໍຢາກພໍຕາຍ. ຄົນເຈັບ ຫລືຄົນປ່ວຍ ສ່ວນຫລວງຫລາຍ ບໍ່ເຄີຍໄດ້ ຍິນວ່າເປັນຍ້ອນ ມີອາຫານກິນ ຫລາຍໂພດແຕ່ ກົງກັນຂ້າມ ໄດ້ຍິນແຕ່ວ່າ ມີຜູ້ລົ້ມປ່ວຍ ຍ້ອນມີອາຫານ ການ ກິນບໍ່ພຽງພໍ ຫລືບໍ່ກໍແມ່ນ ຍ້ອນມີອາຫານ ຂາດທາດບຳລຸງ.
ເວົ້າສະເພາະ ຢູ່ແຂວງອັຕປື ຊຶ່ງເປັນອີກແຂວງ ນຶ່ງຂອງລາວ ໃນພາກໄຕ້ທີ່ວ່າ ການຂາດສານ ອາຫານ ແມ່ນຍັງເປັນ ບັນຫາສໍາລອງ ລົງມາຈາກ ບັນຫາການຂາດ ອາຫານການກິນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸກ ແຂວງອັຕປື …
ໂດຍສະເພາະ ຢູ່ໃນເຂດ ຊົນນະບົດ ມັນບໍ່ມີ ອາຫານການກິນ ເຂົາກໍມີກິນ ຕາມສິ່ງທີ່ເຂົາ ມີບາດນີ້ສິ່ງ ທີ່ເຂົາມີ ອາຫານ 5 ໝູ່ ມັນກໍ ບໍ່ເຖິງດອກ ເຮົາມາເບິ່ງວ່າ ເດັກນ້ອຍ ຢູ່ຊົນນະບົດ ອາຍຸຫລາຍຢູ່ ແຕ່ວ່າບໍ່ໃຫຍ່.
ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວຫລາຍ ທ່ານວ່າ ປະຊາຊົນໃນ ເຂດຊົນນະບົດ ໂດຍທົ່ວໄປແລ້ວ ແມ່ນບໍ່ໄດ້ ຮຽນໜັງສືບ ພໍເທົ່າໃດ ຫລືບໍ່ໄດ້ ເຂົ້າໂຮງຮຽນ ເລີຍກໍມີ. ຍ້ອນແນວນັ້ນ ພວກເຂົາເຈົ້າ ຈຶ່ງບໍ່ຮູ້ເລື່ອງ ການຈັດຫາ ອາຫານຕ່າງໆ ທີ່ມີທາດ ບຳລຸງຄົບ 5 ໝູ່ໃຫ້ພວກ ລູກຫລານ ຂອງຕົນກິນ ຫລືວ່າຮູ້ ກໍບໍ່ສາມາດ ຫາມາໄດ້ເພາະ ບາງຄອບຄົວ ເຖິງຂັ້ນວ່າຢູ່ ໃນສະພາບ ອຶດຢາກ. ດັ່ງນັ້ນເດັກນ້ອຍ ໃນເຂດ ຊົນນະບົດ ຈຶ່ງມີການ ພັທນາທາງ ດ້ານຮ່າງ ກາຍ ແລະ ສະຕິປັນຍາ ຊ້າກວ່າເດັກນ້ອຍ ໃນເຂດຕົວເມືອງ ທີ່ມີອາຫານ ການກິນດີກວ່າ ແລະພໍ່ແມ່ ກໍມີຄວາມຮູ້ ຄວາມຫລັກຫລາຍກວ່າ. ນັ້ນກໍຄື ສະພາບການ ກິນການຢູ່ ແບບເປັນ ປົກກະຕິຂອງ ເດັກນ້ອຍລາວ ທົ່ວໄປ ໂດຍສະເພາະ ຢູ່ຕາມເຂດ ຊົນນະບົດ ຕັ້ງແຕ່ເໜືອ ຮອດໄຕ້.
ແຕ່ໃນເມື່ອເກີດ ມີວິກິດການ ທາງດ້ານເສຖກິດ ແລະການເງິນ ຢູ່ປະເທດຕ່າງໆ ໃນໂລກບໍ່ວ່າ ຈະເປັນປະເທດ ໃຫຍ່ຫລື ປະເທດນ້ອຍ ປະເທດຮັ່ງມີ ຫລືທຸກຍາກ ຕ່າງກໍໄດ້ຮັບ ຜົນກະທົບ ບໍ່ວ່າທາງກົງ ຫລືທາງອ້ອມ ຈະກະທົບໜ້ອຍ ຫລືຫລາຍນັ້ນ ສປປລາວ ກໍເຫັນວ່າ ຈະບໍ່ອາດ ລອດພົ້ນໄປຈາກ ຜົນກະທົບ ນັ້ນໄດ້ເປັນຕົ້ນ ແມ່ນການລົງທຶນ ຂອງຕ່າງປະເທດ, ການສົ່ງສີນຄ້າ ອອກໄປຂາຍ ຕ່າງປະເທດ, ການທ່ອງທ່ຽວ ແລະຈະມີການ ຫວ່າງງານຫລາຍຂຶ້ນ. ອີກອັນນຶ່ງທີ່ ສໍາຄັນແມ່ນ ຈະເຮັດໃຫ້ ຊີວິດການ ເປັນຢູ່ຂອງ ປະຊາຊົນ ປະສົບກັບ ສະພາບຂາດແຄນ ອາຫານການກິນ ທີ່ມີທາດ ບໍາຣຸງເປັນຕົ້ນ ສຳລັບ ພວກເດັກນ້ອຍ ທີ່ມີຈໍານວນ ຫລວງ ຫລາຍຊຶ່ງກໍາລັງ ຂາດສານອາຫານ ຢູ່ລາວ ໃນປັຈຸບັນ.
ແຕ່ເຖິງແນວໃດ ກໍມີໂຄງການ ທີ່ພໍຈະຊ່ວຍ ທຸເລົາຄວາມ ຂາດແຄນອາຫານ ທີ່ມີທາດບໍາຣຸງ ຂອງເດັກນ້ອຍລາວ ໄດ້ຈຳນວນນຶ່ງ ນັ້ນກໍຄື ໂຄງການ ຊ່ວຍເຫລືອ ຂອງຕ່າງປະເທດ ເພື່ອໃຫ້ອາຫານ ທ່ຽງແກ່ເດັກນ້ອຍ ນັກຮຽນລາວ. ກ່ຽວກັບໂຄງການ ອາຫານທ່ຽງນັ້ນ ເຈົ້າໜ້າທີ່ລາວ ທ່ານນຶ່ງເຫັນວ່າ ຈະໃຫ້ຜົນດີ ຫລາຍ.
ຄິດວ່າມີຜົນ ດີຫລາຍຢ່າງຢູ່ ເລື່ອງບັນຫາ ອາຫານກາງວັນ ກໍເປັນບັນຫາ ທີ່ເຂົາເຈົ້າ ມີຄວາມຫຍູ້ງຍາກ ຂອງຊາວຊົນເຜົ່າ ຖ້າເຮົາມີ ອາຫານ ກາງວັນໃຫ້ ເຂົາກິນເຂົາຈະ ມາໂຮງຮຽນ ຫລາຍຂຶ້ນ.
ນອກຈາກໂຄງການ ອາຫານໂລກແລ້ວ ກໍມີກອງທຶນ ເພື່ອການພັທນາ ແມ່ແລະເດັກຂອງ ສະຫະປະຊາຊາດ ທີ່ໃຫ້ການຊ່ວຍ ເຫລືອແກ່ ຣັຖບານລາວ ໃນການ ພັທນາຊີວິດ ການເປັນຢູ່ຂອງ ເດັກນ້ອຍ ເຍົາວະຊົນລາວ ຊຶ່ງເລິ້ມມາແຕ່ ປີ 1991 ເຖິງປີ 2006 ດ້ວຍມູນຄ່າຫລາຍ ກວ່າ 80 ລ້ານໂດລາ ສະຫະຣັດ ແລະໄດ້ ປະກາດໃຫ້ການ ຊ່ວຍເຫລືອຕື່ມອີກ 9 ລ້ານໂດລາ ສໍາລັບແຕ່ປີ 2007 ຫາປີ 2011. ແລະຕາມຂ່າວ ເມື່ອຕົ້ນປີ 2009 ນີ້ກໍວ່າ ສະຫະຣັດ ອະເມຣິກາ ກໍໄດ້ໃຫ້ ການຊ່ວຍເຫລືອ ຈໍານວນ 9 ລ້ານໂດລາ ເພື່ອຊ່ວຍຂຍາຍ ໂຄງການອາຫານ ກາງວັນໃຫ້ແກ່ ໂຮງຮຽນໃນລາວ ສຳລັບ 3 ປີຂ້າງໜ້າ ໂດຍຜ່ານໂຄງການ ອາຫານ ໂລກ. ໂຄງການນີ້ ເລີ້ມປະຕິບັດ ໃນ 3 ແຂວງພາກໄຕ້ ຂອງລາວ ມີນັກຮຽນ ຈໍານວນຫລວງ ຫລາຍທີ່ຂາດ ອາຫານການກິນ ກວ່າແຂວງອື່ນໆ.
ໂດຍທົ່ວໄປແລ້ວ ອາຫານຊຶ່ງ ຜູ້ຄົນຮວມທັງ ເດັກນ້ອຍຄວນກິນ ໃນແຕ່ລະມື້ ແຕ່ລະວັນນັ້ນ ຄວນປະກອບ ດ້ວຍອາຫານ ຫລາຍຊະໜິດ ທີ່ແຕກຕ່າງກັນ ແລະກໍ ເປັນອາຫານ ທີ່ຈໍາເປັນ ສໍາລັບຮ່າງກາຍ ເພື່ອທີ່ຈະມີ ການເຕີບໃຫຍ່ ທາງດ້ານຮ່າງກາຍ ແລະມີການ ພັທນາທາງດ້ານ ມັນສມອງໄດ້ດີ. ໃນນັ້ນກໍມີ ຜັກຂຽວ, ຜັກສີ ເຫລືອງ, ໝາກໄມ້ທີ່ມີ ຣົດສົ້ມອົມຫວານ, ປາ, ຊີ້ນ, ໝາກທົ່ວ, ເຂົ້າ.









