ແມ່ ແລະ ເດັກ: ວັນທີ 27 ມົກກະຣາ 2009
2009.01.27
ປະເທດລາວ ເມື່ອສມັຍກ່ອນໆ ກ່າວກັນວ່າ ເປັນປະເທດນຶ່ງ ໃນພາກພື້ນ ເອເຊັຽຕາ ເວນອອກສ່ຽງ ໄຕ້ທີ່ມີ ຄວາມອຸດົມ ສົມບູນໄປ ດ້ວຍອາຫານ ການກິນນາໆ ຊນິດທີ່ ສາມາດຫາໄດ້ ຕາມທັມຊາດ ທີ່ໃຫ້ສານ ອາຫານ ທາດບໍາຣຸງ ຕ່າງໆສໍາລັບ ປະຊາຊົນ ພົລເມືອງຂອງຕົນ ນ້ອຍໜັກນ້ອຍໜາ ທີ່ໄດ້ຮັບ ຄວາມເດືອດຮ້ອນ ຍ້ອນໄພທັມຊາດ ໄພແຫ້ງແລ້ງ ນໍ້າຖ້ວມ. ຖ້າຢາກກິນປາ ກໍໃສ່ເບັດ ໃສ່ລານ ຕຶກແຫ ເລາະສ້ອນ ຕຶກກະດຸ້ງ ໃສ່ມອງ ກໍໄດ້ມາກ້ອຍ ມາລາບ ຕົ້ມປົ່ນຕົ້ມແຈ່ວ. ຖ້າຢາກ ກິນຜັກ ກິນໝີ່ ກໍໄປຮົ້ວ ໄປສວນ ຫລືອອກໄປ ທົ່ງໄຮ່ທົ່ງນາ ຂອກແຄແຈຮົ້ວ ຫລືກະທັງ ຫລັງບ້ານ ໜ້າບ້ານ ກໍໄດ້ຜັກ ມາກິນ ມາໜຶ້ງ ມາເອາະມາອ່ອມ. ແຕ່ຄວາມ ອຸດົມສົມບູນ ທີ່ວ່ານັ້ນ ປາກົດວ່າ ກາຍເປັນອາດີດ ໄປເສັຽແລ້ວ. ມາໃນປັຈຸບັນນີ້ ບໍ່ເປັນຄື ແນວນັ້ນແລ້ວ ແລະທັງມີ ຣາຍງານວ່າ ຢູ່ປະເທດລາວ ມີເດັກ ນ້ອຍ ຢູ່ໃນສພາບ ຂາດສານອາຫານ ທາດບໍາຣຸງ ຈໍານວນບໍ່ໜ້ອຍ ຕັ້ງແຕ່ເໜືອ ຕລອດໄຕ້.
ແລະໃນຕົ້ນປີ 2009ນີ້ເອງ ເວົ້າສເພາະ ພຽງແຕ່ຢູ່ແຂວງ ອັດຕະປື ພາກໄຕ້ຂອງລາວ ຊຶ່ງເປັນແຂວງ ນຶ່ງໃນບັນດາ ແຂວງຕ່າງໆ ທີ່ມີບັນຫາ ຂາດສານ ອາຫານ ຫລືບໍ່ມີ ອາຫານການກິນ ທີ່ມີທາດ ບໍາຣຸງຮ່າງກາຍ ຂອງຜູ້ຄົນ ເປັນຕົ້ນ ພວກເດັກນ້ອຍ ຢູ່ຕາມຊົນນະບົດ ຫລືມີກໍມີ ບໍ່ພຽງພໍ ອັນສົ່ງຜົນ ສທ້ອນເຮັດໃຫ້ ຮ່າງກາຍ ແລະມັນສໝອງ ຂອງເດັກນ້ອຍ ໄດ້ຮັບການພັທນາ ບໍ່ສົມບູນ.
ຄວາມຈີງແລ້ວ ຢູ່ປະເທດລາວ ການຂາດສານ ອາຫານຍັງ ເປັນບັນຫາ ສໍາຮອງລົງມາ ຈາກບັນຫາ ຂາດສານອາຫານ ການກິນ ຂອງປະຊາຊົນ. ດຣ. ບຸນເຕັມ ສັງສົມສັກ ຫົວໜ້າຜແນກ ສາທາຣະນະສຸກ ແຂວງອັຕປື ກ່າວເຖິງສພາບ ຂາດແຄນອາຫານ ຢູ່ພາຍໃນ ແຂວງນັ້ນວ່າ: ເລື່ອງໂພສນາການ ກໍຖືວ່າ ຍັງຂາດຫລາຍ ໂດຍສເພາະ ຢູ່ໃນເຂດ ຊົນນະບົດ ມັນບໍ່ມີ ອາຫານການກິນ ເຂົ້າກໍກິນ ຕາມສິ່ງທີ່ເຂົາມີ ບາດນີ້ ສີ່ງທີ່ເຂົາມີ ອາຫານ5ໝູ່ ມັນກໍບໍ່ເຖິງດອກ ເຮົາມາເບິ່ງ ວ່າເດັກນ້ອຍ ຢູ່ຊົນນະບົດ ອາຍຸຫລາຍ ແຕ່ບໍ່ໃຫຍ່ ບາງຄອບຄົວ ໃນເຂດຊົນນະບົດ ຂັ້ນອຶດຢາກ ກໍມີ.
ອົງການແມ່ ແລະເດັກ ສະຫະປະຊາຊາດ ຫລື UNICEF ກ່າວຕໍ່ກອງປະຊຸມ ກ່ຽວກັບການ ແກ້ໃຂບັນຫາ ຜົນກະທົບຈາກ ວິກິດການ ທາງດ້ານເສຖກິດ ຕໍ່ເດັກນ້ອຍ ເມື່ອວັນທີ 6ມົກກະຣາ 2009 ນີ້ຢູ່ສີງ ກະໂປວ່າ ການກິນອາຫານ ຂອງຜູ້ຄົນ ລຸດນ້ອຍລົງ ໂດຍສເພາະ ໃນບັນດາ ຄອບຄົວຄົນ ຍາກຄົນຈົນ ທີ່ສືບເນື່ອງ ມາຈາກ ວິກິດການ ເສຖກິດໂລກນັ້ນ ຈະສ້າງຄວາມ ກະທົບກະເທືອນ ໃສ່ການເຕີບໂຕ ທາງດ້ານຮ່າງກາຍ ແລະຄວາມສາມາດ ໃນການພັທນາ ມັນສໝອງ ຂອງເດັກນ້ອຍ ແລະເດັກນ້ອຍ ຈະຖືກບັງຄັບ ໃຫ້ອອກໂຮງຮຽນ ຫລາຍເພີ່ມຂຶ້ນຕື່ມ ຍ້ອນຣາຍໄດ້ ຂອງຄອບຄົວ ນ້ອຍລົງ. ແລະທ່ານ Vivian Balakrishnan ຣັຖມົນຕຣີ ເພື່ອການພັທນາ ຊຸມຊົນ ຊາວນຸ່ມແລະ ການກິລາ ສິງກະໂປ ກໍວ່າ ວິກິດການ ເສຖກິດໂລກ ມີຜົນສທ້ອນ ທີ່ສໍາຄັນ ໃສ່ສພາບ ເສຖກິດ ແລະສັງຄົມ ຂອງປະເທດ ຕ່າງໆໃນໂລກ ແລະເປັນການ ເພີ່ມຄວາມສ່ຽງ ສໍາລັບເດັກນ້ອຍ ທີ່ຢູ່ໃນສພາບ ຂອງຄວາມສ່ຽງ ທາງດ້ານຮ່າງກາຍ ແລະແນວຄິດ ຈິດໃຈ ຢູ່ແລ້ວນັ້ນ ຕື່ມອີກ.
ຕາມການສຶກສາ ຂອງໂຄງການ ອາຫານໂລກ World Food Program ເມື່ອປີ2007 ໃນເຂດ ຊົນນະບົດ ຂອງລາວ ມີເດັກນ້ອຍ ຈໍານວນເຄິ່ງນຶ່ງ ມີສຸຂພາບ ບໍ່ແຂງແຮງ ຍ້ອນຂາດ ສານອາຫານ ຫລືກິນອາຫານ ບໍ່ມີທາດ ບໍາຣຸງຄື ມີປະມານ 255ພັນຄົນ. ກ່ຽວກັບບັນຫາ ທີ່ກ່ຽວພັນ ກັບເດັກນ້ອຍ ຂາດສານອາຫານ ທາດບໍາຣຸງ ໃນປະເທດ ລາວນີ້ ສະມາຊິກສພາ ຜູ້ແທນແຫ່ງ ຊາດລາວ ກໍໄດ້ກ່າວ ສແດງຄວາມ ເປັນຫ່ວງໃນ ທີ່ປະຊຸມ ສພາສໃໝສາມັນ ເມື່ອປີກາຍວ່າ ...ອັຕຣາ ການຂາດສານ ອາຫານ ຂອງເດັກນ້ອຍ ຍັງຈຶ້ງຢູ່ຄືເກົ່າ ໂດຍສເພາະ ເດັກນ້ອຍລຸດ 5ປີ ຕົວຢ່າງ 93ມີ47.3ເປີເຊັນ, ປີ2000 40.7ເປີເຊັນ -ນີ້ ແມ່ນການສໍາຣວດ ຄັກແນ່ ລະປີ2006 ມີ40.4ເປີເຊັນ ແມ່ນຈັ້ງຢູ່ຄືເກົ່າ ລຸດນ້ອຍນຶ່ງ ໂຕນີ້ບອກ ອັນໃດ ຊີ້ບອກວ່າ ໃນມາຕຖານ ສາກົນ ໝາຍເຖິງ calory ສານອາຫານ ພັທນາໄດ້ ຢູ່ແຕ່ຕົວເມືອງ ຊົນນະບົດ ຍັງຄືເກົ່າ.
ຕາມຄໍາເວົ້າ ຂອງເຈົ້າໜ້າ ທີ່ລາວ ທີ່ກ່ຽວຂ້ອງວ່າ ປະຊາຊົນ ໃນເຂດຊົນນະບົດ ຂອງລາວ ໂດຍທົ່ວໄປ ຣະດັບການ ສຶກສາ ກໍບໍ່ມີ ຈຶ່ງບໍ່ຮູ້ເລື່ອງ ການຈັດຫາ ອາຫານ ຕ່າງໆ ທີ່ຄົບ5 ໝວດໝູ່ໃຫ້ ພວກລູກຫລານ ໄດ້ບໍຣິໂພກ. ບາງຄອບຄົວ ກໍເຖິງຂັ້ນ ຢູ່ໃນສພາບ ອຶດຢາກ. ດັ່ງນັ້ນເດັກ ນ້ອຍໃນເຂດ ຊົນນະບົດ ຈຶ່ງມີການ ພັທນາ ທາງດ້ານ ຮ່າງກາຍແລະ ສະຕິປັນຍາ ທີ່ຊ້າກວ່າ ເດັກນ້ອຍໃນ ເຂດຕົວເມືອງ ທີ່ມີອາຫານ ການກິນ ທີ່ດີກວ່າ ແລະພໍ່ແມ່ ມີຄວາມຮູ້ ຄວາມລັກ ຫລາຍກວ່າ.
ນັ້ນກໍຄື ການກິນການ ຢູ່ຂອງເດັກນ້ອຍ ລາວທົ່ວໄປ ໂດຍສເພາະ ຢູ່ຕາມເຂດ ຊົນນະບົດ ຕັ້ງແຕ່ເໜືອ ຮອດໄຕ້ ໃນສພາບ ປົກກະຕິ. ແຕ່ເມື່ອເກີດ ວິກິດການ ເສຖກິດ-ການເງິນ ຊຶ່ງປະເທດ ຕ່າງໆບໍ່ວ່າ ປະເທດໃຫຍ່ ປະເທດນ້ອຍ ຮັ່ງມີຫລື ທຸກຍາກຕ່າງ ກໍໄດ້ຮັບ ຜົນກະທົບ ບໍ່ວ່າທາງກົງ ຫລືທາງອ້ອມ ໜ້ອຍຫລືຫລາຍ ນັ້ນ ສປປລາວ ກໍເຫັນວ່າ ຈະບໍ່ອາດ ລອດພົ້ນ ໄປໄດ້ຈາກ ຜົນກະທົບນັ້ນ ເປັນຕົ້ນດ້ານ ການສົ່ງສີນຄ້າ ອອກໄປຂາຍ ຕ່າງປະເທດ ແລະ ການທ່ອງທ່ຽວ. ຈະມີການ ຕົກງານຫລາຍ ຂຶ້ນຢູ່ພາຍ ໃນລາວ ແລະຕາມໂຮງ ຈັກໂຮງງານ ຕ່າງໆຢູ່ ຕ່າງປະເທດ ໂດຍສເພາະ ປະເທດໄທ ຊຶ່ງຕາມຂໍ້ມູນ ຈາກຫລາຍ ແຫລ່ງຂ່າວ ວ່າ ມີຄົນງານ ລາວຈໍານວນ ຫລາຍກວ່າ 3ແສນຄົນ ເຮັດວຽກທັງ ຖືກກົດໝາຍ ແລະຜິດກົດໝາຍ ຢູ່ໄທຊຶ່ງ ປາກົດວ່າ ຈະປະເຊີນກັບ ການຕົກງານ ຢູ່ຫລາຍ ໃນປີ 2009ນີ້ ໃນຂະນະ ທີ່ຄົນງານ ໄທເອງ ກໍຄາດວ່າ ຈະຕົກງານ ຈໍານວນຫລວງ ຫລາຍເຖິງລ້ານ ກວ່າຄົນ ຍ້ອນສະພາບ ເສຖກິດ ຖອຍຫລັງ.
ແຮງງານລາວ ທີ່ເຮັດວຽກຢູ່ ຕາມໂຮງຈັກ ໂຮງງານ ຢູ່ໃນຕົວ ເມືອງໃຫຍ່ຂອງລາວ ແລະຂອງໄທ ສ່ວນໃຫຍ່ ແມ່ນໄປຈາກ ຄອບຄົວ ທີ່ຍາກຈົນ ໃນເຂດ ຊົນນະບົດ ຂອງລາວ. ແລະການໄປ ນັ້ນກໍແມ່ນ ດ້ວຍຄວາມຫວັງ ຫາເງິນຫາຄໍາ ມາຊ່ວຍສົ່ງເສັຽ ຈູນເຈືອຄອບຄົວ ລ້ຽງພໍ່ແມ່ ນ້ອງນຸ່ງພໍ ໃຫ້ມີຢູ່ມີ ກິນຢູ່ທາງ ເມືອງລາວແຕ່ ເມື່ອຕົກມາ ເປັນຄືແນວນີ້ ຄວາມຫວັງດັ່ງກ່າວ ກໍຍາກທີ່ຈະ ເປັນໄປໄດ້ ແລະຍີ່ງຈະ ເຮັດໃຫ້ ຊີວິດການ ເປັນຢູ່ ການທໍາມາ ຫາກິນ ປະເຊີນກັບ ບັນຫາ ຫຍູ້ງຍາກ ຕື່ມອີກ. ອັນນຶ່ງ ທີ່ສໍາຄັນ ແມ່ນຈະເຮັດ ໃຫ້ການເປັນຢູ່ ປະສົບກັບ ສພາບ ການຂາດແຄນ ອາຫານທີ່ ມີທາດບໍາຣຸງ ເປັນຕົ້ນພວກ ເດັກນ້ອຍຈໍາ ນວນຫລວງຫລາຍ ທີ່ກໍາລັງຂາດ ສານອາຫານຢູ່ ລາວໃນປັຈຸບັນ.
ແຕ່ເຖິງແນວໃດ ສີ່ງທີ່ພໍ ຊ່ວຍທຸເລົາ ຄວາມຂາດແຄນ ອາຫາດທີ່ ມີທາດບໍາຣຸງ ຂອງເດັກນ້ອຍ ລາວນັ້ນກໍຄື ໂຄງການໃຫ້ ອາຫານທ່ຽງ ແກ່ເດັກນ້ອຍ ນັກຮຽນຂອງ ຕ່າງປະເທດ ນັ້ນເອງ. ນອກຈາກ ໂຄງການ ອາຫານໂລກ ແລ້ວ ປາກົດວ່າ ກອງທຶນເພື່ອ ການພັທາ ແມ່ແລະເດັກ ຂອງສະຫະ ປະຊາຊາດ ກໍໄດ້ໃຫ້ການ ຊ່ວຍເຫລືອ ແກ່ຣັຖບານລາວ ໃນການພັທນາ ຊີວິດການ ເປັນຢູ່ ຂອງເດັກນ້ອຍ ເຍົາວະຊົນລາວ ແຕ່ປີ 1992ຫາປີ 2006 ຄິດເປັນມູນຄ່າ ຫລາຍກວ່າ 80ລ້ານໂດລາ ສະຫະຣັດ ແລະໄດ້ປະກາດ ໃຫ້ການຊ່ວຍ ເຫລືອຕື່ມອີກ 39ລ້ານໂດລາ ສໍາລັບແຕ່ປີ 2007ຫາປີ 2011.ແລະ ຕາມຂ່າວໃນ ວັນທີ 7ມົກກະຣາ 2009 ຜ່ານມານີ້ ທາງການ ສະຫະຣັດ ອະເມຣິກາ ກໍໄດ້ ບໍຣິຈາກເງິນ ຈໍານວນ 9ລ້ານໂດລາ ເພື່ອຊ່ວຍຂຍາຍ ໂຄງການ ອາຫານກາງວັນ ໃຫ້ແກ່ໂຮງຮຽນ ໃນລາວ ໃນໄລຍະ 3ປີຂ້າງ ໜ້າ ໂດຍຜ່ານອົງການ ອາຫານໂລກ. ໂຄງການ ອາຫານທ່ຽງ ຈະເລີ່ມບໍຣິການ ໃນເຂດ 3ແຂວງພາກໄຕ້ ຄືແຂວງ ສາຣະວັນ ອັຕປື ແລະແຂວງເຊກອງ ຊຶ່ງເປັນ ແຂວງທີ່ມີ ນັກຮຽນ ຈໍານວນຫລາຍ ກວ່າແຂວງອຶ່ນໆ ທີ່ຂາດອາຫານ ການກິນ. ກ່ຽວກັບໂຄງການ ອາຫານທ່ຽງນີ້ ເຈົ້າໜ້າທີ່ລາວ ທ່ານນຶ່ງເວົ້າວ່າ...ຄິດວ່າມີຜົລ ດີຫລາຍຢ່າງຢູ່ ເລື່ອງບັນຫາ ອາຫານກາງ ວັນນີ້ກໍເປັນ ບັນຫານຶ່ງ ທີ່ຂະເຈົ້າ ມີຄວາມຫຍູ້ງຍາກ ຂອງຊາວຊົນເຜົ່າ ຖ້າເຮົາມີ ອາຫານກາງວັນ ໃຫ້ເຂົາກິນ ເຂົາຈະມາ ໂຮງຮຽນ ຫລາຍຂຶ້ນ.
ນັບແຕ່ປີ 2005 ເປັນຕົ້ນມາ ສະຫະຣັດ ແລະອົງການ ອາຫານໂລກ ໃຫ້ບໍຣິການ ອາຫານກາງວັນ ແກ່ເດັກນ້ອຍ ນັກຮຽນລາວ ຫລາຍກວ່າ 3ແສນຄົນ. ສໍາລັບອາ ຫານຊຶ່ງຜູ້ຄົນ ອັນມີຮວມທັງ ເດັກນ້ອຍ ຄວນບໍຣິໂພກ ໃນແຕ່ລະມື້ ແຕ່ລະວັນນັ້ນ ຄວນປະກອບ ດ້ວຍອາຫານ ຫລາຍຊນິດທີ່ ແຕກຕ່າງກັນ ແລະກໍເປັນ ທີ່ຈໍາເປັນ ຍີ່ງສໍາລັບ ຮ່າງກາຍ ເພື່ອທີ່ຈະມີ ການເຕີບໃຫຍ່ ທາງດ້ານຮ່າງກາຍ ແລະມີການ ພັທນາທາງ ດ້ານມັນສໝອງ. ແລະເມື່ອໄວໆ ມານີ້ ໜັງສືພິມ ຂອງ ທາງການລາວ ກໍໄດ້ອອກຂ່າວ ກ່ຽວກັບການ ບໍາຣຸງ ການກິນ ສີ່ງທີ່ມີ ຄຸນຄ່າທາງ ໂພສນາການ ໃຫ້ຮ່າງກາຍ ອຸດົມສົມບູນ ແລະໃຫ້ສໝອງ ມີຄວາມສາມາດ ຄິດສີ່ງຕ່າງໆ ໄດ້ດີ ແລະວ່ອງໄວ ນັ້ນວ່າ ຄວນກິນເຂົ້າ ຕໍາດ້ວຍຄົກມອງ ຫລືທີ່ເອີ້ນວ່າ ເຂົ້າກ້ອງ. ດື່ມນໍ້າໝາກໄມ້ ທີ່ມີວິຕາ ມິນຊີສູງ ກິນຜັກຂຽວ ຜັກສີເຫລືອງ ກິນໝາກໄມ້ ຕະກູນ berry-ໝາກໄມ້ ທີ່ມີຣົດສົ້ມ ອົມຫວານ, ກິນປາ, ໝາກຖົ່ວແລະ ດື່ມນໍ້າ.









