ຊາວລາວອົພຍົບ ຈຳນວນນຶ່ງ ທີ່ອາໃສຢູ່ຕ່າງປະເທດ ໂດຍສະເພາະ ສະຫະຣັດ ອະເມຣິກາ ໄດ້ພາກັນປະທ້ວງ ຣັຖບານສປປລາວ ໃນ ທ້າຍອາທິດ ທີ່ຜ່ານມາ ໃນເວລາມີກອງປະຊຸມຫຼວງ ອົງການ MOU ຊຶ່ງປະກອບດ້ວຍ 11 ອົງການຈັດຕັ້ງ ຂອງຊາວລາວ ອົພຍົບ ທີ່ ເມືອງ St. Paul, ຣັດ Minnesota ສະຫະຣັດ ອະເມຣິກາ ແຕ່ມຶ້ວັນທີ 21 ຫາ 23 ກັນຍາ 2019, ທ່ານ ວັນລັງ ຄຳສຸກ ນ່ຶງໃນພວກ ປະທ້ວງ ໄດ້ກ່າວຮຽກຮ້ອງ ໃຫ້ທາງການລາວ ໃຫ້ປ່ອຍຕົວນາງໝວຍ ຕອນນຶ່ງວ່າ:
“ໃນຣະຍະມໍ່ໆມານີ້ ເຂົາໄດ້ຈັບກຸມຄົນ ຕົວຢ່າງ ກໍຣະນີສຸດທ້າຍ ນາງໝວຍ ທີ່ຖືກຈັບກຸມຄຸມຂັງ ຢູ່ໃນປັດຈຸບັນນີ້ ມື້ນີ້ຂ້າພະເຈົ້າເອງ ເຮົາທຸກຄົນຊາວລາວ ທຸກຄົນຢູ່ທີ່ນີ້ ມີຄວາມເປັນຫ່ວງເປັນໃຍ ຕໍ່ໂຊກຊະຕາກັມ ຂອງນາງໝວຍ ຂໍໃຊ້ສິດໃນນາມເປັນ ປະຊາຊົນ ລາວ-ອະເມຣິກັນ ຮຽກຮ້ອງໃຫ້ຣັຖບານລາວ ປ່ອຍໂຕບຸກຄົນ ທີ່ຖືກຈັບຄຸມຂັງ ແລະ ຫາຍສາບສູນ ໃຫ້ເຂົາເຈົ້າໄດ້ກັບຄືນມາ ຢູ່ກັບ ຄອບຄົວຂອງເຂົາເຈົ້າ.”
ນອກຈາກນີ້ ທ່ານ ວັນລັງ ຍັງກ່າວອີກວ່າ ປະເທດລາວ ຢູ່ພາຍໃຕ້ການປົກຄອງຜະເດັດການ ພັກປະຊາຊົນລາວ ມາເປັນເວລາ 44 ປີ. ເຂົາບໍ່ໄດ້ນຳຄວາມຈະເຣີນຮຸ່ງເຮືອງ ມາສູ່ປະເທດຊາດບ້ານເມືອງລາວເລີຍ ກົງກັນຂ້າມ ພວກເຂົາຍັງກົດຂີ່ຂົ່ມເຫັງ ປະຊາຊົນລາວ ທຸກ ຊົນເຜົ່າ ໃຫ້ຢູ່ໃນຄວາມທຸກຍາກປາກໝອງ ເຮັດໃຫ້ປະເທດຊາດ ບໍມີຄວາມກ້າວໜ້າ.
ໃນຂນະດຽວກັນ ດຣ. ບຸນທອນ ຈັນທະລາວົງ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກໍໄດ້ໄປພົບປະ ເຈົ້າໜ້າທີ່ກະຊວງ ການຕ່າງປະເທດ ເຢັຽຣະມັນ ແລະ ກໍຮຽກຮ້ອງໃຫ້ປ່ອຍໂຕນາງໝວຍ ເຊັ່ນກັນ:
“ອັນທີ່ນຶ່ງ ໄດ້ກ່າວເຖິງບັນຫາ ສິດທິມະນຸດໃນລາວ ເປັນຕົ້ນການຈັບນາງໝວຍ ແລະ ການຫາຍສາບສູນ ຂອງທ້າວອອດ; ອັນທີ່ສອງ ສເນີໃຫ້ທາງເຢັຽຣະມັນ ເອົາບັນຫາຂອງລາວ ເຂົ້າໄປສເນີຕໍ່ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ເຣື່ອງບັນຫາ ວຽດນາມ ຄອບຄອງ ລາວ ບັນຫາຄົນຈີນ ຄອບຄຸມລາວ, ຂໍໃຫ້ເພິ່ນຊ່ອຍພັກດັນ ສະພາສິດທິມະນຸດ ແລະ ເວທີສາກົ ນກົດດັນ ສປປລາວ ໃຫ້ປ່ອຍ ນາງໝວຍ ໃຫ້ມີອິສຣະພາບ ເພາະລາວບໍ່ໄດ້ ເຮັດຜິດຫຍັງໝົດ.”
ນອກຈາກນັ້ນ ດຣ. ບຸນທອນ ຍັງໄດ້ຣາຍງານສະພາບການ ລ່ວງລະເມີດສິດທິມະນຸດ ຢູ່ໃນລາວ ໃຫ້ສະຫະປະຊາຊາດຊາບ ຊຶ່ງຈະປະຊຸມ ກັບເຈົ້າໜ້າທີ່ຣັຖບານສປປລາວໃນເດືອນມົກກະຣາ ປີ 2020 ຈະມາເຖິງ
