ການຄົ້ນຫາຊາວບ້ານ ລັກຂຸດຄໍາ 7 ຄົນ ສືບຕໍ່

ຈໍາປາທອງ
2021.07.20
ການຄົ້ນຫາຊາວບ້ານ ລັກຂຸດຄໍາ 7 ຄົນ ສືບຕໍ່ ຊາວບ້ານໂຈ້ຍ, ບ້ານບົ່ງ, ບ້ານບຸນສັງ ມາໂຮມກັນຖ້າຟັງຂ່າວ ການຄົ້ນຫາສະມາຊິກ ໃນຄອບຄົວ ທີ່ເສັຽໄປໃນເຂດດິນຍຸບ, ທີ່ເຊື່ອວ່າເປັນ ບໍ່ຂຸດຄໍາ.
ນັກຂ່າວພົລເມືອງ

ຊາວບ້ານໂຈ້ຍ 5 ຄົນ, ບ້ານບົ່ງ 1 ຄົນ ແລະບ້ານບຸນສັງ 1 ຄົນ, ທັງໝົດ 7 ຄົນ ຊຶ່ງໃນນັ້ນ ເປັນຜູ້ຊາຍ 6 ຄົນ ແລະແມ່ຍິງ 1 ຄົນ ທີ່ໄປຊອກຂຸດຄໍາ ຖືກດິນຍຸບທັບ ໃນຂຸມຄໍາ ທີ່ແຄບ ແລະເລິກເຖິງ 30 ແມັດ ຢູ່ເຂດບ້ານແລທອງ ແລະບ້ານໂຈ້ຍ ເມືອງພູກູດ ແຂວງຊຽງຂວາງ ໃນມື້ວັນທີ 18 ກໍຣະກະດາ 2021 ນີ້ ຍັງຄົ້ນຫາບໍ່ທັນພົບເທື່ອ.

ປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງພູກູດ ປະຊຸມກັນ ເພື່ອຫາທາງຊ່ອຍເຫຼືອ ແລະເຈົ້າໜ້າທີ່ກູ້ພັຍແຂວງ ແລະຊາວບ້ານຍັງຄົ້ນຫາ ຜູ້ທີ່ຖືກດິນຂຸມຄໍາຍຸບທັບທັງ 7 ຄົນນັ້ນຢູ່ ອີງຕາມຄໍາເວົ້າ ຂອງຊາວບ້ານບ້ານໂຈ້ຍ ເມືອງພູກູດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກໍຣະກະດາ ນີ້:

“ເພາະວ່າຝົນຕົກແດ່ ດິນກໍອັນນັ້ນແດ່ຫັ້ນນ່າ ພໍດີຮອດ 1 ໂມງປາຍນີ້ແຫຼະ ດິນຫັ້ນກໍຖລົ່ມລົງ ກໍບໍ່ທັນອອກ ຢູ່ຫັ້ນ 7 ຄົນ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ຍ້ອນຄວາມທຸກຍາກ ຊາວບ້ານໃນເຂດນີ້ ຈຶ່ງພາກັນໄປລັກຂຸດຄໍາ, ເຖິງແມ່ນວ່າ ຂັ້ນເທິງຈະຫ້າມ ແຕ່ພວກ ເຂົາເຈົ້າກໍຍັງບໍ່ຟັງ. ຊາວບ້ານທີ່ວ່ານີ້ ສ່ວນໃຫຍ່ມີອາຊີບລ້ຽງສັດ, ເຮັດໄຮ່, ເຮັດນາ ແລະ ໃຊ້ເວລາຫວ່າງໄປຊອກຫາຂຸດຄໍາ:

“ກໍຍ້ອນຄວາມຢາກໄດ້ ຢາກມີນັ້ນແຫຼະ ຄວາມທຸກຄວາມຍາກເນາະ ແລ້ວເຂົາເຈົ້າກໍໄດ້ບຸກບືນ ເຈົ້າໄດ້ຂ້ອຍໄດ້ແລ້ວ ກໍເປັນຂະບວນ ເລີຍ ວ່າຈັ່ງຊັ້ນສ໋າ ການຈັດຕັ້ງວ່າ ກໍວ່າບໍ່ຟັງ ເຫັນ ກໍມີແຕ່ເຮັດໄຮ່ເຮັດນານີ້ແຫຼະ ປູກຝັງ ລ້ຽງສັດ ທັມມະດາຄືແຕ່ກ່ອນມາ ພໍ່ແມ່ ກໍເຄີຍເຮັດແນວນັ້ນເນາະ.”

ສາເຫດນຶ່ງ ທີ່ເຮັດໃຫ້ຊາວບ້ານແລທອງ ແລະ ບ້ານໂຈ້ຍ ເມືອງພູກູດ ພາກັນໄປຂຸດຄໍາຢ່າງເປັນຂະບວນ ກໍຍ້ອນວ່າ ພວກເຂົາເຈົ້າ ຢາກມີເຮືອນ, ມີຣົດ ຄືກັນກັບໝູ່ຄົນອື່ນ ທີ່ໄປຊອກຫາຂຸດຄໍາມາຂາຍ.

ປະຊາຊົນ ຢູ່ບ້ານແລທອງ ຜູ້ນຶ່ງເວົ້າວ່າ ການຂຸດຂຸມຄໍາ ໃນເຂດດັ່ງກ່າວ ມີຄວາມເລິກເຖິງ 30 ແມັດ, ໃຊ້ແຮງງານຫຼາຍ ແລະ ໃຊ້ ເວລາຂຸດເຖິງ 1 ເດືອນ ກ່ອນຈະເຖິງສາຍແຮ່ຄໍາ. ແລະວ່າ ເມື່ອວັນທີ 18 ກໍຣະກະດາ ນີ້ ບໍ່ແມ່ນມີແຕ່ຊາວບ້ານ 7 ຄົນ ເທົ່ານັ້ນທີ່ ລົງໄປຂຸດຄໍາຢູ່ໃນຂຸມ ແຕ່ຍັງມີຊາວບ້ານ ອີກເປັນ 40-50 ຄົນ ພາກັນໄປຊອກຂຸດຄໍານໍາກັນ. ພໍຕົກມາຕອນບ່າຍ ພວກທີ່ໄປຂຸດຄໍາ ຫຼາຍຄົນອອກຈາກຂຸມຄໍາ ມາກິນເຂົ້າ ຍັງມີພຽງ 7 ຄົນ ບໍ່ເຫັນອອກມາ, ຍັງຢູ່ໃນຂຸມຄໍາ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

“ລັກລອບຂຸດ ຜູ້ທີ່ຢູ່ໃນດິນກໍຕາຍໝົດ ຜູ້ອອກມາກ່ອນກໍເຫຼືອ ໂອ໋ຫຼາຍເດ໊ ເປັນ 40-50 ພຸ້ນບໍ໋ ພວກເຂົາອອກມາກິນເຂົ້ານ່າ.”

ກ່ຽວກັບເຣື່ອງທີ່ວ່ານີ້ ອໍານາດການປົກຄອງບ້ານແລທອງ ເວົ້າວ່າ ທາງບ້ານ ທາງເມືອງ ໄດ້ຮູ້ເຖິງບັນຫາດັ່ງກ່າວນັ້ນແລ້ວ. ແລະວ່າ ປະມານ 7 ໂມງເຊົ້າ ຂອງວັນທີ 20 ກໍຣະກະດາ ນີ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະຊຸມປຶກສາກັນ ຫາວິທີຊ່ອຍຄົ້ນຫາ ຊາວບ້ານ ທີ່ຕິດຢູ່ໃນຂຸມຄໍານັ້ນ ແຕ່ຍັງບໍ່ທັນຮູ້ຂໍ້ສລຸບ ຂອງກອງປະຊຸມ ທີ່ຈະແຈ້ງເທື່ອ ດັ່ງທີ່ທ່ານກ່າວວ່າ:

“ມື້ວານນີ້ ກໍທາງເຈົ້າເມືອງ ແລ້ວກໍມີ ໜ່ວຍກູ້ພັຍແຂວງ ຕໍາຣວດແຂວງ ແລະ ກໍມີທະຫານແຂວງ ມາສົມທົບ ຢູ່ກັບອໍານາດ ການ ປົກຄອງ ຢູ່ໂຕບ່ອນ ອັນຄົນເສັຽຊີວິດຫັ້ນແຫຼະ ແລ້ວເຂົາເຈົ້າ ຈັ່ງຄົ້ນຫາມື້ນີ້ ເຂົາເຈົ້າກໍາລັງປະຊຸມຢູ່.”

ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແຂວງຊຽງຂວາງ ທ່ານນຶ່ງ ທີ່ຢູ່ໃນຄະນະ ຮັບຜິດຊອບຄົ້ນຫາ ຊາວບ້ານ ທີ່ດິນຍຸບທັບ ຢູ່ ໃນຂຸມຄໍານັ້ນ ເວົ້າວ່າ ທາງເມືອງ ຈະຕິດຕໍ່ ຫາທາງສູນກາງ ເພື່ອຂໍຣົດມາຈົກດິນ ຊອກຫາຜູ້ທີ່ຕິດຢູ່ໃນຂຸມຄໍາ, ແຕ່ກໍຍັງກັງວົນຢູ່ວ່າ ຫາກໃຊ້ຣົດຈົກດິນອອກ ອາດຍິ່ງຈະເຮັດໃຫ້ດິນຍຸບລົງ ໃສ່ຜູ້ທີ່ຕິດຢູ່ໃນຂຸມອີກ. ແລະວ່າ ໃນໄລຍະທີ່ຜ່ານມາ ກໍມີຊາວບ້ານ ທີ່ໄປ ຊອກຂຸດເອົາຄໍາ ຖືກດິນຍຸບຖົມມາແລ້ວ 10 ຄົນ, ດັ່ງທີ່ທ່ານກ່າວ ໃນມື້ວັນທີ 20 ກໍຣະກະດາ ນີ້ວ່າ:

“ສິຂໍຣົດຈົກ ກໍຍັງລໍຖ້າເພິ່ນວ່າ ເພິ່ນສິປະສານນໍາສູນກາງແນວໃດ ໃຊ້ຣົດຈົກ ມັນກໍຍິ່ງສ່ຽງຢູ່ ບັນຫາ 1 ແມ່ນໂຊເຟີຣົດຈົກບໍ໋ ມັນສິ ຍຸບໃສ່ຄົນ. ບາດນີ້ ບັນຫາທີ 2 ມາເຣື່ອງ ໄຮ່ນາຕາກ້າ ຂອງປະຊາຊົນ ຢູ່ທາງກ້ອງຫັ້ນ ດິນມັນກໍສິເຈື່ອນລົງມາອີກ ເຂົາກໍສິຟ້ອງ ເຮົາມາອີກ ຖ້າວ່າເຮົາໄປຈົກ ແລ້ວພາກສ່ວນອື່ນ ຈະບໍ່ຫຼາບອີກອັນນຶ່ງ ອັນສອງມາ ມັນຢູ່ຫຼາຍຈຸດເນາະ ຄືຢູ່ແຂວງຫັ້ນ ຜ່ານມາ ກໍໄດ້ຖົມຢູ່ຫັ້ນ 10 ກວ່າຄົນເດ໊ ແລ້ວເພິ່ນກໍບໍ່ໃຫ້ຈົກ ມີແຕ່ໃຫ້ເຮັດຮີດຄອງທັມມະດາ ປະຊາຊົນກໍຢ້ານເດ້ .”

ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນ ຊາວບ້ານໃນເຂດ ທີ່ເກີດເຫດ ກໍໄດ້ພາກັນຂຸດດິນຊອກຫາ 7 ຄົນ ທີ່ຕິດຢູ່ໃນຂຸມຂຸດຄໍານັ້ນ ແລະ ທາງອໍານາດການປົກຄອງເມືອງ ກໍໄດ້ສັ່ງໃຫ້ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບບ້ານຍາຍ ເມືອງພູກູດ ຊຶ່ງຮັບຜິດຊອບເຂດ ບ້ານໂຈ້ຍ ແລະ ບ້ານແລທອງ ມາປະຈໍາການ ຢູ່ບ່ອນເກີດເຫດ ເພື່ອປ້ອງກັນ ບໍ່ໃຫ້ຊາວບ້ານ ມາຊອກຂຸດເອົາຄໍາຕື່ມອີກ.

ຂນະນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງຊອກຫາມາຕການ ໃຫ້ຊາວບ້ານໃນເຂດທີ່ເກີດເຫດ ຍອມຮັບຣະບຽບການ ຂອງທາງຂັ້ນເທິງ ທີ່ຫ້າມບໍ່ໃຫ້ຂຸດຄໍາ ເນື່ອງຈາກທີ່ຜ່ານມາ ຊາວບ້ານບໍ່ປະຕິບັດຕາມ.

ກ່ຽວກັບເຫດການ ທີ່ເກີດຂຶ້ນນີ້ ຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ທັງຊາວບ້ານໃນເຂດທີ່ເກີດເຫດ ທັງອໍານາດການປົກຄອງບ້ານ ແລະ ເຈົ້າໜ້າທີ່ເມືອງ ຄາດຄະເນຄືກັນວ່າ ຊາວບ້ານ 7 ຄົນ ທີ່ຖືກດິນຍຸບທັບໃນຂຸມຂຸດຄໍາ ອາຈເສັຽຊີວິດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.