ໃນວັນທີ 18ກຸມພານີ້ ແຂວງຈໍາປາສັກ ຖືວ່າ-ໄດ້ເປັນເຈົ້າພາບຈັດກອງປະຊຸມຂຶ້ນທີ່ເມືອງປາກເຊ ໂດຍມີການເຊີນບັນດາພາກສ່ວນ ຈາກສູນກາງທີ່ກ່ຽວຂ້ອງ ມາປະຊຸມຫາຣືກັນກ່ຽວກັບການກະກຽມ ວຽກງານຕ່າງໆ ຂອງທາງແຂວງຈໍາປາສັກທີ່ຮັບເປັນເຈົ້າພາບ ຈັດການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 8 ຊຶ່ງກໍານົດຈັດຂຶ້ນໃນຣະຫວ່າງວັນທີ 13ຫາ22 ທັນວາປີ2008ນີ້. ທ່ານ ວິສົງຄາມ ທໍາມະບານວົງ ຫົວໜ້າຜແນກກິລາແຂວງຈໍາປາສັກ ກ່າວວ່າ:
(ສຽງ)"ມື້ນີ້ເວົ້າເຖີງນຶ່ງກະຣະບຽບເລື່ອງການແຂ່ງຂັນ ສອງແມ່ນປະເພດກິລາ ສາມກະກຽມເລື່ອງອະນຸກໍາມະການເລື່ອງໂຄງຮ່າງ ພື່ອຮອງ ຮັບການແຂ່ງຂັນແລະອາຫານ ສະຖານທີ່ຮອງຮັບນັກກິລາແລະກໍເວົ້າພິທີເປີດ-ປິດ."
ໃນກອງປະຊຸມ ໄດ້ຕົກລົງກັນວ່າ ໃນການແຂ່ງຂັນກິລາແຫ່ງຊາດດັ່ງກ່າວ ຈະມີການບັນຈຸກິລາທັງໝົດ 24ປະເພດ ຮວມທັງກິລາໝາກຂ່າງແລະຍີງໜ້າເກັກ ຊຶ່ງເປັນກິລາພື້ນບ້ານຂອງລາວນັ້ນ ນໍາດ້ວຍ. ນອກຈາກນີ້ ທາງການກ່ຽວຂ້ອງແຂວງຈໍາປາສັກ ກໍໄດ້ຊີ້ແຈງເຖີງແຜນການ ຈັດຕັ້ງໜ່ວຍງານວິຊາການ ເພື່ອທໍາໜ້າທີ່ຕ່າງໆ ໂດຍສະເພາະການປັບປຸງໂຄງຮ່າງພື້ນຖານ ເປັນຕົ້ນເດີ່ນກິລາປະຈໍາແຂວງ ຊຶ່ງມີການຂະຫຍາຍໃຫ້ຮອງຮັບໄດ້ 12ພັນບ່ອນນັ່ງ ຈາກທີ່ມີພຽງ 4ພັນບ່ອນນັ່ງ ພ້ອມທັງມີການກໍ່ສ້າງເດີ່ນຕີ TENNIS ແລະສະລອຍນໍ້າໃໝ່ ນໍາອີກ. ສໍາລັບງົປມານການກຽມຄວາມພ້ອມນັ້ນ ທ່ານ ວິສົງຄາມ ອະທິບາຍວ່າ:
(ສຽງ)"ການກໍ່ສ້າງໂຄງຮ່າງແມ່ນ 116ຕື້ແລະກໍເວົ້າເຖີງພິທີເປີດ-ປິດ ແລະອະນຸກໍາມະການຕ່າງໆນັ້ນ 26ຕື້ ທາງຣັດຖະບານມອບໃຫ້ເປັນທ່າແຮງຂອງແຂວງ ໄວ້ໄຊ້ຈ່າຍ ທີ່ໄດ້ຮັບເປັນເຈົ້າພາບນີ້ ການນໍາແລະມະຫາຊົນກໍມີຄວາມພູມໃຈ."
ແລະວ່າໃນເວລານີ້ ການກຽມພ້ອມວຽກງານຕ່າງໆ ຂອງທາງແຂວງຈໍາປາສັກ ຄືບໜ້າໄປແລ້ວ 40ເປີເຊັນກວ່າ ຊຶ່ງແຜນການສໍາຄັນຕໍ່ໄປກໍຄື ການໂຄສະນາ-ປະຊາສໍາພັນ ໃຫ້ພີ່ນ້ອງຊາວແຂວງຈໍາປາສັກ ມີສ່ວນຮ່ວມຫລາຍຂຶ້ນ ໃນວຽກງານດັ່ງກ່າວເພື່ອເຮັດໃຫ້ການຈັດງານ ເປັນທີ່ນ່າປະທັບໃຈຫລາຍທີ່ສຸດ.
ມະນີຈັນ ຣາຍງານ
