ມີການປູກຢາງ ຢາງພາລາ ແລະ ໄມ້ເກສນາ ຢ່າງກ້ວາງຂວາງ ໃນ ແຂວງວຽງຈັນ
2008.01.31

ນັກລົງທຶນ ຊາວຈີນ ໄປລົງທຶນ ປູກຢາງພາລາ ແລະ ໄມ້ເກສນາ ໃນແຂວງວຽງຈັນ ຢ່າງຫລວງຫລາຍ, ຊຶ່ງປະຊາຊົນ ກໍມີສ່ວນຮ່ວມ ແບບ 2 ບວກ 3, ອີງຕາມການເປີດເຜີຍ ຂອງທ່ານ ພູວຽງ ສີປະເສີດ, ຫົວໜ້າ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງວຽງຈັນ ໃນມື້ວັນພຸດນີ້.
(ສຽງ) “ໃນລັກສະນະ ປະຊາຊົນ ມີສ່ວນຮ່ວມ ແບບ 2+3 ແລະ ເຮົາບໍ່ຈໍາເປັນ ເຊົ່າເນື້ອທີ່ອີກ, ດິນນີ້ ອາດຈະເປັນຂອງຣັດ ໃຫ້ປະຊາຊົນຄຸ້ມຄອງ ເບິ່ງແຍງຜົລປູກ ຈົນກ່ວາ ຈະມີການເກັບຜົລປູກ ແລະ ກໍມາລົບຕົ້ນທຶນອອກ ເຫລືອແລ້ວ ມາປັນກັນ ກັບປະຊາຊົນ.”
ທ່ານ ອະທິບາຍ ຕື່ມວ່າ ແບບ 2+3 ນັ້ນ, ສ່ວນຂອງ ປະຊາຊົນ ກໍຄືດິນ ແລະ ແຮງງານ, ສໍາຣັບ ນັກລົງທຶນນັ້ນ, ຈະເປັນແນວພັນ, ນັກວິຊາການ ແລະ ການຕລາດ.
ສ່ວນຜົນກໍາໄລ ແລະ ຣາຍໄດ້ ກ່ຽວກັບ ເຣື້ອງການປູກຢາງພາລານັ້ນ, ທ່ານ ພູວຽງ ກ່າວວ່າ ໂຄງການນີ້ ຫາກໍ່ເຣີ້ມລົງມື ໄດ້ 2 ປີ ຜ່ານມາ, ຍັງບໍ່ສາມາດ ມອງເຫັນຜົນໄດ້ ໃນລະຍະນີ້, ດັ່ງນັ້ນ ຕ້ອງໄດ້ລໍຖ້າອີກ ປະມານ 5 ປີ ຂ້າງໜ້າ, ຈຶ່ງຈະສາມາດບອກໄດ້ວ່າ ເຣື້ອງຂອງຢາງພາລາ ທີ່ເຮັດໃນຕອນນີ້ ຈະສາມາດສົ່ງຜົນດີ ໃນເຣື້ອງຂອງຣາຍໄດ້ ໃຫ້ກັບແຂວງ ຫລາຍປານໃດ?
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການສ້າງ ສູນວັດແທກ ແຜ່ນດິນໃຫວ ໃນແຂວງຫລວງພະບາງ ແລະ ແຂວງບໍຣິຄຳໄຊ ຂອງລາວ
- ອົງການທ່ອງທ່ຽວ ແຫ່ງຊາດລາວ ຈັດເທສະການ ສະແດງຊ້າງພື້ນເມືອງ ຂື້ນເປັນຄັ້ງ ທີ ສອງ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບຸຣີ
- ບໍຣິສັທສິງຄະໂປ ເຂົ້າມາລົງທຶນ ສົ່ງເສີມປູກຕົ້ນ ຢາສູບ ຢູ່ ແຂວງຫລວງພຣະບາງ
- ກາຣຂຍາຍປັບປຸງ ເສັ້ນທາງໝາຍເລຂ R3a ທາງພາຄເໜືອ ຂອງລາວເກືອບຈະສຳເລັດ
- ທາງກາຣໄທຍ ໃນແຕ່ລະແຂວງ ທີ່ມີຊາຍແດນຕິດກັບ ສປປລາວ ເຂັ້ມງວດ ດ້ານກາຣປ້ອງກັນ ໂຣຄໄຂ້ຫວັດນົກ
- ເຈົ້າໜ້າທີ່ກົມພາສີ ຂອງລາວ ຈະໄຊ້ເຄື່ອງ ສະແກນ ເພື່ອກວດຕູ້ ຄອນແຕນເນີ້ ສິນຄ້າຂະນາດໃຫ່ຽ
- ແຂວງຊຽງຂວາງ ມີນະໂຍບາຍ ດຶງດູດ ນັກລົງທຶນ ຂແນງລ້ຽງສັດ ໂດຍບໍ່ເກັບ ພາສີອາກອນ ເພື່ອກະຈາຍຣາຍໄດ້ ໃຫ້ປະຊາຊົນ ຢ່າງທົ່ວເຖິງກັນ
- ນັກລົງທຶນ ພວມພິຈາຣະນາ ເຖິງຄວາມເປັນໄປໄດ້ ໃນການປູກ ໝາກ ບລູເບີຣີ ໃນລາວ
- ເຍົາວະຊົນລາວ ໃນປັດຈຸບັນ ບໍ່ຄ່ອຍສົນໃຈ ໃນເຣື້ອງ ສາສນາ ເໝືອນກັນກັບ ເຍົາວະຊົນ ໃນເມື່ອກ່ອນ
- ອຸປະທູດ Sweden ສແດງຄວາມເສັຽໃຈ ທີ່ຣັຖບານ Sweden ປິດສຖານທູດ ທີ່ ສປປລາວ