ສະພາບ ອາກາດໜາວເຢັນ ຜິດປົກກະຕິ ແລະຝົນຕົກ ໃນພາຄເໜືອ ຂອງລາວ ໄດ້ສ້າງ ຄວາມເສັຽຫາຍ ໃຫ້ແກ່ຊາວກະສິກອນ ຫລາຍພໍສົມຄວນ

ແຫລ່ງຂ່າວທ້ອງຖີ່ນແຈ້ງວ່າ: ແຕ່ເດືອນມົກຣາ ເປັນຕົ້ນມາ ສະພາບອາກາດໜາວ ເຢັນທີ່ພັດລົງມາ ຈາກປະເທດຈີນ ໄດ້ເຮັດໃຫ້ ພື້ນທີ່ໃນຫລາຍແຂວງທາງພາຄເໜືອ ຂອງປະເທດລາວ ໄດ້ຮັບຜົລກະທົບ ເຊັ່ນກັນພ້ອມກັບມີຝົນຕົກ ໃນບາງເຂຕ ເຖີງຂັ້ນໄດ້ ສ້າງຄວາມເສັຽຫາຍ ຕໍ່ກາຣຜລິຕໃນຣະດູແລ້ງ ຂອງປະຊາຊົນ ໂດຽສະເພາະກາຣປູກ ເຂົ້ານາແຊງ ຊື່ງມີຫລາຍໆບ່ອນ ບໍ່ສາມາດທີ່ຈະປັກດຳໄດ້ ຍ້ອນສະພາບອາກາດໜາວ ເຢັນຜິດປົກຕິ.

ສະພາບອາກາດໜາວເຢັນດັ່ງກ່າວ ນອກຈາກໄດ້ສົ່ງຜົລກະທົບກະເທືອນ ຕໍ່ກາຣ ຜລິຕຂອງຊາວກະສິກອນ ໃນແຂວງຜົ້ງສາລີ ແຂວງຫົວພັນ ແລະບາງເຂຕ ໃນແຂວງ ຊຽງຂວາງແລ້ວ ຍັງໄດ້ເຮັດໃຫ້ປະຊາຊົນ ຜູ້ຍາກຈົນ ໃນເຂຕພູດອຍ ທີ່ຢູ່ຫ່າງໄກຊອກ ຫລີກເກີດມີອາກາຣ ເປັນໄຂ້ຫວັດ ແລະຫລອດລົມ ຫລືຣະບົບຫາຍໃຈ ອັກເສບເນື່ອງ ຈາກຂາດແຄນ ເຄື່ອງນຸ່ງຫົ່ມ ເພື່ອຕ້ານຄວາມໜາວເຢັນດັ່ງກ່າວ.

ສະເພາະຢູ່ແຂວງໄຊຍະບຸຣີ ກໍມີຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ຕລອດທ້າຍເດືອນ ມົກຣາ ຫາຕົ້ນເດືອນກຸມພາ ເຖີງຂັ້ນ ເກີດມີອຸທົຄພັຍ ນ້ຳຖ້ວມໃນຫລາຍພື້ນທີ່ ແລະເຮັດ ໃຫ້ຜົລປູກ ຣະດູແລ້ງ ໄດ້ຮັບຄວາມເສັຽຫາຍ ຢ່າງຫລວງຫລາຍພໍສົມຄວນ.

ຫວາດ ສີມູນ ຣາຍງານ