ໂຄງກາຣປັບປຸງ ແລະກໍ່ສ້າງໂຮງພຍາບາລ ເມືອງຫລວງພຣະບາງ ໂດຽທຶນກາຣ ຊ່ວຍເຫລືອຈາກ ສປຈີນ ໄດ້ເຣີ່ມຂື້ນໃນປີ 2004 ແລະໃນກາງປີ 2007 ຜ່ານມາ ກາຣກໍ່ສ້າງຂັ້ນ II ຊື່ງເປັນກາຣຂຍາຍ ໃຫ້ກວ້າງອອກຕື່ມນັ້ນ ກໍໄດ້ເຣີ່ມຂື້ນ ເພື່ອໃຫ້ສາມາດຮອງຮັບ ຜູ້ຄົນປ່ວຍທັ້ງໝົດ ພາຍໃນແຂວງ ແລະເທົ້າປັຈຈຸບັນນີ້ ກໍສຳເຣັຈໄປແລ້ວ ເປັນຢ່າງດີດັ່ງ ດຣ. ອາມອນ ສີລິວົງ ຫົວໜ້າແຜນກ ສາທາຣະນະສຸຂ ແຂວງຫລວງ ພຣະບາງ ໄດ້ໃຫ້ກາຣອະທິບາຍວ່າ:
(ສຽງ) “ຖືວ່າເຂົາເຈົ້າປຸກຕຶກໃຫ້ຄົນປ່ວຍນັ້ນປະມານ 3 ຫລັງແລະ ປຸກໃຫ້ພຍາບາລທີ່ເຮັດວຽກອີກ 1 ຫລັງ ຖືວ່າເຂົາເຈົ້າປຸກເປັນ 4 ຫລັງແລະກໍຍັງມີເຮັດທາງກັບສ້າງຂົວ 9 ລ້ານຢວນທີ່ເຂົາ ເຈົ້າເອົາໃຫ້ນີ້."
ດຣ. ອາມອນໄດ້ກ່າວເພີ່ມວ່າ: ນອກຈາກຕຶກອາຄາຣທີ່ຖືກສ້າງຂື້ນໃໝ່ 4 ຫລັງ ດັ່ງກ່າວນີ້ແລ້ວ ໂຮງໝໍເມືອງຫລວງ ພຣະບາງ ຍັງມີອີກ 14 ຫລັງທີ່ເຄີຽມີ ມາແຕ່ຄາວ ສມັຍກ່ອນ ແລະຍີ່ງເປັນກາຣສ້າງ ຄວາມສາມາດ ເພື່ອຮອງຮັບຜູ້ຄົນປ່ວຍ ໄດ້ຫລາຍ ເພີ່ມຂື້ນຈາກ 100 ຕຽງມາເປັນ 115 ຕຽງ.
ພ້ອມດຽວກັນນີ້ ທາງກາຣຈີນ ຍັງໄດ້ສ້າງຂົວຂ້າມຫ້ວຍ ນ້ຳດົງ ແລະ ປັບປຸງຖນົນ ໃນບໍຣິເວນ ໂຮງພຍາບາລ ໃຫ້ດີຂື້ນຕື່ມ ຕລອດຮອດດ້ານ ກາຣຊ່ວຍເຫລືອ ຣະດັບວິຊາ ກາຣແລະເຄື່ອງອຸປກອນ ທີ່ທັນສມັຍອີກດ້ວຍ ເພື່ອເຮັດໃຫ້ໂຮງໝໍແຫ່ງນີ້ ກາຍເປັນສູນກາງ ໃນກາຣ ປິ່ນປົວຢູ່ທາງພາຄເໜືອ ຂອງປະເທດລາວນຳອີກ ດັ່ງທີ່ ດຣ. ອາມອນ ໄດ້ກ່າວເນັ້ນອີກວ່າ:
(ສຽງ) ໄດ້ກ່າວເນັ້ນອີກວ່າ:“ເພາະວ່າຜ່ານມາ ເຂົາເຈົ້າກໍມີກາຣຍົກຣະດັບຂອງແພທຢູ່ຫລວງພຣະບາງ ແລະພ້ອມກັນນັ້ນເຂົາເຈົ້າກໍເອົາຊ່ຽວຊານເຂົາເຈົ້າມາປະຈຳຢູ່ນຳພວກເຮົາ ພ້ອມກັນນັ້ນເຂົາເຈົ້າ ກໍມີອຸປກອນກາຣແພທ ເປັນເຄື່ອງ X-ray ແລະເຄື່ອງຜ່າ ຕັດອື່ນໆ."
ດຣ. ອາມາອນ ໄດ້ກ່າວຢ້ຳອີກວ່າ: ທາງກາຣແຂວງຍັງມີໂຄງກາຣທີ່ຈະຂຍາຍ ຕານ່າງສຸຂສາລາໃນປີ 2008 ນີ້ໃຫ້ໄດ້ຕື່ມອີກບໍ່ຕໍ່າກວ່າ 30 ແຫ່ງຊື່ງປັຈຈຸບັນມີ ພຽງ 50 ແຫ່ງເທົ່ານັ້ນໃນທົ່ວແຂວງເພື່ອໃຫ້ສາມາດໃຫ້ກາຣບໍຣິກາຣແກ່ປະຊາຊົນ.
ຫວາດ ສີມູນ ຣາຍງານ