ນັກລົງທຶນ ພວມພິຈາຣະນາ ເຖິງຄວາມເປັນໄປໄດ້ ໃນການປູກ ໝາກ ບລູເບີຣີ ໃນລາວ


2008.01.29

ນັກລົງທຶນ ຊາວລາວ-ການາດາ ທີ່ເປັນເຈົ້າຂອງ 5 ບໍຣິສັດ ໃນປະເທດການາດາ ເຊື່ອວ່າ ອາດເປັນໄປໄດ້ ໃນການປູກໝາກ ບລູເບີຣີ ໃນລາວ ເພື່ອສົ່ງຂາຍ ນອກປະເທດ, ພາຍຫລັງ ທີ່ຜົນການທົດລອງປູກ ໝາກໄມ້ ດັ່ງກ່າວ ໃນເນື້ອທີ່ 3 ເຮັກຕາ ໃນວຽງຈັນ ໄດ້ຮັບຜົນດີ, ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນທາມ ໃນມື້ວັນຈັນນີ້.

ທ່ານ ແຊມ ຈັນປຣະດິດ ກ່າວ ເມື່ອສັປະດາ ຜ່ານມາ ວ່າ ທ່ານ ວາງແຜນ ທີ່ຈະປູກ ໝາກ ບລູເບີຣີ ໃນເນື້ອທີ່ 400 ຫາ 500 ເຮັກຕາ ພາຍໃນ 10 ປີ ຂ້າງໜ້າ, ຊຶ່ງຈະສ້າງວຽກໃຫ້ແກ່ ຊາວບ້ານ 5 ພັນກ່ວາຄົນ.

ສ່ວນເຣື້ອງ ການຕລາດແລ້ວ, ຈະບໍ່ມີບັນຫາຫຍັງ ໃນຂະນະທີ່ ຄວາມຕ້ອງໝາກໄມ້ ນັບມື້ນັບສູງຂຶ້ນ ຢູ່ໃນໂລກ, ຊຶ່ງປັດຈຸບັນ ໝາກບລູເບີຣີ ມີຣາຄາເຖິງ 32 ດອນລາສະຫະຣັດ ຕໍ່ 1 ກິໂລກຣາມ ໃນຕລາດ ເອເຊັຍ. ແລະ ໃນບັນດາ ປະເທດເອເຊັຍ ກໍບໍ່ມີຫລາຍປະເທດ ທີ່ປູກໝາກໄມ້ ຊະນິດດັ່ງກ່າວ, ຍົກເວັ້ນ ແຕ່ເກົາຫລີ ແລະ ຈີນ. ປັດຈຸບັນ ສະຫະຣັດ ກໍເປັນປະເທດ ທີ່ສົ່ງໝາກໄມ້ ຊະນິດນີ້ ຂາຍໃຫ້ ຍີ່ປຸ່ນ, ເພາະວ່າ ເປັນໝາກໄມ້ ທີ່ມີທາດບໍາລຸງດີ ຕໍ່ສຸຂະພາບ.

ປັດຈຸບັນ, ທ່ານ ແຊມ ເປັນເຈົ້າຂອງ ບໍຣິສັດ Lao Can Holdings, ຊຶ່ງມີ 3 ສາຂາ ໃນປະເທດ ການາດາ, ນອກຈາກນັ້ນ, ຍັງມີ ບໍຣິສັດ Deluxe Food Inc. ແລະ Orca Specialty Foods, ຊຶ່ງເປັນບໍຣິສັດ ສົ່ງອາຫານ ທະເລ ໄປຂາຍ ໃຫ້ຍີ່ປຸ່ນ ແລະ ຢູໂຣບ.

ທ່ານ ໄດ້ທົດລອງ ປູກໝາກໄມ້ ດັ່ງກ່າວ ໃນລາວ ຖ້າຫາກວ່າ ຕົ້ນໄມ້ນັ້ນ ຈະເຕີບໃຫຍ່ໄດ້ ໃນສະພາບດິນຟ້າ ອາກາດ ປະເທດລາວ ຫລື ບໍ່?

ບາງຄົນ ເວົ້າວ່າ ຕົ້ນໝາກ ບລູເບີຣີ ຕ້ອງປູກໃສ່ ປະເທດ ທີ່ມີອາກາດໜາວ, ແຕ່ ທ່ານ ແຊມ ອະທິບາຍວ່າ ມີຄົນປູກ ທີ່ປະເທດ ໂມຣົກໂກ ເຊັ່ນກັນ, ແລະ ທ່ານ ເຊື່ອໝັ້ນວ່າ ຕົ້ນໝາກ ບລູເບີຣີ ຈະເໝາະສົມດີ ໃນປະເທດລາວ ເຊັ່ນດຽວກັນ.

ທ່ານ ຫາກໍ່ເດີນທາງ ກັບຈາກ ແຂວງຈໍາປາສັກ, ບອ່ນທີ່ ທ່ານ ຄຶດວ່າ ພູພຽງ ບໍຣິເວນ ຈະເປັນເຂດ ທີ່ເໝາະສົມ, ແຕ່ທ່ານ ຍັງບໍ່ທັນໄດ້ ຕັດສິນໃຈ ເທື່ອວ່າ ຈະຊື້ເນື້ອທີ່ດິນ ຢູ່ທີ່ນັ້ນ ຫລື ບໍ່?

ທ່ານ ແຊມ ໄດ້ກັບເມືອ ສປປລາວ ເກືອບເຖິງ 40 ຄັ້ງແລ້ວ, ຕັ້ງແຕ່ ປີ 1978, ຊຶ່ງທ່ານ ກ່າວໃນຕອນນຶ່ງ ວ່າ: ທ່ານ ກັບໄປ ປະເທດລາວ ເພາະວ່າ ທ່ານ ຮັກ ບ້ານເກີດເມືອງນອນ ຂອງທ່ານ. ດັ່ງນັ້ນ, ທ່ານ ຕ້ອງການ ເຮັດສິ່ງໃດສິ່ງນຶ່ງ ເພື່ອຮັບປະກັນ ໃຫ້ຊາວລາວ ມີວຽກເຮັດງານທໍາ ຫລາຍກ່ວານີ້. ທ່ານ ບໍ່ຕ້ອງການ ພຽງແຕ່ ເອົາເງິນໄປໃຫ້ ແລ້ວໜີ, ເພາະວ່າ ຖ້າຄົນໃຊ້ເງິນໝົດແລ້ວ, ຂະເຈົ້າ ກໍຈະທຸກຈົນ ອີກຄືເກົ່າ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.