ລາວ ແລະ ໄທ ຫາລື ກ່ຽວກັບ ກົດຣະບຽບ ການບໍຣິການໃຊ້ລາງຣົດໄຟ

ອົງການທາງຣົດໄຟ ແຫ່ງຊາດລາວ ກຳລັງລວບລວມຂໍ້ມູນ ຣາຍລະອຽດຕ່າງໆ ກ່ຽວກັບກົດຣະບຽບການເປີດ ທາງຣົດໄຟເສັ້ນທຳອິດ ຂອງລາວ ເພື່ອຈະນຳໄປປຶກສາຫາລື ກັບທາງຝ່າຍໄທ ເພື່ອກະຕຽມເປີດໃຊ້ທາງຣົດໄຟ ຮ່ວມກັນ ໃນໄວໆນີ້.

ທ່ານ ສອນສັກ ນໍຍານຊະນະ ຮອງປະທານອົງການທາງຣົດໄຟລາວຊີ້ແຈງກ່ຽວ ກັບເຣື່ອງນີ້ວ່າ ປັດຈຸບັນ ທາງຣົດໄຟໃນເບື້ອງຝັ່ງລາວ ທີ່ຕໍ່ຈາກຂົວມິດຕະພາບລາວ-ໄທແຫ່ງທີ່ນຶ່ງນັ້ນ ຖືກສ້າງສຳເຣັດໄປແລ້ວເຖິງ 90 ສ່ວນຮ້ອຍ ແລະຄາດວ່າ ຈະເປີດໃຊ້ຢ່າງເປັນທາງການຫລັງຈາກບຸນປີໃໝ່ລາວ; ປັດຈຸບັນ ເຈົ້າໜ້າທີ່ຝ່າຍລາວ ກຳລັງກະຕຽມຮ່າງກົດຣະບຽບຕ່າງໆ ເຊັ່ນກົດຣະບຽບ ກ່ຽວກັບການບໍຣິການປະຊາຊົນ ການຂົນສົ່ງສິນຄ້າ ການຮັກສາຄວາມປອດໄພ ການກວດຄົນເຂົ້າເມືອງ ແລະແຜນການຈະພັທນາໃຫ້ສະຖານນີຣົດໄຟໃນຝັ່ງລາວ ເປັນສະຖານີສາກົນ.

ຖ້າຫາກທາງຝ່າຍລາວແລະໄທ ສາມາດເປີດໃຊ້ທາງຣົດໄຟເສັ້ນນີ້ໄດ້ຫລັງຈາກບຸນປີໃໝ່ລາວແທ້ ຄົນງານລາວຫລາຍພັນຄົນ ກໍອາດຈະໃຊ້ທາງຣົດໄຟສາຍນີ້ ເພື່ອ ກັບໄປເຮັດວຽກງານຢູ່ໄທ ເພາະໃນທຸກໆປີ ຊາວລາວທີ່ທຳມາຫາກິນຢູ່ໄທ ຈະພາ ກັນກັບບ້ານຫລາຍໃນຍາມປີໃໝ່ ແລະເມື່ອປີໃໝ່ສິ້ນສຸດລົງ ພວກເຂົາກໍກັບຄືນໄປ ສູ່ວຽກງານຢູ່ໄທ.

ສເນີ ໂດຍ ອາວະຣີ