ການສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນໄຟຟ້າ ບ້ານກຸ່ມ ໃນເຂດພາກໃຕ້
2008.03.25
ທາງການລາວ ແລະ ໄທ ຕົກລົງເຫັນພ້ອມ ອະນຸຍາດ ໃຫ້ບໍຣີສັດ ໄທ-ອີຕາລຽນ ເປັນຜູ້ດຳເນີນ ການສືກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນໄຟຟ້າ ຂ້າມແມ່ນ້ຳຂອງ ບໍຣີເວນ ບ້ານກຸ່ມແຂວງຈຳປາສັກ.
ໃນມື້ນີ້ ທີ່ນະຄອນຫລວງວຽງຈັນ ທາງການລາວ ນຳໂດຍ ທ່ານ ທອງລຸນ ສີສຸຣີດ ຮອງນາຍົກຣັຖມນົຕຣີ ແລະ ຣັຖມນົຕຣີກະຊວງການຕ່າງ ປະເທດລາວ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຝ່າຍໄທ, ຊື່ງນຳໂດຍ ທ່ານ ນົບພະດົນ ປັດທະມະ ຣັຖມົນຕຣີວ່າການກະຊວງການຕ່າງປະເທດໄທ ເພື່ອຮ່ວມກັນພັທນາ ພະລັງງານໄຟຟ້າ ທີ່ເປັນເຂື່ອນກັ້ນນ້ຳຂອງ ໃນເຂດພາກໃຕ້ ຂອງລາວ.
ເຂື່ອນດັ່ງກ່າວ ຈະຕັ້ງຢູ່ໃນບໍຣີເວນ ບ້ານກຸ່ມ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນແຜນການສ້າງເຂື່ອນໄຟຟ້າ ຂອງຣັຖບານລາວ ໃນອານາຄົດ ດັ່ງທ່ານ ຢົງ ຈັນທະລົງສີ ໂຄສົກກະຊວງການຕ່າງປະເທດລາວ ໄດ້ກ່າວ ກ່ຽວກັບເຣື້ອງນີ້ ໃນຕອນນື່ງວ່າ:
"ເພື່ອເສີມຂຍາຍຄວາມຮ່ວມມື ຂອງສອງປະເທດນີ້ ໃຫ້ນັບມື້ນັບແຫນ້ນແຟ້ນຂື້ນ ກ່ຽວກັບ ການເພີ້ມທະວີ ການຊື້ຂາຍໄຟຟ້າ ຊື່ງກັນແລະກັນ, ແລະນັບເຖີງການພທັນາ ໄຟຟ້ານ້ຳຕົກນຳກັນ ດັ່ງນັ້ນ ທັງສອງຝ່າຍ ຈື່ງເຊັນ MOU ມອບໃຫ້ ບໍຣີສັດເອກຊົນ ສືກສາຄວາມເປັນໄປໄດ້ ໃນການທີ່ຈະສ້າງເຂື່ອນໄຟຟ້ານໍ້າຕົກ ຢູ່ບ້ານກຸ່ມ ແຂວງຈຳປາສັກ."
ເຂື່ອນໄຟຟ້າບ້ານກຸ່ມ ແຂວງຈຳປາສັກ ຊື່ງເປັນເຂື່ອນກັ້ນນ້ຳ ຂອງລາຍໃຫຍ່ ໃນລາວ ຕັ້ງກົງກັນຂ້າມ ກັບເຂດເມືອງຂົງຈຽມ ແຂວງ ອຸບົນຣາຊທານີ ຂອງໄທ ສາມາດຜລີດກະແສໄຟຟ້າໄດ້ປະມານ 2 ພັນ ເມກາວັດ ຊື່ງບໍຣີສັດ ໄທ ອີ່ຕາລຽນ ຈະເປັນຜູ້ອອກຄ່າໃຊ້ຈ່າຍເອງ ໃນການສືກສາຄວາມເປັນໄປໄດ້ ເພື່ອນຳຂໍ້ມູນ ມາສເນີ ຕໍ່ຣັຖບານລາວ ແລະ ໄທ ເພື່ອການພິຈາຣະນາ ໃນການກໍ່ສ້າງ.
ໃນເວລາດຽວກັນ ທັງສອງຝ່າຍ ກໍ່ໄດ້ຕົກລົງກັນ ຈະສືບຕໍ່ການຊື້ຂາຍໄຟຟ້າ ລະຫວ່າງກັນ ຈາກ 5 ພັນເມກາວັດ ໃນປັດຈຸບັນ ມາເປັນ 7 ພັນເມກກາວັດ ຫລື ຫລາຍກວ່ານັ້ນ ເທົ່າທີ່ລາວຈະຜລີດໄດ້ ພາຍໃນປີ 2015. ສປປລາວ ມີແຜນການຈະສ້າງເຂື່ອນເຖີງ 100 ກວ່າເຂື່ອນໃນທົ່ວປະເທດ ໃນອານາຄົດ ແລະ ກໍ່ມີແຜນວ່າ ຈະເປັນ ຫມໍ້ໄຟ ສຳລັບເອເຊັຍ ໃນອານາຄົດ.
ສເນີ ໂດຍ ຊິດນີ