ທ່ານຫົວໜ້າຜແນກຖແຫລງຂ່າວແລະວັດທະນະທໍາແຂວງຫລວງພະບາງ ກ່າວເມື່ອໄວໆມານີ້ວ່າ ການປົກປັກຮັກສາແລະການພັດທະນາ ວັດທະນະທໍາເມືອງມໍຣະດົກໂລກ ອັນມີຮວມທັງ ການເກັບຂໍ້ມູນ ການຂຶ້ນທະບຽນອະນຸລັກ ການບູຣະນະ-ປະຕິສັງຂອນວັດວາອາຣາມ ຍັງເຮັດບໍ່ໄດ້ດີ. ພະພຸດທະຮູບ ແລະໂບຮານວັດຖຸ ຈໍານວນບໍ່ໜ້ອຍ ຖືກລັກລອບ-ສູນເສັຽໄປ. ມີການຕໍ່ເຕີມອາຄານ-ສະຖານທີ່ບູຮານ ແລະໃຫ້ຄົນຕ່າງປະເທດເຊົ່າ ເຮັດກິດຈະການອຶ່ນໆ ໂດຍບໍ່ຄໍານຶງເຖີງການອະນຸຮັກແຕ່ຢ່າງໃດ.
ນອກຈາກນີ້ ຍັງມີຜູ້ປະກອບການ ທຸຣະກິດດ້ານວັດທະນະທໍາຈໍານວນນຶ່ງທີ່ ເຫັນແກ່ແຕ່ຜົນປະໂຫຍດ ຜົນກໍາໄຣໂດຍບໍ່ຄໍານຶງເຖີງຄຸນຄ່າຂອງມໍຣະດົກ ທາງດ້ານວັດທະນະທໍາຂອງຊາດແຕ່ຢ່າງໃດເລີຍ. ປະຊາຊົນໃນເຂດໃຈກາງເມືອງມໍຣະດົກໂລກ ໄດ້ປ່ອຍປະເຮືອນຊານຂອງຕົນ ໃຫ້ນັກທຸຣະກິດເຊົ່າ. ການເຮັດບູນສີນກິນທານ ຕັກບາດຢາດນໍ້າ ແມ່ນລຸດໜ້ອຍລົງນັບມື້.
ແຕ່ເຖີງຢ່າງໃດກໍຕາມ ທາງການລາວກໍໄດ້ອ້າງວ່າ ເທົ່າທີ່ຜ່ານມາ ເມືອງມໍຣະດົກໂລກຫລວງພະບາງ ໄດ້ຮັບການເອົາໃຈໃສ່ ບູຣະນະຮັກສາແລະພັດທະນາ ເປັນຢ່າງດີ. ແລະເມື່ອຫລັງໆມານີ້ ນັກວິຊາການ ຫລາຍຄົນຕ່າງກໍບອກວ່າ ອົງການທີ່ກ່ຽວຂ້ອງ ຕ້ອງໄດ້ເອົາໃຈໃສ່ຫລາຍຂຶ້ນ ໃນການອະນຸລັກມູນມໍຣະດົກຂອງຊາດ ໂດຍສະເພາະເລື່ອງການບູຣະນະປະຕິສັງຂອນ ວັດວາອາຣາມ ເພື່ອດຶງດູງນັກທ່ອງທ່ຽວເຂົ້າມາທ່ຽວ ຫລາຍຂຶ້ນ. ພ້ອມກັນນັ້ນ ກໍຕ້ອງໄດ້ສົ່ງເສີມ-ຮັກສາຮີດຄອງປະເພນີ ອັນດີງາມຂອງຊາວຫລວງພະບາງ ໃນການທໍາບູນທໍາທານ ການນຸ່ງຖື ການປະດິດຄິດແຕ່ງບົດຟ້ອນບົດລໍາ ຂະນະດຽວກັນກໍສົ່ງເສີມຫົວຄິດປະດິດສ້າງ ສີໄມ້ຣາຍມືຂອງເຜົ່າຊົນຕ່າງໆ ໃຫ້ມີຫລາຍຮູບຫລາຍສີ.
ບັນດານັກຊ່ຽວຊານ ຍັງເຕືອນວ່າ ຖ້າບໍ່ມີການປັບປຸງໃຫ້ດີຂຶ້ນນັ້ນ ທາງອົງການ UNESCO ກໍ ອາດເອົາເມືອງຫລວງພະບາງ ອອກຈາກບັນຊີຣາຍຊືມູນມໍຣະດົກໂລກ ກໍເປັນໄດ້. ທີ່ຜ່ານມາ ທາງອົງການUNESCO ກໍເຄີຍໄດ້ເຕືອນຣັດຖະບານລາວ ກ່ຽວກັບເລື່ອງນີ້ ມາກ່ອນແລ້ວ.
ມະນີຈັນ ຣາຍງານ