ຣັຖະມົນຕຣີ ກະຊວງການຕ່າງປະເທດ ຂອງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ພົປະກັບ ຣັຖະມົນຕຣີ ການຕ່າງປະເທດ ຂອງຈີນ ທ່ານ ຢັງເຈຈີ ເມື່ອວັນສຸກ ວັນທີ 15 ກຸມພາຜ່ານມານີ້, ທັງສອງ ໄດ້ແລກປ່ຽນຄວາມເຫັນກ່ຽວກັບ ການ ຮັດແນ່ນຄວາມສາມັກຄີ ລະຫ່ວາງ ສອງປະເທດ ເນື່ອງໃນໂອກາດ ການຢ້ຽມຢາມ ປະເທດຈີນ ເມື່ອສັປະດາຜ່ານມາ.
ທ່ານ ຢັງເຈຈີ ກ່າວຕໍ່ທ່ານ ທອງລຸນວ່າ ຈີນແລະລາວໄດ້ມີຄວາມສັມພັນກັນ ຢ່າງແນ່ນແຟ້ນ ໂດຍມີການແລກປ່ຽນ ຜູ້ແທນລະດັບສູງ, ການຮ່ວມມືກັນ ທາງດ້ານເສຖະກິດແລະ ປະສານງານ ກັນໃນກິດຈະກັມສາກົນ ແລະພູມີພາກ.
ທ່ານ ຢັງເຈຈີ ສະແດງຄວາມຂອບໃຈ ທີ່ລາວສນັບສນູນ ນະໂຍບາຍຈີນດຽວ ແລະກ່າວຢ້ຳອີກວ່າ ຈີນ ມີຄວາມມຸ້ງມາດປາຖນາ ພະຍາຍາມ ໃຫ້ຄວາມສັມພັນ ລະຫ່ວາງ ຈີນ ກັບລາວ ກ້າວຂື້ນສູ່ລະດັບສູງ ຕື່ມອີກ.
ສ່ວນ ທ່ານ ທອງລຸນກໍໄດ້ ກ່າວຕໍ່ທ່ານ ຢັງເຈຈິງວ່າ ສປປ ລາວສືບຕໍ່ຮັບຮູ້ນະໂຍບາຍຈີນດຽວຂອງ ຣັຖະບານຈີນ ແລະຫັວງວ່າ ຄວາມຮ່ວມມື ລະຫ່ວາງ ລາວ ກັບ ຈີນ ຈະເກີດດອກ ອອກຜົນໃນຫລາຍດ້ານ.
ນອກນັ້ນຣັຖະມົນຕຣີທັງສອງ ໄດ້ແລກປ່ຽນຄວາມຄິດ ຄວາມເຫັນກັນ ກ່ຽວກັບ ກອງປະຊຸມສຸດຍອດຄັ້ງທີ່ 3 ວ່າດ້ວຍແຜນການ ການຮ່ວມມື ດ້ານເສຖະກິດ ຄັ້ງທີສາມ ຂອງປະເທດ ສະມາຊິກອານຸພູມີພາກ ແມ່ນ້ຳຂອງຫລື GMS ຊຶ່ງລາວຈະເປັນເຈົ້າພາບ ຈັດຂື້ນລະຫ່ວາງ ວັນທີ 28-31 ມິນາປີ 2008 ນີ້.
ກອງປະຊຸມສຸດຍອດ ວ່າດ້ວຍການຮ່ວມມື ທາງດ້ານເສຖະກິດ ຂອງປະເທດສະມາຊິກ ອານຸພູມີພາກ ແມ່ນ້ຳຂອງ ຄັ້ງທີນຶ່ງຖືກຈັດຂື້ນ ຢູ່ທີ່ປະເທດ ກຳພູຊາເມື່ອປີ 2001, ຄັ້ງທີ່ 2 ຈັດຂື້ນຢູ່ທີ່ປະເທດຈີນ ເມື່ອປີ 2005 ອັນມີ ກຳພູຊາ ຈີນ ສປປ ລາວ ພະມ້າ ປະເທດໄທ ແລະວຽດນາມ ຮ່ວມກັບຄະນະຜູ້ແທນຈາກ ທະນາຄານໂລກເຂົ້າຮ່ວມນຳ.
ສົມເນ ຣາຍງານ
