ຜະແນວກ ສາທາຣະນະສຸກ ເມືອງມະຫາໄຊ ແຂວງຄໍາມ່ວນໄດ້ປີ່ນປົວ ຄົນເຈັບ ພະຍາດແມ່ກາຝາກ ໃນລໍາໃສ້ຈໍານວນ 21 ພັນ ຄົນແລ້ວ


2008.02.01

ຜະແນວກສາທາຣະນະສຸກ ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ມີການກວດພົບ ຄົນເປັນພະຍາດ ແມ່ກາຝາກ ໃນລໍາໃສ້ ຊະນິດຕ່າງໆ ຫລາຍເຖີງ 21 ພັນ ຄົນ ແລະ ກໍໄດ້ໃຫ້ການປີ່ນປົວ.

ດຣ. ບົວໃສ ຫົງສະວັງທອງ ຫົວໜ້າຫ້ອງສຸຂພາບ ແມ ່ແລະເດັກ ຜແນວກສາທາຣະນະສຸກ ແຂວງຄໍາມ່ວນ ເຜີຍກ່ຽວກັບ ຄວາມຄືບໜ້າ ໃນການ ຮັກສາຄົນເປັນພະຍາດ ແມ່ກາຝາກນັ້ນວາ: (ສຽງ) "ເຮັດແລ້ວເດີ ເພາະວ່າ ເຮົາຈະແຈກຢາ ທົ່ວເມືອງເລີຍ ໂດຍມີສູນກາງ ເປັນຜູ້ລົງມາຊ່ວຍ ເພາະວ່າ ເພິ່ນຈະໃຫ້ຢາ ຂ້າຕົວກົມ ແລະຢາຂ້າ ພວກຕົວດູ້ ແລະເພິ່ນເຮັດທົ່ວເມືອງ ແຈກທຸກບ້ານ ແລະທຸກຊຸມຊົນ ທີ່ວ່າເພີ່ນມີອາການປວດ."

ຕາມຄໍາເວົ້າ ຂອງ ດຣ. ບົວໃສແລ້ວແມ່ນວ່າ ຢາທີ່ແຈກໃຫ້ປະຊາຊົນ ສໍາລັບຂ້າພະຍາດ ໃບໄມ້ໃນຕັບນັ້ນ ແມ່ນຢາທີ່ນໍາມາຈາກ ປະເທດເກົາຫລີ ແລະວ່າ ພາຍຫລັງທີ່ໃຫ້ຢາ ໄດ້ປະມານນຶ່ງເດືອນ ທາງແພດໝໍ ກໍຈະມີການກວດສຸຂພາບ ອີກຕື່ມເທື່ອນຶ່ງ ແລະຫລັງຈາກນັ້ນ 6 ເດືອນ ກໍຈະມີການແຈກຢາ ໃຫ້ຊໍ້າອີກ ເທື່ອນຶ່ງ.

ນອກຈາກການແຈກຢາ ໃຫ້ປະຊາຊົນແລ້ວ ທາງຜະແນກ ທີ່ກ່ຽວຂ້ອງ ຮວມໄປເຖີງພາກເອກກະຊົນ ຍັງໄດ້ມີການ ໂຄສະນາ ຂົນຂວາຍ ໃຫ້ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບໄພອັນຕະລາຍ ຂອງພະຍາດ ແມ່ກາຝາກລໍາໃສ້ ຊະນິດຕ່າງໆນັ້ນນໍາອີກ.

ພ້ອມດຽວກັນ ດຣ. ບົວໃສ ຍັງຮຽກຮ້ອງ ໃຫ້ປະຊາຊົນເອົາໃຈໃສ່ ເລື່ອງອະນາໄມສຸຂສຶກສາ ວ່າ:

(ສຽງ) "ກໍຢາກໃຫ້ປະຊາຊົນ ເຝົ້າຣະວັງ ແລະໃຫ້ເບີ່ງ ທີ່ວ່າໂຄສະນາ ສຸຂສຶກສາ ຫລືວ່າ ເພີ່ນສາຍໂຮງໜັງ ຕາມໝູ່ບ້ານ ໃຫ້ເອົາໃຈໃສ່ ຄາດວ່າຖ້າເຮົາປ່ຽນພຶຕິກໍາ ໄດ້ພະຍາດນີ້ ຈະລຸດລົງ ອີກປີນຶ່ງ ຜ່ານໄປ ກໍອາດຈະດີຊຶ້ນກວ່ານີ້"

ໃນຕອນທ້າຍ ດຣ. ບົວໃສ ກ່າວກ່ຽວກັບພະຍາດ ໃນລໍາໃສ້ ທີ່ພົບເຫັນ ຢູ່ນໍາຜູ້ທີ່ເປັນນັ້ນວ່າ ສ່ວນໃຫຍ່ ແມ່ນພະຍາດ ໃບໄມ້ໃນຕັບ ພະຍາດຕົວກົມ ປາກຂໍຮວມຢູ່ດ້ວຍ.

ສໍາລັບພະຍາດໃບໄມ້ໃນຕັບນັ້ນ ກວດພົບໃນກຸ່ມຄົນ ທີ່ປ່ວຍທົ່ວໄປ ຫລາຍທີ່ສຸດ ເນື່ອງຈາກວ່າ ປະຊາຊົນແຖວນັ້ນ ອາໃສຢູ່ຕາມເຂດແມ່ນໍ້າ ລໍາທານ ແລະກິນປາແດກ ເປັນອາຫານຫລັກ ເຮັດໃຫ້ປະຊາຊົນ ປະມານ 80 ເປີເຊັນ ເປັນພະຍາດໃບໄມ້ໃນຕັບ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.