ໃນວັນຈັນ ຜ່ານມານີ້ ທ່ານ Wu Bangguo ປະທານສະພາ ປະຊາຊົນສູງສຸດ ຂອງຈີນ ໄດ້ພົບປະກັບ ທ່ານ ທອງສິງ ທັມະວົງ ປະທານ ສະພາແຫ່ງຊາດ ຂອງລາວ ຢູ່ທີ່ກຸງປັກກິ່ງ ເນື່ອງໃນການຢ້ຽມຢາມ ປະເທດຈີນ ຢ່າງເປັນທາງການ.
ສອງຝ່າຍ ໃຫ້ຄຳໝັ້ນສັນຍາກັນວ່າ ສົ່ງເສີມ ແລະ ຊຸກຍູ້ວຽກງານ ທາງດ້ານສະພາ ເສຖະກິດ ແລະ ການຄ້າ ລະຫ່ວາງກັນ. ທ່ານ Wu Bangguo ໄດ້ກ່າວຕໍ່ທ່ານ ທອງສິງ ວ່າ ປະເທດຈີນ ແລະ ສປປ ລາວ ເປັນເພື່ອນມິດກັນ ມາໃນປະຫວັດສາດ ໂດຍມີ ຄວາມເຊື່ອຖືກັນ ທາງດ້ານການເມືອງ, ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ແລະ ວ່າ ການຮ່ວມມື ລະຫ່ວາງ ສອງປະເທດ ຄວນຖືກສົ່ງເສີມ ໃຫ້ຫລາຍຂື້ນ.
ທ່ານ Wu Bangguo ກ່າວວ່າ ປະເທດຈີນ ຢາກຈະຮ່ວມມື ກັບຝ່າຍລາວ ທາງດ້ານ ໂຄງລ່າງ ແລະ ກະສິກຳ ແລະ ສົ່ງເສີມການຝຶກແອບ ແລະ ແລກປ່ຽນພະນັກງານ ເພື່ອໃຫ້ເລິກເຊິ່ງ ກ່ວາເກົ່າ, ຮັກສາການແລກປ່ຽນ ເຈົ້າໜ້າທີ່ ພະນັກງານ ສະພາລະດັບສູງ ແລະ ສືບຕໍ່ການປະສານງານ ກັນທາງດ້ານສະພາ ໃນລະດັບສາກົນ ແລະ ສະພາໃນລະດັບພູມີພາກ.
ໃນເວລາທີ່ ທ່ານ ທອງສິງ ໄດ້ພົບປະກັບ ທ່ານ Wen Jiabao ນາຍົກຣັຖະມົນຕຣີ ຂອງຈີນ ນັ້ນ ທ່ານ wen Jia bao ໄດ້ກ່າວຕໍ່ ທ່ານທອງສິງ ວ່າ ມັນມີຄວາມໝາຍ ທາງຍຸທະສາດ ທີ່ລາວ ແລະ ຈີນຕ້ອງ ເຮັດໃຫ້ຄວາມສັມພັນ ແບບຮອບດ້ານ ລະຫ່ວາງກັນນີ້ ເລິກເຊິ່ງລົງໄປຕື່ມ ໃນຍຸກສະໃໝໃໝ່. ທ່ານ wen Jiabao ວ່າ ຈີນ ມີເຈດຈຳນົງ ຮັກສາການແລກປ່ຽນ ເຈົ້າໜ້າທີ່ ຂັ້ນສູງ ລະຫ່ວາງກັນ, ຂະຫຍາຍ ການຮ່ວມມື ທາງດ້ານເສຖະກິດ, ການຄ້າ, ການເງິນ, ການສຶກສາ, ວິທະຍາສາດ ຊັພະຍາກອນ ມະນຸດ ແລະ ວ່າ ຈີນ ຈະສືບຕໍ່ ຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອ ແກ່ລາວ.
ທ່ານ ທອງສິງ ໄດ້ກ່າວຕອບ ທ່ານ Wen Jia bao ວ່າ ສປປ ລາວ ຫວັງວ່າ ຈະໄດ້ຮຽນຮູ້ ປະສົປະການ ຈາກຈີນ ໃນການພັດທະນາ ປະເທດ ແລະ ຈະສົ່ງເສີມ ການຮ່ວມມື ທາງດ້ານ ເສຖະກິດ ກັບຝ່າຍຈີນ ພ້ອມທັງ ຢືນຢັນວ່າ ຈະບໍ່ສນັບສນູນ ຝ່າຍໃດກໍດີ ທີ່ຢາກແຍກດິນແດນ ອອກຈາກຈີນ.
ສເນີ ໂດຍ ສົມເນ