
ເມື່ອຕົ້ນສັບປະດານີ້ ເຈົ້າໜ້າທີ່ຂັ້ນສູງ ຂອງນະຄອນຫລວງວຽງຈັນ ແລະ ແຂວງໜອງຄາຍ ຂອງໄທ ໄດ້ປະຊຸມກັນ ຢູ່ນະຄອນຫລວງວຽງຈັນ ແລະໄດ້ປຶກສາຫາລື ແລະຕົກລົງກັນວ່າ ສອງປະເທດ ຈະຮ່ວມກັນສ້າງ ຕລາດຊາຍແດນລາວ-ໄທ ທີ່ຈະຕັ້ງຢູ່ບໍຣິເວນ ຫົວຂົວມິດ ຕະພາບລາວ-ໄທ ແຫ່ງທີ່ນຶ່ງໃນຝັ່ງລາວ.
ຕລາດແຫ່ງນີ້ ຈະເປັນຕລາດໃຫຍ່ ມີພື້ນທີ່ກວ້າງເຖິງ 50,766 ເຮັກຕາຣ໌ ແລະມີຈຸດປະສົງ ເພື່ອ ສົ່ງເສີມການຄ້າ ຣະຫວ່າງສອງຝັ່ງ. ການສ້າງຕລາດຊາຍແດນແຫ່ງນີ້ ຈະສຳເຣັດ ໃນປີໜ້າ ຊຶ່ງຈະຖືກກັບປີສລອງ ວັນຄົບຮອບ 450 ປີ ຂອງການສ້າງ ນະຄອນຫລວງວຽງຈັນ.
ນັບແຕ່ມີຂົວມິດຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ເປັນຕົ້ນມາ ຊາວລາວ ມັກໄປທ່ອງທ່ຽວ ຊື້ເຄື່ອງຊື້ຂອງ ຢູ່ເມືອງໜອງຄາຍ ຫລືອຸດອນຫລາຍເປັນພິເສດ ໂດຍສະເພາະ ໃນວັນເສົາ ແລະວັນອາທິດ; ຄົນລາວສ່ວນຫລາຍ ມັກໄປຮ້ານ Big Jiang, Lotus ຫລື ຕລາດທ່າສະເດັດ ໃນໜອງຄາຍ. ແຕ່ຖ້າເປີດຕລາດຊາຍແດນ ໃນຝັ່ງລາວແລ້ວ ຊາວລາວ ອາດຈະບໍ່ຈຳເປັນຕ້ອງຂ້າມໄປຝັ່ງໄທ ກໍເປັນໄດ້; ພວກພໍ່ຄ້າແມ່ຄ້າໄທ ກໍຈະ ຂ້າມໄປຕັ້ງຮ້ານ ຢູ່ຕລາດຊາຍແດນ ໃນຝັ່ງລາວ ຊຶ່ງຈະເປັນການດີສຳຣັບ ຄົນລາວ ນະຄອນຫລວງວຽງຈັນ ແລະປະເທດລາວ.
ເປັນທີ່ສັງເກດອີກວ່າ ປັດຈຸບັນ ຕລາດຊາຍແດນ ຫລືທີ່ຄົນໄທ ມັກເອີ້ນວ່າ ຕລາດຜ່ອນປົນນັ້ນ ທັງໝົດຕັ້ງຢູ່ຝັ່ງໄທ ແລະ ຄົນລາວ ກໍທຽວຂ້າມໄປຊື້ຂາຍສິນຄ້າ ຫລາຍເປັນປະຈຳ.
ອາວະຣີ ຣາຍງານ