ເຈົ້າໜ້າທີ່ກົມພາສີ ຂອງລາວ ຈະໄຊ້ເຄື່ອງ ສະແກນ ເພື່ອກວດຕູ້ ຄອນແຕນເນີ້ ສິນຄ້າຂະນາດໃຫ່ຽ


2008.01.30

ເຈົ້າໜ້າທີ່ກົມພາສີຂອງລາວ ວ່າ ດຽວນີ້ ໃນດ່ານສາກົນ ທົ່ວປະເທດລາວ ຈະໄຊ້ເຄື່ອງສະແກນ ເພື່ອກວດຕູ້ ຄອນແຕນເນີ້ສິນຄ້າ ຂະນາດໃຫ່ຽ. ໍເພາະວ່າ ໃນລະຍະຜ່ານມາ ການກວດສອບສິນຄ້າ ທີ່ຢູ່ໃນຕູ້ຄອນແຕນເນີ້ ມີຄວາມຍຸ່ງຍາກຫລາຍ ເຮັດໃຫ້ການຂົນສົ່ງສິນຄ້າ ລະຫ່ວາງ ປະເທດຊັກຊ້າ.

(ສຽງ) "ເພາະສິນຄ້າຜ່ານແດນສາກົນ ມັນຕ້ອງໄຊ້ ຕູ້ຄອນແຕນເນີ້ໝົດ ສະນັ້ນ ເພື່ອອຳນວຍຄວາມ ສະດວກ ດ້ານການຄ້າ ໃຫ້ມັນວ່ອງໄວ ພວກເຮົາ ຕ້ອງໄດ້ໄຊ້ເຄື່ອງສະແກນເນີ້ ທີ່ທັນສະໃໝ ມັນຈຶ່ງຈະທັນການ. ເຮົາຈະອາໃສກວດດ້ວຍມື ດ້ວຍຄົນຂື້ນຄົນລົງ ນີ້ມັນຊ້າເປັນ 2-3 ວັນກໍບໍ່ແລ້ວ."

ເພື່ອໃຫ້ມັນ ສົມຄູ່ກັນ ເຮົາກໍໄດ້ໄຊ້ ເຄື່ອງ ສະແກນນເນີ້ ເປັນຣົຖເຄື່ອນທີ່ໄດ້ ຈະນຳໄຊ້ ຢູ່ໃນບັນດາ ດ່ານ ເວົາ້ລວມ ກໍແມ່ນ ດ່ານສາກົນໃຫ່ຽ ເຮົາກໍມີ ການກວດເຊັກກັນ ເປັນຕູ້ ຄອນແຕນເນີ້ ເລີຽ ຜ່ານໄປເລີ ຽປະມານ 5 ນາທີ ຖ້າບໍ່ມີບັນຫາ ກໍຖືວ່າຮຽບຮ້ອຍ

ທ່ານວ່າ ຫລັງຈາກພັດທະນາລະບົບ ຄົມະນາຄົມຂົນສົ່ງ ໃຫ້ໄດ້ມາຕະຖານແລ້ວ ເຮັດໃຫ້ການຂົນສົ່ງສິນຄ້າ ລະຫ່ວາງ ປະເທດ ອອ້ມຂ້າງ ສະດວກສະບາຍຂື້ນ ແລະປະຣິມານ ສິນຄ້າຜ່ານດ່ານ ກໍມີຫລາຍຂື້ນນັບມື້. ການກວດກາສິນຄ້າ ຕ້ອງໃຫ້ໄດ້ຕາມລະບົບ ມາຕະຖານສາກົນ. ຜ່ານມາກໍໄຊ້ແຕ່ເຄື່ອງ ເອັກສະເຣ ຂະນາດກາງ ແລະຂະນາດນ້ອຍ ຊຶ່ງບໍ່ສາມາດ ກວດສອບຕູ້ສິນຄ້າຂະໜາດ ໃຫ່ຽໄດ້ຢ່າງໄດ້ຜົ ນແລະທັນການ.

(ສຽງ) "ເພື່ອໃຫ້ມັນສົມຄູ່ກັນ ເຮົາກໍໄດ້ໄຊ້ ເຄື່ອງສະແກນນເນີ້ ເປັນຣົຖເຄື່ອນທີ່ໄດ້ ຈະນຳໄຊ້ຢູ່ໃນບັນດາດ່ານ ເວົາ້ລວມ ກໍແມ່ນດ່ານສາກົນໃຫ່ຽ ເຮົາກໍມີການກວດເຊັກກັນ ເປັນຕູ້ຄອນແຕນເນີ້ເລີຽ ຜ່ານໄປເລີຽປະມານ 5 ນາທີ ຖ້າບໍ່ມີບັນຫາ ກໍຖືວ່າຮຽບຮ້ອຍ."

ລະບົບອຸປະກອນ ກວດກາສິນຄ້າ ແບບໃໝ່ນີ້ ເປັນລະບົບທີ່ທທັນສະໃໝ ທີ່ຊ່ວຍ ຫລຸດຜ່ອນຂັ້ນຕອນ ການກວດລົງ. ງົປະມານ ໃນການຊື້ອຸປະກອນ ກວດກາ ສິນຄ້າແບບທັນສະໃໝນີ້ ສ່ວນນຶ່ງ ກໍໄດ້ມາຈາກ ການຊ່ວຍເຫລືອ ຂອງສະຫະ ປະຊາຊາຕ ຊຶ່ງບໍຣິສັດເອກະຊົນ ຂອງຈີນ ຫາກໍມອບໃຫ້ ເມື່ອວັນທີ 25 ມົກະຣາ ຜ່ານມານີ້ເອງ ທັງໝົດ 4 ຄັນ. ອຸປະກອນນີ້ສາມາດເຄື່ອນຍ້າຍໄປ ຢ່າງສະດວກສະບາຍ ແລະເວລານີ້ ກຳລັງທຳການຝຶກອົບຣົມ ວິທີໄຊ້ເຄື່ອງນີ້ຢູ່.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.