ເຖີງແມ່ນເຈົ້າໜ້າທີ່ຣະດັບສູງ ຂອງຣັຖບາລ ສປປລາວ ໄດ້ໃຫ້ກາຣອະທິບາຍແກ່ ປະຊາຊົນ ກ່ຽວກັບ ເຣື່ອງກາຣໃຫ້ສັມປະທານ ເຂຕບືງທາຕຫລວງ ເພື່ອໃຫ້ຈີນເຂົ້າມາ ພັທນາເປັນສູນກາຣຄ້າ China Town ນັ້ນແລ້ວກໍຕາມ ແຕ່ປະຊາຊົນລາວ ບາງກຸມ ຍັງມີຄວາມວິຕົກກັງວົນ ເພາະຢ້ານຊາວຈີນ ຈະເຂົ້າມາຂຍາຍອານານິຄົມ ຂອງຕົນຂື້ນ ດັ່ງທີ່ພໍ່ຄ້າລາວ ຜູ້ໜື່ງໄດ້ແສດງຄວາມເຫັນວ່າ:
(ສຽງ) "ເພີ່ງຈະຟື້ນຕົວ ພົ້ນຈາກກາຣປົກຄອງ ຂອງຕ່າງ ຊາຕໄດ້ 32 ປີ ປີນື້ຈີນຈະເຂົ້າມາບຸກອີກ ຄວາມໝາຍ ຄືຈີນຈະເຂົ້າມາຢູ່ແລ້ວຈີນຕ້ອງແພ່ພັນ ແພ່ອານາ ເຂຕແລ້ວຄົນລາວ ກໍບໍ່ຊອບຂີ້ໜ້າ."
ເປັນທີ່ຄາດກັນວ່າ ເຂຕເມືອງໃໝ່ China Town ທີ່ບືງທາຕຫລວງ ນະຄອນຫລວງ ວຽງຈັນນ ີ້ຈະກວມເອົາເນື້ອທີ່ກັມມະສິທປະມານ 1,000 ເຮກຕ໊າຣ໌ໂດຽມີກຳໜົດເຊົ່າ 50 ປີແລະເວລາສ້າງເສຣັຈ ຮຽບຮ້ອຍແລ້ວ ຈະກາຍເປັນສູນກາຣຄ້າ ທີ່ສຳຄັນໃນເມືອງ ເອກຂອງປະເທດລາວ ພ້ອມຍັງ ຈະມີຊາວຈີນເຂົ້າມາຢູ່ອາສັຍ ຕື່ມອີກບໍ່ຕໍ່າກວ່າ 3,000 ຄົນ. ກ່ຽວກັບເຣື່ອງນີ້ ພໍ່ຄ້າລາວຄົນດັ່ງກ່າວ ໄດ້ໃຫ້ຄຳເຫັນດ້ວຍຄວາມເປັນ ຫ່ວງອີກວ່າ:
(ສຽງ) "ຄົນລະວັທນາທັມ ຈະໄປຊອບໄດ້ຢ່າງໃດ ມັນຈະໄປຟັງເຮົາບໍ ມັນບໍ່ຟັງດອກພວກຄົນ ມີຕາງ ແລ້ວກໍຈະສ້າງເມືອງລາວ ໃຫ້ເປັນເມືອງມາເຟັຽ ດ໊ຽວກໍບໍ່ຕ້ອງເຄົາຣົພກົດໝາຍ ດ໋ຽວກໍໃຊ້ເງີນເປັນ ໃຫຍ່ ມ໋າເຟັຽຮົງກົງ ມ໋າເຟັຽຈີນ”."
ກາຣທີ່ມີກຸ່ມຊາວລາວ ໄດ້ແສດງອອກເຖີງ ຄວາມບໍ່ພໍໃຈນຳກາຣ ທີ່ຣັຖບາລລາວຈະ ເອົາຄົນຈີນ ເຂົ້າມາຢູ່ຫລາຍເຊັ່ນນີ້ ກໍຍ້ອນເປັນຫ່ວງ ແລະຢ້ານວ່າປະຊາຊົນລາວ ຈະກາຍໄປເປັນ ປະຊາກອນຊັ້ນສອງ ແລະຍີ່ງຈະເຮັດໃຫ້ ກາຣທຳມາຫາກິນດຳຣົງຊີວີຕ ຍາກຂື້ນກວ່າເກົ່າ ພ້ອມດຽວກັນນັ້ນ ທາງກາຣລາວ ກໍຈະໃຫ້ຄວາມສະດວກ ໂດຽສະເພາະ ກາຣໃຫ້ສິທພິເສດ ດ້ານພາສີ ແລະກາຣໃຫ້ສັມປະທານ ຕ່າງໆແກ່ຊາວຈີນດັ່ງ ກ່າວນີ້.
ຫວາດ ສີມູນ ຣາຍງານ
