ແຮງງານ ເຍົາວະຊົນ ຊົນນະບົດ


2008.03.26

ແຂວງຫລວງພຣະບາງ ຍັງມີ ແຮງງານ ເຍົາວະຊົນ ຈາກເຂຕຊົນນະບົດ ຕາມສະຖານ ທີ່ບັນເທິງ ຕ່າງໆ.

ປັຈຈຸບັນນີ້, ສະພາບ ເສຖກິດຝືດເຄືອງ ແລະ ຄວາມເປັນຢູ່ ຂາດເຂີນ ເຮັດໃຫ້ ປະຊາຊົນລາວ ເຂຕຊົນນະບົດ ລັ່ງໄຫລ ເຂົ້າມາຫາກິນ ຕາມຕົວເມືອງ, ທະວີ ຈຳນວນ ຂື້ນເລື້ອຽໆ. ເຍົາວະຊົນ ທີ່ ຕິດຕາມ ຄອບຄົວ ຍ່ອມໄດ້ຮັບ ພາຣະ ຊ່ອຍຫາລ້ຽງຊີພ ແຕ່ຍັງນ້ອຍ. ໜຸ່ມສາວ ໄຮ້ດຽງສາ ຈຳນວນຫລາຍ ຖືກກົດດັນ ຫລື ສະມັກໃຈ ເຂົ້າເຮັດວຽກ ຕາມສະຖານ ບັນເທີງ ຕ່າງໆ, ເຖີງຂັ້ນ ສ້າງບັນຫາໃຫ້ສັງຄົມ, ດັ່ງເຈົ້າໜ້າທີ່ຂັ້ນສູງ, ພະແນກແຮງງານ ແຂວງຫລວງພຣະບາງ ໄດ້ກ່າວວ່າ:

“ແຮງງານ ເຂົາເຈົ້າ ເຄື່ອນຍ້າຍ ຈາກຊົນນະບົດ ມາເຮັດວຽກ ໃນເມືອງຫລວງ ແລະ ກໍມີບາງຄົນ ເຂົາເຈົ້າ ກໍໄປຢູ່ ບ່ອນບໍຣິກາຣ, ກໍມີຢູ່ ຈຳນວນໜື່ງ ນີ້ນ໋າ”

ທ່ານ ແຈ້ງເພີ່ມວ່າ: ກາຣລັກລອບ ຄ້າປະເວນີນັ້ນ ຍັງຄົງ ເປັນບັນຫາ ທີ່ຕໍ່ເນື່ອງ, ບໍ່ມີທາງ ຈະແກ້ໄຂ ໃຫ້ໝົດໄດ້. ອີກຢ່າງນຶ່ງ, ພວກເຍົາວະຊົນ ເລົ່ານັ້ນ ບໍ່ມີໂອກາດ ຮັບກາຣສຶກສາ ພຽງພໍ ທີ່ຈະຍອມຮັບຮູ້ ຄວາມຈຳເປັນ ໃນຄຸນຄ່າວັຕຖຸນິຍົມ ໃຫ້ເທົ່າທຽມ ກັບ ຊຸມຊົນອ້ອມຂ້າງ. ບັນຫານີ້ ບໍ່ຖືວ່າ ເປັນຄວາມຜິດ ຂອງເດັກ ແຕ່ຝ່າຍດຽວ; ແຕ່ຫາກແມ່ນ ຄວາມຜິດ ຂອງ ຜູ້ປົກຄອງນຳ, ດັ່ງທີ່ ທ່ານ ໄດ້ຊີ້ແຈງວ່າ:

“ຜູ້ຍິງ, ສ່ວນຫລາຍ ຈະເປັນເດັກຍີງ ປະມານ 18-20 ປີ. ບາງເທື່ອ ພໍ່ແມ່ ກໍເຫັນດີນຳ ແຕ່ວ່າ ເຂົາເຈົ້າ ກໍຕົວະກັນມາ, ແບບຮູ້ເທົ່າ ບໍ່ເຖີງກາຣ”

ທ່ານ ຂຍາຍອີກວ່າ: ເຖິງປັຈຈຸບັນນີ້ ທາງພະແນກ ໄດ້ອອກກວດ ຕາມສະຖານ ທີ່ບັນເທີງ ຕ່າງໆ. ເມື່ອພົບເຫັນ ວ່າໜຸ່ມສາວ ເລົ່ານັ້ນ ຖືກຫລອກລວງມາ, ທາງກາຣ ກໍຈັດສົ່ງ ກັບບ້ານເດີມ ຕາມຄວາມສະມັກໃຈ. ສະເພາະ ຈຳພວກ ທີ່ເຕັມໃຈ ສະມັກມານັ້ນ ທາງກາຣ ໄດນຳມາ ອົບຮົມ ໃຫ້ເຂົ້າໃຈ ໃນກາຣໃຊ້ແຮງງານ ແບບສຸຈຣິຕ ແລະ ບໍ່ເປັນກາຣສ່ຽງ ຕໍ່ເຊື້ອໂຣຄ ອັນຕະຣາຍ ຕ່າງໆ ນາໆ ນັ້ນນຳ.

ສເນີ ໂດຍ: ຫວາດ ສີມູນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.