ອົງກາຣອະນຸຮັກສິ່ງແວດລ້ອມ ເປີດເຜີຽວ່າ ມີກາຣລັກລອບໄມ້ ຈາກລາວ ເຂົ້າວຽດນາມ ຢ່າງຫລວງຫລາຍ ໃນແຕ່ລະປີ ເພື່ອແປຮູບ ເປັນເຄື່ອງເຮືອນ ສົ່ງຂາຍຕ່າງປະເທດ.
ກາຣລັກລອບຕັດໄມ້ທຳລາຍປ່າ ຢູ່ ສປປລາວ ຍັງເປັນບັນຫາ ອັນໜັກໜ່ວງ ທີ່ທາງ ກາຣກ່ຽວຂ້ອງ ຄວນຈະເອົາມາຕກາຣ ຢ່າງເຂັ້ມງວດ ແຕ່ບໍ່ປະກົດ ຈະມີກາຣແກ້ໄຂ ໃນ ເວລາອັນໃກ້ນີ້ ດັ່ງໜັງສືພີມ South China Morning Post ສະບັບວັນທີ່ 23 ມີນານີ້ທີ່ວ່າ ຄົງຈະບໍ່ນຳເອົາບັນຫາ ກ່ຽວກັບກາຣຄ້າໄມ້ເຖື່ອນ ໃນລາວ ຂື້ນພິຈາຣະນາ ແຕ່ຢ່າງໃດ ຄາວມີກອງປະຊຸມ ຄະນະຣັຖມົນຕຣີ ຈາກບັນດາປະເທດ ເຂຕລຸມແມ່ນ້ຳຂອງ ຊື່ງມີກຳໜົດ ຈັດຂື້ນ ຢູ່ນະຄອນຫລວງວຽງຈັນ ໃນສັບປະດາໜ້ານີ້.
ໜັງສືພີມດັ່ງກ່າວ ໄດ້ແຈ້ງກ່ຽວກັບ ການເປີດເຜີຽ ຂອງທາງອົງກາຣດຳເນີນ ກາຣສືບສວນ ສິ່ງແວດລ້ອມຫລື EIA ທີ່ມີຫ້ອງກາຣ ຢູ່ກຸງລອນດອນ ຮ່ວມກັບ ອົງກາຣ Telapak ຢູ່ອິນໂດນີເຊັຽ ທີ່ບໍ່ຂື້ນກັບຣັຖບາລ ໃດໆ ທີ່ວ່າມີຫລັກຖານ ຢືນຢັນ ກ່ຽວກັບ ຂບວນກາຣລັກລອບ ນຳໄມ້ທ່ອນ ຈາກປະເທດລາວ ເຂົ້າວຽດນາມ ເພື່ອປ້ອນຕລາດແປ ຮູບເຮັດເປັນເຄື່ອງເຮືອນ ຫລື Furniture ສຳຫລັບສົ່ງຂາຍ ຕ່າງປະເທດ ເຊັ່ນ: ສະຫະຣັຖອະເມຣິກາ ຝຣັ່ງ ອັງກິດ ເນເທີແລນດ໌ ສເປນ ຍີ່ປຸ່ນແລະປະເທດອື່ນໆ ໃນທົ່ວໂລກ ເຖີງຂັ້ນເຮັດໃຫ້ວຽດນາມ ມີມູລຄ່າ ໃນກາຣສົ່ງເຄືອງເຮືອນ ອອກຂາຍຕ່າງປະເທດ ທັງໝົດ ໃນປີຜ່ານມາເຖີງ 2.4 ພັນລ້ານດອລລາຣ໌ ສະຫະຣັຖ.
ທາງອົງກາຣ ດຳເນີນກາຣສືບສວນ ສິ່ງແວດລ້ອມ ໄດ້ກ່າວເພີ່ມວ່າ: ໃນຕອນສວາຍ ມື້ໜື່ງ ທີ່ທາງເຈົ້າໜ້າທີ່ ຂອງອົງກາຣ ທີ່ປອມຕົວເປັນນັກທຸຣະກິຈ ແສວງຫາຊື້ໄມ້ ແລະ ລັກສັງເກດ ເບີ່ງຢູ່ດ່ານຊາຍແດນ ທີ່ນາເພົາ ແລະ ພົບເຫັນມີຣົຖບັນທຸກໄມ້ທ່ອນ ອອກ ຈາກຊາຍແດນລາວ ເຂົ້າວຽດນາມເຖີງ 45 ຄັນ ສະນັ້ນ ຄາດວ່າ ໃນແຕ່ລະປີ ຄົງມີໄມ້ ທ່ອນບໍ່ຕໍ່າກວ່າ 500,000 ແມ໊ຕກ້ອນ ໃນຮູບແບບປອມແປງເອກສາຣ ແລະ ໃຫ້ເງີນ ສິນບົນ ແກ່ເຈົ້າໜ້າທີ່ ທາງກາຣ ສປປລາວ ເພື່ອໃຫ້ຮັບວ່າເປັນໄມ້ທີ່ສົ່ງອອກແບບຖືກ ຕ້ອງຕາມກົດໝາຍ!!!
ສເນີໂດຍ ຫວາດ ສີມູນ