ບັນຫາ ຄວາມທຸກຈົນ ເຮັດໃຫ້ ນັກຮຽນປະລະການຮຽນຫລາຍກ່ວາ 5 ໝື່ນຄົນ

ບັນຫາ ການປະລະ ຫລື ອອກໂຮງຮຽນ ຂອງເຍົາວະຊົນລາວ ມີເພີ້ມຂຶ້ນ ແລະ ເປັນບັນຫາໃຫຍ່ ໃນປັດຈຸບັນ; ຈາກການສໍາຣວດ ໃນພາກຮຽນ 1 ຂອງການສຶກສາ ປະຈໍາປີ 2008-09 ນີ້ ພົບວ່າ ມີເຍົາວະຊົນ ຫລາຍກ່ວາ 5 ໝື່ນຄົນ ທີ່ໄດ້ປະລະການຮຽນ ໃນທົ່ວປະເທດລາວ, ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ກະຊວງສຶກສາ ເມື່ອບໍ່ນານມານີ້.

ສາເຫດສໍາຄັນ ທີ່ເຮັດໃຫ້ ເຍົາວະຊົນ ເຫລົ່ານັ້ນ ປະລະການຮຽນ ເນື່ອງຈາກວ່າ ມີບັນຫາ ທາງດ້ານເສຖກິດ ຫລື ຄວາມທຸກຈົນ, ຊຶ່ງ ບັນດາຜູ້ປົກຄອງ ມີຣາຍໄດ້ ບໍ່ພຽງພໍ ທີ່ຈະສາມາດ ສົ່ງເສັຍລູກຫລານ ຮຽນໜັງສື ຕໍ່ໄປ. ແຕ່ວ່າ ຍ້ອນຄວາມທຸກຈົນ ດັ່ງກ່າວ ກໍເຮັດໃຫ້ ຈໍາເປັນຕ້ອງ ໃຫ້ລູກຫລານ ເຊົາຮຽນ ເພື່ອໄປຊ່ອຍຄອບຄົວ ໃນການຫາລາຍໄດ້, ເປັນຕົ້ນແມ່ນ ການເຮັດໄຮ່ ເຮັດນາ ແລະ ອອກແຮງງານ ຮັບຈ້າງ ຕາມຫ້າງຮ້ານ ຕ່າງໆຫລາຍຂຶ້ນ.

ຍິ່ງໄປກ່ວານັ້ນ, ໃນຄອບຄົວ ຜູ້ທີ່ປົກຄອງມີອາຊີບ ເປັນແຮງງານ ຮັບຈ້າງຢູ່ໃນເຂດ ຕິດຕໍ່ຊາຍແດນ ກັບປະເທດເພື່ອນບ້ານ ແລະ ຄອບຄົວ ທີ່ເປັນຊົນຊາດຊົນເຜົ່າຕ່າງໆ ກໍຍິ່ງມີບັນຫາ. ເຈົ້າໜ້າທີ່ລາວ ອະທິບາຍ ເຖິງສະຖານນະການ ທີ່ເປັນຢູ່ນີ້ ວ່າ:

“ສາເຫດ ການປະລະ ຂອງນັກຮຽນ, ຄົນທີ່ຢູ່ເຂດໃນເມືອງ ສ່ວນຫລາຍ ກໍແມ່ນສະພາບເສຖກິດ ຄອບຄົວ, ຄັນເມື່ອວ່າ ເສຖກິດຄອບຄົວ ຫຍຸ້ງຍາກສັບສົນ, ຂະເຈົ້າ ອອກໄປຫາເຮັດວຽກງານທໍາ. ບັດນີ້ ບັນດາເຂດຊາຍແດນ ສ່ວນຫລາຍ ກະໄປນໍາພໍ່ແມ່ ໄປຫາເຮັດວຽກງານ ຢູ່ຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ. ຄັນຢູ່ເຂດຊົນນະບົດແທ້ໆ, ຈໍານວນນຶ່ງ ຄື ພວກຊົນເຜົ່າ ອອກຈາກໂຮງຮຽນໄປ ກະເພື່ອສ້າງຄອບຄົວ, ໂດຍສະເພາະ ແມ່ນເຂດຊົນເຜົ່າ“

ໃນເຂດທີ່ມີ ເຍົາວະຊົນ ປະລະການຮຽນ ຫລາຍທີ່ສຸດ ແມ່ນແຂວງ ທີ່ມີຊາຍແດນຕິດຕໍ່ກັບ ປະເທດໄທ ແລະ ວຽດນາມ ເປັນຕົ້ນແມ່ນ ແຂວງສວັນນະເຂດ, ຈໍາປາສັກ, ຄໍາມ່ວນ, ສາລະວັນ, ບໍຣິຄໍາໄຊ, ວຽງຈັນ, ບໍ່ແກ້ວ, ໄຊຍະບູຣີ, ຫົວພັນ, ຜົ້ງສາລີ, ອັຕປື, ເຊກອງ ແລະ ນະຄອນຫລວງວຽງຈັນ.

ສເນີ ໂດຍ ຈະເຣີນສຸກ