ກາຣນຳເອົາຣົຖຫລວງ ຫລືຣົຖປະຈຳໜ້າທີ່ ໄປໃຊ້ໃນນາມສ່ວນຕົວໃນວົງກາຣຣັຖ ບາລ ສປປລາວ ຍັງເປັນບັນຫາທີ່ແກ້ໄຂໄດ້ຍາກແລະມີກາຣປະຕິບັຕກັນໂດຽບໍ່ເປັນ ຣະບຽບຊື່ງບາງຄົນນອກຈາກມີຣົຖປະຈຳຕຳແໜ່ງແລ້ວຍັງມີຣົຖສ່ວນຕົວອີກເຖີງ 2-3 ຄັນ.
ອີງຕາມດຳຣັດນາຍົກຣັຖມົນຕຣີເລຂທີ່ 81/ນຍ ລົງວັນທີ່ 7 ພຶສພາ 2001 ຜ່ານ ມາທີ່ມີກາຣກຳໜົດໃຫ້ແຕ່ສະເພາະພະນັກງານໃນຣະດັບກາຣນຳປະເພດ 1 ປະເພດ 2, 3 ແລະປະເພດ 4 ເທົ່ານັ້ນທີ່ຈະມີສິທໄດ້ຮັບຣົຖປະຈຳຕຳແໜ່ງ. ພ້ອມດຽວກັນ ນີ້ເຈົ້າໜ້າທີ່ກ່ຽວຂ້ອງ ຣະດັບສູງ ໃນສູນກາງພັກຜູ້ໜື່ງ ໄດ້ແຈ້ງວ່າ: ຜູ້ມີສິທໄດ້ຮັບຣົຖ ປະຈຳຕຳແໜ່ງປະເພດ 4 ຊື່ງເປັນປະເພດສຸດທ້າຍນັ້ນແມ່ນຂັ້ນຣັຖມົນຕຣີຊ່ວຍວ່າ ກາຣແລະສ່ວນທີ່ຕໍ່າໄປກວ່ານັ້ນແມ່ນບໍ່ມີສິທເລີຽ. ແຕ່ຄວາມເປັນຈີງແລ້ວຜູ້ທີ່ມີຕຳ ແໜ່ງ ຕໍ່າຖັດລົງໄປບາງບ່ອນ ຍັງມີຣົຖປະຈຳຕຳແໜ່ງໃຫ້ໃຊ້ຄືເກົ່າພ້ອມກັບໄດ້ຮັບ ອັຕຣານ້ຳມັນສຳຫລັບແຕ່ລະເດືອນສຳຫລັບຣົຖເກັ໊ງ ຣົຖກະບະ ຣົຖຕູ້ ແລະຣົຖຈີ໊ບ ທັ້ງນ້ຳມັນກາຊວນແລະແອ໊ສຊັງບໍ່ຕໍ່າກວ່າ 100 ລີ໊ຕຂື້ນໄປ.
ເຈົ້າໜ້າທີ່ລາວຜູ້ດຽວນີ້ໄດ້ແຈ້ງເພີ່ມວ່າ: ກົງກັນຂ້າມຜູ້ທີ່ແລ່ນວຽກວິຊາກາຣຕາມ ແຂນງຕ່າງໆ ນັ້ນຊ້ຳພັດ ບໍ່ໄດ້ຮັບຜົລປະໂຍດ ຈາກກາຣໃຊ້ຣົຖ ຂອງທາງກາຣແຕ່ປະ ກາຣໃດເລີຽ ອັນເປັນສາເຫຕ ເຮັດໃຫ້ເກີດມີກາຣຫຍໍ້ທໍ້ ແລະເຮັດໃຫ້ເກີດ ບໍ່ມີຄວາມສາມັຄຄີ ຢູ່ພາຍໃນແຕ່ລະພາຄສ່ວນ ນັ້ນເປັນປະຈຳ.
ຫວາດ ສີມູນ ຣາຍງານ
