
ການສ້າງສູນວັດແທກ ແຜ່ນດິນໃຫວ ໃນແຂວງຫລວງພະບາງ ແລະ ແຂວງ ບໍຣິຄຳໄຊ ຂອງລາວ ຈະລ້າຊ້າໄປແດ ່ນ້ອຍນຶ່ງ ແຕ່ຈະສຳເຣັດແທ້ໆ ພາຍໃນ ເດືອນ ມິນາ ທີ່ຈະມາເຖິງນີ້.
ຕາມທີ່ທ່ານ ສິງທອງ ປະທຸມວະດີ ຫົວໜ້າຜະແນກ ຄຸ້ມຄອງ ຕານ່າງ ປະຈຳກົມອຸຕຸນິຍົມ ວິທະຍາຂອງລາວ ໄດ້ເປີດເຜີຽ:
(ສຽງ) "ຈະເວົ້າວ່າລ້າຊ້າ ກໍລ້າຊ້າໄປແດ່ນ້ອຍນຶ່ງ ເນ່ືອງຈາກວ່າ ການລົງມື ປຸກສ້າງອາຄານ ຝົນເປັນອຸປະສັກ ຄາດວ່າ ຈະເປັນປາຍເດືອນ ມິນາ ຄິດວ່າຄົງທຳງານໄດ້."
ການສ້າງສູນວັດແທກແຜ່ນດິນໃຫວ ໃນເທດສະບານເມືອງ ຫລວງພະບາງ ແລະ ໃນເຂດຫລັກ 20 ແຂວງບໍຣິຄຳໄຊ ແມ່ນ ດ້ວຍເງິນຊ່ວຍເຫລືອລ້າ ຂອງຈີນ ປະມານ 3 ແສນ ໂດລາສະຫະຣັຖ.
ໃນເບື້ອງຕົ້ນນັ້ນ ກໍແມ່ນສ້າງອາຄານ ທີ່ໄຊ້ເປັນສູນ ວັດແທກ ແຜ່ນດິນໃຫວ. ໃນເດືອນມິນາ ກໍຈະຕິດຕັ້ງລະບົບວັດແທກ ແລະ ລະບົບຄອມປີວເຕີ້ ທີ່ທັນສະໃໝ ໃສ່ໃນສູນທັງສອງແຫ່ງນີ້. ຈາກນັ້ນ ນັກຊ່ຽວຊານຂອງຈີນ ກໍຈະມາຝຶກ ອົບຣົມ ການໄຊ້ອຸປະກອນ ແລະວິຊາການ ວັດແທກແຜ່ນດິນໃຫວ ແລະການຄຸ້ມຄອງ ສູນໃຫ້ແກ່ພະນັກງານ ລາວ.
ນອກນັ້ນ ທ່ານວ່າ ທາງການລາວ ໄດ້ສະເໜີຂໍຄວາມຊ່ວຍເຫລືອ ຈາກຈີນ ໃຫ້ສ້າງສູນ ວັດແທກແຜ່ນດິນໃຫວ ໃນ ແຂວງທີ່ເກີດ ມີແຜ່ນດິນໃຫວເລື້ອຍໆ ເຊັ່ນວ່າ ແຂວງບໍ່ແກ້ວ ແລະແຂວງຫລວງນໍ້າທາ, ແລະຕໍ່ໄປທາງການລາວ ກໍມີແຜນຈະ ຂະຫຍາຍ ສູນວັດແທກຕື່ມອີກ ໃນແຂວງພາກໄຕ້ຂອງລາວ ເພື່ອໃຫ້ລາວ ມີສູນວິໃຈແຜ່ນດິນໃຫວ ທີ່ສາມາດເຊື່ອມຕໍ່ ຂໍ້ມູນເຂົ້າກັບສູນຂອງປະເທດ ເພື່ອບ້ານໄດ້.
ສົມເນ ຣາຍງານ
