ເກີດມີປາກົດການບາງສາສນາ ມີການເຂື່ອນໃຫວບໍ່ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ-ຣັດໃນ ສປປລາວ

ກະແສຂ່າວທ້ອງຖີ່ນ ຣາຍງານວ່າ ທ່ານ ຕົງເຍີທໍ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຮັບຜິດຊອບວຽກງານຊົນເຜົ່າ ຊີ້ແຈງຕໍ່ຊື່ມວນຊົນເມື່ອໄວມານີ້ວ່າ ປັດຈຸບັນມີປາກົດການບາງສາສນາ ເຂື່ອນໃຫວບໍ່ສອດຄ່ອງກັບຫລັກການສາສນາ ຄືຣັຖທໍາມະນູນລາວຣະບຸວ່າ ພົນລິເມືອງລາວມີສິດ ຖືສາສນາແລະບໍ່ຖືສານາ ແຕ່ກົງກັນຂ້າມ-ມີບາງສາສນາ ຜັດໄປເຂື່ອນໃຫວ-ບັງຄັບຫລືດໍາເນີນການໂຄສະນາ ຊື້ຈ້າງຈອບອອຍດ້ວຍວັດຖຸເງິນຄໍາ ເພື່ອໃຫ້ປະຊາຊົນຜູ້ຮູ້ເທົ່າບໍ່ເຖີງການ ເຂົ້າມາຮ່ວມສາສນາຂອງຕົນ ແລະເມື່ອເຂົ້າຮ່ວມແລ້ວ ຊໍ້າພັດຫ້າມບໍ່ໃຫ້ອອກຈາກສາສນານັ້ນ ໂດຍພວກເຂົ້າອ້າງວ່າ ຖ້າຜູ້ໃດອອກກໍຈະຕາຍ ຈະຖືກພະຜູ້ເປັນເຈົ້າລົງໂທດຕ່າງໆນາໆ.

ທ່ານ ຕົງເຍີທໍເວົ້າວ່າ ບັນຫາດັ່ງກ່າວມີຂະບວນແຜ່ຫລາຍ ໂດຍສະເພາະຢູ່ເຂດພູດອຍ ບ່ອນຫ່າງໃກ-ສອກຫລີ ບ່ອນທີ່ມີຊົນເຜົ່າຜູ້ທຸກຍາກ ອາໃສຢູ່ ຄືພາກເໜືອກໍຢູ່ແຂວງຜົ້ງສາລີ ອຸດົມໄຊ ຫລວງນໍ້າທາ; ພາກກາງ ມີຢູ່ແຂວງວຽງຈັນ ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ແລະພາຫໄຕ້ ມີຢູ່ແຂວງສາຣະວັນ ເຊກອງແລະອັດຕະປື.

ທ່ານວ່າ ພວກເຂົາເຈົ້າໂຄສະນາວ່າ ເມື່ອເຂົ້າສາສນາຂອງເຂົາເຈົ້າແລ້ວ ຜູ້ທຸກຍາກຈະກາຍເປັນຜູ້ຮັ່ງມີ ພ້ອມກັນນັ້ນ ພວກເຂົາກໍຍັງເອົາເງິນຄໍາຈ້າງ ອີກດ້ວຍ. ທ່ານເວົ້າວ່າ ນອກນັ້ນ-ຍັງໂຄສະນາທັບຖົມສາສນາອື່ນໆ ອັນສ້າງຄວາມສັບສົນ-ວູ້ນວາຍ ເຕົ້າໂຮມກັນເປັນຣກຸ່ມກ້ອນ ແບ່ງແຍກຄວາມສາມັກຄີຂອງປະຊາຊົນລາວ ທີ່ເຄີຍມີ ອີກດ້ວຍ.

ນັ້ນກໍເປັນຄໍາກ່າວຂອງທ່ານຕົງເຍີທໍ ຮອງປະທານສູນກາງແນວລາວສ້າງຊາດ ຊຶ່ງປາກົດວ່າບໍ່ທັນເຫັນຂໍ້ມູນລະອຽດ ຢືນຢັນເຖີງການເຂື່ອນໃຫວຂອງສາສນາ ທີ່ວ່ານັ້ນເທື່ອ ແລະທ່ານຕົງເຍີທໍ ກໍບໍ່ໄດ້ເອີ່ຍເຖີງຢ່າງຈົງແຈ້ງວ່າ ແມ່ນສາສນາໃດກັນແທ້.

ຢູ່ລາວ ມີ4ສາສນາໃຫຍ່ ຄື ສາສນາພຸດ ຄຣິສຈຽນ ອິສລາມແລະບາຮາຍ ແລະພົນລະເມືອງລາວ75ເປີເຊັນ ຖືສາສນາພຸດ -ຕາມໃຂໍ້ມູນການສໍາຣວດ ປີ2004.

ມະນີຈັນ ຣາຍງານ