ກາຣຂຍາຍປັບປຸງ ເສັ້ນທາງໝາຍເລຂ R3a ທາງພາຄເໜືອ ຂອງລາວເກືອບຈະສຳເລັດ
2008.01.30
ກາຣຂຍາຍ ປັບປຸງເສັ້ນທາງ ໝາຍເລຂ R3a ທາງພາຄເໜືອ ຂອງລາວ ເກືອບຈະ ແລ້ວສຳເຣັຈ ພ້ອມມີກຳໜົດເປີດໃຊ້ ຢ່າງເປັນທາງກາຣ ພາຍໃນເດືອນມີນາ-ເມສານີ້.
ເຈົ້າໜ້າທີ່ ທັງຝ່າຍ ລາວ, ໄທຽ ແລະ ສປຈີນ ພວມມີ ກາຣພິຈາຣະນາ ເພື່ອຈະຕຣຽມ ກາຣຈັດພິທີ ເປີດໃຊ້ ເສັ້ນທາງ R3a ດັ່ງກ່າວ ພາຍໃນ ເດືອນ ມີນາ-ເມສາ ນີ້.
ໜັງສືພີມຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 29 ມົກຣາ ນີ້ແຈ້ງວ່າ: ກາຣປັບປຸງ ແລະສ້າງທາງຫລວງເສັ້ນ R3a ຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຽຜ່ານແຂວງ ຫລວງນ້ຳທາ ໄປຫາຊາຍແດນຈີນ ເກືອບແລ້ວສຳເຣັຈ ເປັນທີ່ຮຽບຮ້ອຍ ແຕ່ກໍມີກຳໜົດ ທີ່ຈະສົ່ງ ມອບໃຫ້ທາງກາຣ ສປປລາວ ແລະ ເປີດໃຊ້ຢ່າງເປັນທາງກາຣ ໃນຣະຫວ່າງ ເດືອນມີນາ-ເມສາ ທີ່ຈະມາເຖີງນີ້.
ເຈົ້າໜ້າທີ່ຈາກບໍຣິສັທຮ່ວມທຶນ ຣະຫວ່າງ ຫ້າງຫຸ້ນສ່ວນຈຳກັດ ຂອງໄທຽ ແລະ ບໍຣິສັທ ນ້ຳທາກ ກໍ່ສ້າງທີ່ເປັນຜູ້ຮັບເໝົາ ສ້າງເສັ້ນທາງສາຍ R3a ແຕ່ຣະຍະຈາກເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວ-ວຽງພູຄາ ທີ່ຕົກເປັນມູລຄ່າ ທັງໝົດປະມານ 33 ລ້ານ ດອລລາຣ໌ ສະຫະຣັຖນັ້ນ ໃຫ້ກາຣຢືນຢັນວ່າ ຈະໃຫ້ສ້າງແລ້ວເສຣັຈ ໃນທ້າຍເດືອນ ກຸມພາ 2008 ນີ້ຢ່າງແນ່ນອນ ແລະ ຣະຍະໃນເຂຕອື່ນໆນັ້ນ ກໍມີກາຣສ້າງ ຮຽບຮ້ອຍໄປແລ້ວເຊັ່ນກັນ ໂດຽມີຄວາມຍາວ ທັງໝົດ 250 ກິໂລແມ໊ຕ ແຕ່ແຄມແມ່ນ້ຳຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປຍັງດ່ານຊາຍແດນ ບໍ່ເຕັນ ແຂວງຫລວງນ້ຳທາ ທີ່ຕິດກັບຊາຍແດນຈີນ ທີ່ເມືອງ Mohan ມົນທົນຢູນນັນ ທີ່ໄດ້ເຣີ່ມສ້າງແຕ່ປີ 1995 ເປັນຕົ້ນມາ ພາຍໃຕ້ ໂຄງກາຣ “ສີ່ຫລ່ຽມເສຖກິຈ”.
ເຖີງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ທັງລາວ-ໄທຽ-ສປຈີນ ພວມມີກາຣພິຈາຣະນາ ເພື່ອຈະຕຣຽມກາຣ ຈັດພິທີ ເປີດໃຊ້ເສັ້ນທາງດັ່ງກ່າວ ພາຍໃນເດືອນ ມີນາ-ເມສານີ້ ແລະ ຫລັງຈາກນັ້ນ ກໍວ່າທາງບໍຣິສັທ ກ່ຽວຂ້ອງຕ່າງໆ ຍັງມີໂຄງກາຣ ເພື່ອປະມູລກາຣ ປັບປຸງເສັ້ນທາງ ຈາກເມືອງຫລວງພຣະບາງ ລົງໄປຍັງເມືອງແກ່ນທ້າວ ແຂວງໄຊຍະບຸຣີ ທີ່ຕິດກັບແຂວງເລີຽ ຂອງໄທຽ ທີ່ມີຄວາມຍາວ ທັງໝົດບໍ່ຕໍ່າກວ່າ 300 ກິໂລແມ໊ຕນັ້ນ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທາງກາຣໄທຍ ໃນແຕ່ລະແຂວງ ທີ່ມີຊາຍແດນຕິດກັບ ສປປລາວ ເຂັ້ມງວດ ດ້ານກາຣປ້ອງກັນ ໂຣຄໄຂ້ຫວັດນົກ
- ເຈົ້າໜ້າທີ່ກົມພາສີ ຂອງລາວ ຈະໄຊ້ເຄື່ອງ ສະແກນ ເພື່ອກວດຕູ້ ຄອນແຕນເນີ້ ສິນຄ້າຂະນາດໃຫ່ຽ
- ແຂວງຊຽງຂວາງ ມີນະໂຍບາຍ ດຶງດູດ ນັກລົງທຶນ ຂແນງລ້ຽງສັດ ໂດຍບໍ່ເກັບ ພາສີອາກອນ ເພື່ອກະຈາຍຣາຍໄດ້ ໃຫ້ປະຊາຊົນ ຢ່າງທົ່ວເຖິງກັນ
- ນັກລົງທຶນ ພວມພິຈາຣະນາ ເຖິງຄວາມເປັນໄປໄດ້ ໃນການປູກ ໝາກ ບລູເບີຣີ ໃນລາວ
- ເຍົາວະຊົນລາວ ໃນປັດຈຸບັນ ບໍ່ຄ່ອຍສົນໃຈ ໃນເຣື້ອງ ສາສນາ ເໝືອນກັນກັບ ເຍົາວະຊົນ ໃນເມື່ອກ່ອນ
- ອຸປະທູດ Sweden ສແດງຄວາມເສັຽໃຈ ທີ່ຣັຖບານ Sweden ປິດສຖານທູດ ທີ່ ສປປລາວ
- ທາງການລາວ ກຳລັງລໍຖ້າ ການຢືນຢັນ ຄວາມຊ່ວຍເຫລືອ ຈາກສະຫະພັນ ກິລາຄົນພິການ ແຫ່ງອາຊຽນ
- ທາງການລາວ ສືບຕໍ່ຮ່ວມມື ກັບວຽດນາມ ກ່ຽວກັບ ການກວດກາ ອົງການແຫ່ງຣັຖ ໃຫ້ເລິກເຊີ້ງ ຂື້ນກ່ວາເກົ່າ
- ຕຳຣວຈ ນະຄອນຫລວງວຽງຈັນ ຈັບຜູ້ຕ້ອງຫາ ໃຊ້ກາຈ້ຳປອມ 2 ຄົນ ພ້ອມດ້ວຍ ກາຈ້ຳປອມ 100 ກວ່າອັນ ຮວມທັງ ຂອງທາງກາຣ ຣະດັບສູງ
- ທາງກາຣປະເທດນໍຣ໌ເວຍ໌ ຊອກຫາ ຊ່ອງທາງອື່ນ ເພື່ອສືບຕໍ່ ໃຫ້ກາຣບໍຣິກາຣ ຫລັງຈາກ ທີ່ສະຖານທູຕ “ສວີເດນ” ຖືກປິດລົງ ໃນ ເດືອນສີງຫາ ນີ້ເປັນຕົ້ນໄປ