ເຄືອຂ່າຍ ແມ່ນໍ້າ ໃນເອເຊັຍ ຢາກຮູ້ ຂໍ້ມູນການສຶກສາ ຜົນກະທົບ ຕໍ່ສິ່ງແວດລ້ອມ ໃນການສ້າງເຂື່ອນ ດອນສະຫົງ


2008.03.25

ອົງການເຄືອຂ່າຍ ປະຊາຊົນອະນຸຮັກແມ່ນໍ້າຂອງ ຈະສົ່ງຈົດໝາຍເຖິງ ຜູ້ອໍານວຍການ ສໍານັກງານ ເລຂາທິການ ຄະນະກັມມາທິການ ແມ່ນໍ້າຂອງ ຄົນໃໝ່ ເພື່ອຂໍໃຫ້ເປີດເຜີຍ ຂໍ້ມູນ ການສຶກສາ ແລະ ວິໃຈ ຜົນກະທົບ ດ້ານສິ່ງແວດລ້ອມ ໃນການກໍ່ສ້າງເຂື່ອນດອນສະຫົງ, ແຂວງຈໍາປາສັກ, ອີງຕາມການເປີດເຜີຍ ຂອງຍານາງ ເພັຍພອນ ດີເທດ, ເຈົ້າໜ້າທີ່ ອົງການເຄືອຂ່າຍ ແມ່ນໍ້າເອເຊັຍຕາເວັນອອກສຽງໃຕ້ ໃນມື້ວັນທີ 24 ມີນານີ້.

ອົງການເຄືອຂ່າຍ ປະຊາຊົນອະນຸຮັກ ແມ່ນໍ້າຂອງ ປະກອບດ້ວຍ ອົງການເຄືອຂ່າຍ ແມ່ນໍ້າເອເຊັຍຕາເວັນອອກສຽງໃຕ້, ໂຄງການຟື້ນຟູ ນິເວດ ພູມີພາກ ອິນໂດຈີນ ແລະ ພະມ້າ, ກຸ່ມຮັກຊຽງຂອງ ແລະ ເຄືອຂ່າຍຊາວບ້ານ ເຂື່ອນປາກມູນ.

ໃນລະຍະຜ່ານມາ, ເຖິງແມ່ນວ່າ ອົງການທີ່ບໍ່ຂຶ້ນກັບຣັຖບານ ຫລາຍອົງການ ໄດ້ສະແດງຄວາມເປັນຫ່ວງ ວ່າ ການດໍາເນີນໂຄງການກໍ່ສ້າງເຂື່ອນດັ່ງກ່າວ ຈະເປັນການທໍາລາຍ ຣະບົບນິເວດ ໃນແມ່ນໍ້າຂອງ ຢ່າງຮຸນແຮງ ຈົນອາດສົ່ງຜົນກະທົບ ຕໍ່ຊຸມຊົນ ທີ່ອາສັຍຣະບົບນິເວດ ແມ່ນໍ້າຂອງ ຢ່າງຫລາຍກໍຕາມ, ແຕ່ສປປລາວ ກໍບໍ່ໄດ້ເປີດເຜີຍ ຂໍ້ມູນ ກ່ຽວກັບ ໂຄງການກໍ່ສ້າງ ເຂື່ອນດັ່ງກ່າວ ໃຫ້ປະຊາຊົນ ຮັບຮູ້ນໍາ.

ຍານາງ ເພັຍພອນ ກ່າວຕໍ່ໄປ ອີກວ່າ: ບໍຣິເວນ ທີ່ຈະກໍ່ສ້າງນັ້ນ ຢູ່ໃນບໍຣິເວນ ທີ່ເອີ້ນວ່າ ຮູສະຫົງ ໃກ້ກັບນໍ້າຕົກ ຄອນພະເພງ. ປັດຈຸບັນ ຮູສະຫົງ ເປັນຊ່ອງທາງ ທີ່ນໍ້າໄຫລຜ່ານ ແລະ ມີຄວາມສໍາຄັນ ຕໍ່ການອົພຍົບ ຂອງປາ ໃນແມ່ນໍ້າຂອງ ຢ່າງຫລວງຫລາຍ.

ອີກຢ່າງນຶ່ງ, ໂຄງການດັ່ງກ່າວ ເປັນໂຄງການໃນແມ່ນໍ້າຂອງ ເພື່ອຜລິດກະແສໄຟຟ້າ, ຊຶ່ງເມື່ອວັນທີ 13 ເດືອນກຸມພາ ຜ່ານມາ, ສປປລາວ ໄດ້ລົງນາມ ສັນຍາພັທນາ ໂຄງການ ກັບບໍຣິສັດ ເມກາ ເຟີດສທ໌ ຄໍປໍເຣເຊິນ ຈໍາກັດ ຂອງມະເລເຊັຍ ເພື່ອໃຫ້ບໍຣິສັດ ດັ່ງກ່າວ ເປັນຜູ້ເຈຣະຈາ ຄ່າໄຟຟ້າ ກັບຜູ້ຊື້, ຈັດຫາແລ່ງເງິນ ໃນການດໍາເນີນໂຄງການ ແລະ ກຽມຄວາມພ້ອມ ທຸກດ້ານ.

ສເນີ ໂດຍ ຈະເຣີນສຸກ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.