ເຈົ້າໜ້າທີ່ຂອງໄທ ເປີດເຜີຽວ່າ ໃນເຂດເມືອງຊຽງຂອງ ຂອງໄທ ຍັງມີການລັກລອບ ຂົນສົ່ງໄມ້ເຖື່ອນ ຂ້າມຂອງ ມາແຕ່ຝັ່ງລາວຢູ່ເລື້ອຍໆ ເຖິງແມ່ນວ່າ ມີການເອົາມາຕະການ ດ້ວຍລະບຽບກົດໝາຍ ປານໃດກໍຕາມ.
ດັ່ງເຈົ້າໜ້າທີ່ຣັກສາຄວາມເປັນ ລະບຽບຮຽບຮ້ອຍ ຕາມແມ່ນ້ຳຂອງ ແຂວງຊຽງຮາຍ ໄດ້ກ່າວວ່າ:
(ສຽງ) "ຕາມສະຖິຕິ ການຈັບກຸມ ໃນລະຍະຜ່ານມາ ໄມ້ນີ້ສ່ວນມາກ ກໍຈະຖືກລັກຂົນສົ່ງ ຂ້າມມາ ໃນຍາມລະດູນ້ຳມາກ ຄືວ່າຜູ້ລັກລອບ ຈະລ່ອງໄມ້ມາຕາມແມ່ນ້ຳ ເປັນໄມ້ຖ່ອນ, ສ່ວນໄມ້ທີ່ແປຮູບແລ້ວ ນານນ່ານຈຶ່ງມີ."
ສະຖິຕິໃນການຈັບກຸມ ໄມ້ເຖື່ອນ ທີ່ລັກຂົນສົ່ງມາຈາກລາວ ນັ້ນທ່ານວ່າມີຫລາຍ ເຊັ່ນ ໃນເດືອນມົກະຣາ ຜ່ານມານີ້ ກໍສາມາດຈັບໄມ້ເຖື່ອນ ຈາກລາວໄດ້ຈຳນວນນຶ່ງ,
(ສຽງ) "ຫລັງຈາກສືບສວນແລ້ວ ເຂົ່າກໍບອກວ່າ ມັນມີຂະບວນການຄ້າ ໄມ້ເຖື່ອນຢ່າງຫລວງຫລາຍ ເຂົາບອກວ່າ ມີກຸ່ມພໍ່ຄ້າ ແຕ່ບໍ່ແນ່ໃຈວ່າ ເປັນພໍ່ຄ້າລາຍໃຫ່ຽ ຂະນາດໃດ ເຂົາອາດຂ້າມຝັ່ງ ໄປຕິດຕໍ່ຊື້ໄມ້, ຣອດຍາມຝົນແລ້ວ ເຂົາກໍລ່ອງໄມ້ລົງມາ ໂດຍຈັດເປັນແພຜູກໄມ້ຕິດຕໍ່ກັນີ."
ທ່ານວ່າ ບັນຫານີ້ຍັງຈະມີຢູ່ຢ່າງຕໍ່ເນື່ອງ ເພາະວ່າພໍ່ຄ້າໄມ້ ໃນປະເທດໄທ ຕ້ອງການໄມ້ຫລາຍ ເຂົາໃຫ້ຣາຄາສູງ ເພາະບໍ່ຕ້ອງເສັຽພາສີ.
ສົມເນ ຣາຍງານ
