ການລັກລອບຂົນສົ່ງແລະຊື້ຂາຍກ້ວຍໄມ້ປ່າ ຍັງມີຢ່າງແຜ່ຫລາຍໂດຍສະເພາະຈາກປະເທດລາວ ຊຶ່ງສ່ວນນຶ່ງກໍຍ້ອນ ກົດໝາຍໃນລາວແລະໄທ ບໍ່ຮ້າຍແຮງຄືກັນກັບຢູ່ຕ່າງປະເທດ. ເມື່ອຖືກຈັບ ທີ່ຝັ່ງໃທ ກໍສົ່ງຟ້ອງສານ ໃນວັນດຽວ-ຕ້ອງໂທດປັບໃໝຣະຫວ່າງ 2ພັນຫາ5ພັນບາດ ພ້ອມທັງຍຶດຂອງກາງໄວ້ເທົ່ານັ້ນ ອັນເຮັດໃຫ້ພວກຄ້າກ້ວຍໄມ້ປ່າ ບໍ່ຢ້ານກົດໝາຍ. ແລະຫລັງຈາກນັ້ນ ກໍກັບມາລັກລອບຄ້າອີກ. ເຈົ້າໜ້າທີ່ກະຊວງກະສິກໍາແລະປ່າໄມ້ ໃນນະຄອນຫລວງວຽງຈັນ ກ່າວວ່າ:
(ສຽງ)" ກ້ວຍໄມ້ປ່າ ທໍາມະດາກໍບໍ່ມີໂຄວຕາແລ້ວ ແຕ່ວ່າຍັງມີອອກຢູ່ໃນຖານະ ຂ້າມຊາຍແດນ ມັນບໍ່ອອກຕາມCHECK POINT ມາອອກຕາມບ້ານຕໍ່ບ້ານ ອອກຕາມທາງຍ່າງ ອອກທາງຊ່ອງເມັກ ອອກມັນລັກສະນະເປັນຮູບພາບ SOUVENIR ອອກເປັນຂອງເລັກໆນ້ອຍໆ."
ກ້ວຍໄມ້ປ່າ ເລີ່ມຫາຍາກຢູ່ໄທ ອັນເຮັດໃຫ້ກຸ່ມຜູ້ຄ້າ ໃຫ້ຄວາມສົນໃຈກ້ວຍໄມ້ໃນປະເທດເພື່ອນບ້ານ ເຊັ່ນລາວ ວຽດນາມແລະກໍາພູຊາ ຊຶ່ງຍັງມີກ້ວຍໄມ້ປ່າພັນແປກໆຢູ່ ຈໍານວນຫລວງຫລາຍ.
ຈາກການສຶກສາຂອງກອງທຶນສັດປ່າໂລກ WWF ປະເທດໄທ ພົບວ່າກ້ວຍໄມ້ປ່າຂອງໄທ ທີ່ກະຈາຍຢູ່ໃນປ່າເຂດຮ້ອນນັ້ນມີ ທັງໝົດ180ສະກູນ ມີ1165 ຊະນິດ. ແຕ່ກ້ວຍໄມ້ປ່າທີ່ຂາຍກັນ ສ່ວນໃຫຍ່ຈະຖືກນໍາເຂົ້າຈາກ ປະເທດລາວແລະພະມ່າ ໂດຍມີແຫລ່ງຊື້ຂາຍກັນ ຢູ່ສາມແຫ່ງທີ່ສໍາຄັນ ຄື ດ່ານແມ່ສອດຊາຍແດນແຂວງຕາກ ກົງກັນຂ້າມກັບພະມ່າ, ດ່ານຊ່ອງເມັກ ແຂວງອຸບົນຣາຊທານີ ກົງກັນຂ້າມກັບແຂວງຈໍາປາສັກ ພາກໄຕ້ຂອງລາວ ແລະດ່ານ ສັງຄະລະບູຣີ ກົງກັນຂ້າມກັບພະມ່າ ໂດຍຈະນໍາມາວາງຂາຍໃຫ້ນັກທ່ອງທ່ຽວ ຕາມຕະລາດຊາຍແດນ ແລະຍັງມີການລັກລອບນໍາເຂົ້າມາສົ່ງ ໂດຍກົງໃຫ້ພໍ່ຄ້າໃຫຍ່ທີ່ ຕະລາດນັດສວນຈັດຕຸຈັກ ນໍາອີກ.
ນອກຈາກກຸ່ມຄ້າກ້ວຍໄມ້ປ່າ ຊຶ່ງມີຕະລາດຫລັກຢູ່ທີ່ສວນຈັດຕຸຈັກ ໃນໃຈກາງເມືອງບາງກອກແລ້ວ ຍັງມີກຸ່ມຜູ້ປະກອບການເພາະປູກກ້ວຍໄມ້ ທີ່ໃຫ້ຄວາມສົນໃຈກ້ວຍໄມ້ປ່າ ເພື່ອນໍາມາເພາະປູກເນື້ອເຍື່ອເພື່ອໃຫ້ໄດ້ກ້ວຍໄມ້ ລູກປະສົມພັນໃໝ່ ນໍາອີກ.
ມະນີຈັນ ຣາຍງານ