ຕໍາຣວດ ແຂວງນະຄອນພະນົມ ຂອງໃທ ຈັບກຸ່ມແກ້ງ ຂີ້ລັກຣົດຈັກ ສົ່ງຂ້າມຝາກຂາຍ ຣາຍໃໝ່.


2008.01.01

ກະແສຂ່າວ ທ້ອງຖີ່ນຣາຍງານວ່າ ເມື່ອທ້າຍສັບປະດາ ຜ່ານມາ ຕໍາຣວດແຂວງ ນະຄອນພະນົມ ໄດ້ຈັບກຸມໜຸ່ມ ຊາວໃທ 3 ຄົນ ທັງໝົດອາຍຸ 24 ປີ ອາໃສຢູ່ໃນເຂດ ເທດສະບານ ເມືອງນະຄອນພະນົມ ແກ້ງຂີ້ລັກຣົດຈັກ ສົ່ງຂ້າມຝາກ ໄປປະເທດລາວ ພ້ອມຂອງກາງ ເປັນຣົດຈັກ ຍີ່ຫໍ້ Honda Wave ຈໍານວນ 4 ຄັນ ແລະອະໄລ່ຣົດຈັກອີກ ຫລາຍລາຍການ.

ການຈັບໃນຄັ້ງນີ້ ມີຂຶ້ນຂະນະທີ່ໂຈຣະກໍາຣົດຈັກ ຂອງຊາວບ້ານ ທີ່ຈອດໄວ້ ຕາມສະສະຖານ ທີ່ຈອດຣົດ ໃນເຂດເມືອງ ນະຄອນພະນົມ ຫລັງຈາກ ຊາວບ້ານໄດ້ເຂົ້າແຈ້ງຄວາມ ຮ້ອງທຸກເລື່ອງຣົດຈັກເສັຽ ໃນເຂດເທດສະບານ ຫລາຍຄັນ.

ຜູ້ຕ້ອງຫາທັງສາມ ຮັບສາຣະພາບວ່າ ໄດ້ຮ່ວມກັນລັກຣົດຂອງຊາວບ້ານ ທີ່ຈອດໄວ້ຕາມທີ່ຈອດຣົດຕ່າງໆ ໂດຍຈະລັກ ຄັນທີ່ເຈົ້າຂອງ ລືມກະແຈສຽບປະຖີ້ມໄວ້ຄາຣົດ ຫລືລືມລັອກຄໍ ຈາກນັ້ນກໍຈະຂີ່ ໄປຂາຍໃຫ້ກັບຊາວໃທ ຊື່ທ້າວ ສາຍຊົນ ທອງອ່ອນ ອາຍ ຸ30 ປີ ຊາວເມືອງນະຄອນພະນົມ ຄັນລະ 2 ພັນ ຫາ 5 ພັນບາດ ຕາມສະພາບຂອງຣົດ ເພື່ອນໍາລົງເຮືອ ຂ້າມຝັ່ງໄປຂາຍທີ່ປະເທດລາວ ໃນຣາຄາຄັນລະ 10 ພັນ ຫາ 15 ພັນບາດ ແລະທີ່ຜ່ານມາ ໄດ້ຂີ້ລັກໄປຂາຍແລ້ວ 14 ຄັນ.

ສໍາລັບທ້າວສາຍຊົນ ໄດ້ລົບໜີຂ້າມໄປທາງຝັ່ງປະເທດລາວ ພາຍຫລັງຮູ້ວ່າ ຕໍ່າຣວດຈະມາຈັບກຸມ. ທາງຕໍາຣວດ ແຂວງນະຄອນພະນົມ ຈະສືບສວນສອບສວນຕໍ່ໄປ ເພື່ອຕິດຕາມນໍາຕົວ ຜູ້ຮ່ວມຂະບວນການ ມາດໍາເນີນຄະດີ ຕາມກົດໝາຍບ້ານເມືອງ.

ເຈົ້າໜ້າທີ່ຕໍາຣວດ ທ່ານນຶ່ງ ເຜີຍວ່າ ແກ້ງຂີ້ລັກຣົດຈັກ ມີຫລາຍສິບແກ້ງ ກະຈາຍ ຢູ່ຕາມ ພື້ນທີ່ຊາຍແດນລາວ-ໃທ ໂດຍສ່ວນໃຫຍ່ ຈະເປັນແກ້ງວັຍລຸ້ນຊາວໃທ ແຕ່ບາງແກ້ງ ກໍມີຊາວລາວຮ່ວມນໍາດ້ວຍ. ນອກຈາກນີ້ ກໍຍັງມີແກ້ງລັກຣົດຍົນ ອີກຫລາຍແກ້ງ ເຂື່ອນໃຫວຕາມແຂວງ ຊາຍແດນລາວ-ໃທ ໂດຍມັກມີ ຜູ້ຊົງອິດທິພົນ ຢູ່ເບື້ອງຫລັງ ແລະດໍາເນີນການ ຢ່າງເປັນມືອາຊີບ ຊຶ່ງຍາກທີ່ຈະຈັບກຸມໄດ້.

ແຕ່ເຖີງຢ່າງໃດ ທາງຕໍາຣວດໃທ ກໍໄດ້ບຸກທໍາລາຍ ແລະຈັບກຸມແກ້ງເຫລົ່ານີ້ໄດ້ ເຊັ່ນກັນ-ເທົ່າທີ່ຜ່ານມາ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.