ທາງກາຣໄທຍ ໃນແຕ່ລະແຂວງ ທີ່ມີຊາຍແດນຕິດກັບ ສປປລາວ ເຂັ້ມງວດ ດ້ານກາຣປ້ອງກັນ ໂຣຄໄຂ້ຫວັດນົກ


2008.01.30

ທາງກາຣໄທຽ ໃນແຕ່ລະເຂຕ ທີ່ມີຊາຍແດນ ຕິດຕໍ່ກັບປະເທດລາວ ໄດ້ເພີ່ມມາຕກາຣ ເພື່ອປ້ອງກັນ ໂຣຄໄຂ້ຫວັດນົກ ໂດຽສະເພາະ ຕາມເຂຕແຂວງ ທີ່ເຄີຽມີກາຣຣະບາດ ຂອງເຊື້ອໂຣຄດັ່ງກ່າວ ເຊັ່ນ ແຂວງ ນະຄອນພະນົມ ຊື່ງຢູ່ກົງຂ້າມກັບ ແຂວງຄຳມ່ວນ ຂອງລາວນັ້ນ.

ເຈົ້າໜ້າທີ່ ປະສຸສັຕປະຈຳແຂວງນະຄອນພະນົມ ຜູ້ໜື່ງໄດ້ເປີດເຜີຽວ່າ: ໃນປັຈຈຸບັນ ນີ້ທາງກາຣແຂວງ ເພີ່ມມາຕຕະກາຣ ປ້ອງກັນຢ່າງເຂັ້ມງວດ ຫລັງຈາກ ທີ່ວ່າມີກາຣ ກວດພົບເຫັນ ທີ່ນະຄອນສວັນ ໃນເວລານີ້ ເພາະຢ້ານຈະກັບມາ ແພ່ຣະບາດ ຕາມເຂຕ ພື້ນທີ່ໆເຄີຽເກີດຂື້ນ ໃນເມື່ອກ່ອນ ໃນປີ 2007 ຜ່ານມາ ທີ່ເຮັດໃຫ້ ທາງກາຣກ່ຽວຂ້ອງ ຕ້ອງໄດ້ທຳລາຍ ສັຕປີກໄປ 400,000 ກວ່າໂຕ.

ພ້ອມດຽວກັນນີ້ ທາງເຈົ້າໜ້າທີ່ ກໍມີ ກາຣປະສານງານ ກັບທາງເຈົ້າໜ້າທີ່ ພາສີອາກອນ ແລະພາຄສ່ວນ ກວດຄົນເຂົ້າເມືອງ ຕາມດ່ານຊາຍແດນ ໂດຽສະເພາະ ກໍແມ່ນໄດ້ຫ້າມ ບໍ່ໃຫ້ມີກາຣນຳເຂົ້າ-ສົ່ງອອກ ຫລື ດຳເນີນ ກາຣເຄື່ອນຍ້າຍ ຈຳພວກສັຕປີກ ທຸກປະເພດ ແລະກໍຮວມໄປເຖີງກາຣຄ້າຂາຍ ຕາມຕລາດ ຫລືຈຸດຜ່ອນປົນຕ່າງໆ ແລະຖ້າຈຳເປັນ ທີ່ຈະມີກາຣເຄື່ອນຍ້າຍ ກໍຕ້ອງໄດ້ ອະນຸຍາດ ຫລັງຈາກມີກາຣກວດກາ ຂອງທາງເຈົ້າໜ້າທີ່ເສັຽກ່ອນ.

ເຖີງຢ່າງໃດກໍຕາມ ປາກົດວ່າ ໃນຂະນະນີ້ ມີກາຣແພ່ຣະບາດ ຂອງໂຣຄໄຂ້ຫວັດນົກ ໃນພື້ນທີ່ 3-4 ແຂວງ ທາງພາຄໃນ ຂອງປະເທດໄທຽ ສ່ວນໃນ ສປປລາວ ນັ້ນຍັງບໍ່ປາກົດ ມີຂ່າວກ່ຽວກັບ ກາຣຣະບາດ ຂອງເຊື້ອໂຣຄໄຂ້ຫວັດນົກ ດັ່ງກ່າວນີ້ເທື່ອໃນປັຈຈະບັນນີ້.

ຫວາດ ສີມູນ ຣາຍງານ /i>

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.