ເຈົ້າໜ້າທີ່ອົງການທ່ອງທ່ຽວແຫ່ງຊາດລາວ ເຜີຍວ່າ ການຈັດຣະດັບຊັ້ນຂອງໂຮງແຮມ ບ້ານພັກ ຮ້ານອາຫານແລະສະຖານບໍຣິການຕ່າງໆ ໃນລາວໃນປັດຈຸບັນນີ້ ເປັນການຍຶດຖືຕາມຫລັກການ ປຽບທຽບທີ່ເປັນການສະເພາະ ພາຍໃນປະເທດເທົ່ານັ້ນ ທັງໃນດ້ານການບໍຣິການ ແລະສີ່ງອໍານວຍຄວາມສະດວກຕ່າງໆ. ເພາະສະນັ້ນ ຈຶ່ງເຮັດໃຫ້ໂຮງແຮມ ບ້ານພັກ ຮ້ານອາຫານແລະສະຖານບໍຣິການຕ່າງໆ ໃນລາວບໍ່ໄດ້ມາຕຖານ ທັງໃນດ້ານການບໍຣິການ ແລະສີ່ງອໍານວຍ ຄວາມສະດວກ ຕ່າງໆເມື່ອປຽບທຽບໃສ່ກັບ ປະເທດເພື່ອນບ້ານ ເຊັ່ນໃທ ເປັນຕົ້ນ. ນອກຈາກນັ້ນແລ້ວ ຍັງເຮັດໃຫ້ລາວມີຄວາມຈໍາເປັນ ທີ່ຈະຕ້ອງມີການຈັດຣະດັບຊັ້ນ ຂອງໂຮງແຮມ ບ້ານພັກ ຮ້ານອາຫານແລະສະຖານບໍຣິການຕ່າງໆ ຢ່າງຮີບດ່ວນ ອີກດ້ວຍ.
ທັງນີ້ກໍເປັນເພາະວ່າ ການທີ່ລາວຍັງບໍ່ມີການຈັດຣະດັບຊັ້ນ ດັ່ງກ່າວຕາມຫລັກເກນທີ່ໄດ້ມາຕຖານສາກົນນັ້ນ ເຮັດໃຫ້ສະຖານບໍຣິການຕ່າງໆ ໃນລາວ ສ່ວນໃຫຍ່ສາມາດຕອບສະໜອງໄດ້ ພຽງນັກທ່ອງທ່ຽວທົ່ວໆໄປ ໃນຂະນະທີ່ນັກທ່ອງທ່ຽວຣະດັບສູງແລະຣະດັບກາງ ຈະເດີນທາງເຂົ້າມາທ່ຽວໃນລາວ ໜ້ອຍລົງ. ເຈົ້າໜ້າທີ່ລາວ ກ່າວກ່ຽວເລື່ອງນີ້ຕື່ມວ່າ:
(ສຽງ)" ໃນຫ້ອງນໍ້າຫ້ອງນອນຫລືສີ່ງອໍານວຍຄວາມສະດວກຕ່າງໆ ຈະຕ້ອງໄດ້ມາຕຖານສາກົນ. ພ້ອມດຽວກັນ ຂຸດປະສົງໃນການຈັດກໍແມ່ນເພື່ອຢາກແຍກຣະດັບ ທາງດ້ານສະຖານໂຮງແຮມຕາມມາຖານຂອງ ຜະລິດຕະພັນແລະຕາມ ຣະດັບຂອງການບໍຣິການ ແນໃສ່ຊຸກຍູ້ສົ່ງເສີມຄຸນນິພາບໃຫ້ສູງຂຶ້ນ ພ້ອມທັງສ້າງເງື່ອນໃຂ ອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ໃນຂະແໜງໂຮງແຮມໃຫ້ແຂງແຮງຂຶ້ນ ."
ແລະວ່າ ນະຄອນຫລວງວຽງຈັນ ຈະເປັນເຂດທໍາອິດທີ່ຈະເລີ່ມການຈັດຣະດັບຊັ້ນ ຂອງໂຮງແຮມທີ່ມີຢູ່ທັງໝົດ 97ແຫ່ງ ບ້ານພັກ 185ແຫ່ງແລະຮ້ານອາຫານ 69ແຫ່ງນັ້ນໂດຍໃຫ້ແລ້ວເສັດ ພາຍໃນປີ 2008ນີ້.
ມະນີຈັນ ຣາຍງານ