ຊາວນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບ ຈາກຣາຄາສິນຄ້າແພງ

ປະຊາຊົນ ໃນເຂດເທສບານ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ຫນ່ວຍງານ ທີ່ກ່ຽວຂອ້ງ ຊ່ອຍແກ້ໄຂ ບັນຫາ ຣາຄາອາຫານການກີນແພງ ໃນທ້ອງຕລາດ ໂດຍສະເພາະ ຣາຄາຊີ້ນຫມູ.

ທຸກວັນນີ້ ຣາຄາສີນຄ້າປະເພດ ອຸປະໂພກ ແລະ ບໍຣີໂພກ ກໍ່ຖີບຕົວສູງຂື້ນ ໃນແຕ່ລະມື້ ໂດຍສະເພາະຊີ້ນຫມູ ປະຊາຊົນຜູ້ຫາເຊົ້າກີນຄ່ຳ ຫລື ກຸ່ມຂ້າຣາຊການຣັຖ ກໍ່ປະສົບກັບບັນຫາຄ່າຄອງຊີບພືດເຄືອງ ເພາະເງີນເດືອນນ້ອຍ ບໍ່ກຸ້ມຢູ່ກຸ້ມກີນ ຈື່ງຮຽກຮ້ອງໃຫ້ທາງການກ່ຽວຂ້ອງ ເຂົ້າມາແກ້ໄຂບັນຫາ ຊື່ງແຕ່ກ່ອນ ຣາຄາຊີ້ນຫມູໃນທ້ອງຕລາດນະຄອນຫລວງວຽງຈັນ ກິໂລລະ 2800 ກີບ ວ່າງອາທີດທີ່ຜ່ານມາ ຣາຄາແພງຂື້ນເຖີງ ກິໂລລະ 3200 ກີບ ເຮັດໃຫ້ປະຊາຊົນຈົ່ມທຸກ ເປັນການໃຫຍ່ ດັ່ງແມ່ຄ້າ ນາງນື່ງເວົ້າວ່າ:

”ເດືອດຣອ້ນແຫລະ ແຕ່ວ່າຊີ່ທຳຫຍັງໄດ້ ຖ້າຣາຄາມັນຂື້ນ ເຮົາວ່າ ຣາຄາຫມູມັນແພງ ກໍ່ຢາກໃຫ້ມັນລົງຢູ່ ແຕ່ວ່າ ຈະເຮັດຢ່າງໃດ”

ໃນຂນະດຽວກັນ ເຈົ້າຫນ້າທີ່ຕລາດທາດຫລວງ ກໍ່ເວົ້າວ່າ ກ່ຽວກັບ ຊີ້ນຫມູຂື້ນຣາຄານັ້ນ ກໍ່ສ້າງບັນຫາໃຫ້ແກ່ກຸ່ມບໍຣີໂພກ ແລະ ພໍ່ຄ້າແມ່ຄ້າ ຕາມທ້ອງຕລາດ ຢ່າງຫລວງຫລາຍ ສາເຫດທີ່ເຮັດໃຫ້ຊີ້ນຫມູຂື້ນຣາຄາ ພວກເຮົາກຳລັງທຳການສືບສວນຢູ່ ໃນເວລານີ້. ແຕ່ກໍ່ຍັງບໍ່ສາມາດ ຄວບຄຸມຣາຄາໄດ້ເທືອ່ ອາດເປັນເພາະວ່າ ສີນຄ້າປະເພດນີ້ ຂາດຕລາດ ຫລືວ່າ ວັດຖຸດີບ ທີ່ໃຊ້ໃນການລ້ຽງຫມູນັ້ນ ຂື້ນຣາຄາ ເຈົ້າຫນ້າທີ່ໆ ຕລາດທາດຫລວງ ກ່າວກ່ຽວກັບ ການຂື້ນຣາຄາວ່າ:

“ກໍ່ພວກກະສີກຳ ພວກອີ່ຫຍັງ ເຂົາກໍ່ຕິດຕາມຢູ່ ຕິດຕາມຣາຄາສີຄ້າ”

ເຖີງຢ່າງໃດກໍ່ຕາມ ບັນຫາສີນຄ້າຂື້ນລົງ ໃນລາວ ສາເຫດ ສ່ວນໃຫຍ່ ກໍ່ເປັນເພາະວ່າ ການຂື້ນລົງຂອງຣາຄາສີນຄ້າ ຈາກປະເທດເພື່ອນບ້ານ ເພາະ ສີນຄ້າໃນລາວ ສ່ວນຫລາຍ ແມ່ນນຳເຂົ້າມາຈາກປະເທດເພື່ອນບ້ານ ດັ່ງປະເທດໄທ ແລະ ວຽດນາມ ຫລື ຈີນ ສຳລັບ ຊີ້ນຫມູນັ້ນ ອາດຈະແມ່ນເຫດຜົລ ທີ່ຊີ້ນຫມູແພງ ທີ່ປະເທດໄທ ໃນຣະຍະນີ້ ເພາະວຸດຖຸດີບທີ່ເອົາມາລ້ຽງຫມູ່ ໃນລາວແມ່ນນຳເຂົ້າ ຈາກປະເທດໄທ. ສຳລັບອາຫານປະເພດອື່ນ ແມ່ນມາຈາກຣາຄານ້ຳມັນແພງ ໃນຣະຍະນີ້.

ສເນີ ໂດຍ ຊິດນີ