ກັມມະກອນ ຕ່າງຊາດ ທະວີ ແຜ່ໂຣຄຮ້າຍ ໃນ ລາວ


2008.03.25

ປັຈຈຸບັນນີ້ ກັມມະກອນ ວຽດນາມ ກໍາລັງ ຫລັ່ງໄຫລ ເຂົ້າມາຮັບຈ້າງ ທົ່ວ ສປປ ລາວ, ອັນເປັນ ສາເຫດ ສຳຄັນ ສ່ວນນຶ່ງ ທີ່ເຮັດໃຫ້ ມີ ເຊື້ອໂຣຄເອດສ໌ ຣະບາດຫລາຍຂື້ນ ໃນ ລາວ.

ສະຖານະກາຣ ໂຣຄເອດສ໌ ໃນເມືອງລາວ ປັຈຈຸບັນ ຖືວ່າ ທະວີ ຄວາມຮຸນແຮງຂື້ນ ຕາມກາຣ ໝູນວຽນ ແຮງງານ ທັງຊາວລາວ ແລະ ຊາວຕ່າງຊາຕ, ໂດຽສະເພາະແລ້ວ ແມ່ນ ຂະບວນ ແຮງງານ ຊາວວຽດນາມ ທີ່ມີຢູ່ ທົ່ວປະເທດ, ດັ່ງທີ່ ອົງກອນ ຕ້ານເອດສ໌, ມູລນິທິ ສຸພະນິມິຕ ທ່ານນຶ່ງ ຊີ້ແຈງວ່າ:

“ເຮົາກໍມີ ກາຣກໍ່ສ້າງ, ກໍພວກ ບັນດາ ກັມມະກອນ ກໍເຂົ້າມາ ສູ່ຕົວເມືອງ ຂອງພວກເຮົາ, ສ່ວນໜື່ງ ກໍອ້າຍ-ນ້ອງ ກັມມະກອນ ວຽດນາມ ທີ່ເຂົ້າມາຫລາຍ, ເຣື່ອງກາຣປູກ ຢາງພາຣາ ຕ່າງໆ, ເຣື່ອງອຸຕສາຫະກັມ”

ທ່ານ ເພີ່ມອີກວ່າ: ພົບວ່າ ກາຣເຄື່ອນຍ້າຍ ຄົນງານ ຊາວລາວ ຢູ່ສເມີນັ້ນ ເປັນສາເຫຕ ສຳຄັນ ອັນນຶ່ງ ທີ່ເຮັດ ໃຫ້ມີ ກາຣແພ່ຣະບາດ ເຊື້ອ HIV ເພີ່ມຂື້ນ, ໃນນັ້ນ ກໍມີ ກຸ່ມແມ່ບ້ານ ຄົນງານ ແລະ ກຸ່ມຍີງສາວ ຂາຍບໍຣິກາຣ ທີ່ຕິດເຊື້ອໂຣຄ ຫລາຍ. ຂະບວນ ແຮງງານ ວຽດນາມ ຍີ່ງເປັນ ແນວໂນ້ມ ແຜ່ຣະບາດ ເຊື້ອໂຣຄ ເຖີງ ປະຊາກອນລາວ ນຳດ້ວຍ.

ອົງກອນແພທ ບໍ່ມີພົມແດນ ທ່ານນຶ່ງ ຣາຍງານວ່າ: ສະເພາະ ປີ 2006, ເມືອງລາວ ອາຈຈະມີ ຜູ້ຕິດ ເຊື້ອໄວຣັສ HIV ທັງໝົດ ຣະຫວ່າງ 600 – 3,000 ຄົນ; ແລະ ກຸ່ມ ທີ່ມີຄວາມສ່ຽງ ຫລາຍນັ້ນ ຈະເປັນ ຈຳພວກ ຜູ້ຍິງ ບໍຣິກາຣ ໃນທຸຣະກິຈ ກາຣບັນເທີງ. ທ່ານ ຈື່ງໄດ້ເຕືອນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ປາບປາມ. ຖ້າບໍ່ດັ່ງນັ້ນ, ຍິ່ງຈະມີ ຜູ້ຕິດ ເຊື້ອໂຣຄ ເພີ່ມຂື້ນຫລາຍ ໃນ 5 ປີ ຂ້າງໜ້ານີ້ ຢ່າງແນ່ນອນ.

ສເນີໂດຍ: ຫວາດ ສີມູນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.