ຫນ່ວຍເຮືອລາຕເວນໄທ ຕາມລຳແມ່ນ້ຳ ໄດ້ ຢືດໃມ້ຖອ່ນ ທີ່ຖືກແປຮູບມາຈາກ ສປປລາວ
2008.02.01
ຫນ່ວຍເຮືອລາດຕະເວນ ເພືອ່ ຮັກສາຄວາມສງົບຣຽບຣອຍ ຕາມລຳແມ່ນ້ຳຂອງ ພ້ອມກັບເຈົ້າຫນ້າທີ່ ສຸກາກອນ ແຂວງ ຊຽງຮາຍຂອງໄທ ໄດ້ ຢືດໃມ້ຖອ່ນ ທີ່ຖືກແປຮູບ ມາຈາກ ສປປລາວ ພ້ອມທີ່ຈະສົ່ງໄປໃຫ້ ນາຍທືນໄທ ໃນອາທີດນີ້.
ລາຍງານ ຈາກແຂງຊຽງຮາຍແຈ້ງມາວ່າ ເຈົ້າຫນ້າທີ່ ຈາກຫນ່ວຍງານລາດຕະເວນ ຕາມລຳແມ່ນ້ຳຂອງ ຂອງໄທ ໄດ້ຢືດໃມ້ຖ່ອນ ທີ່ແປຮູບ ຈຳນວນ 198 ແຜ່ນ ຄາດວ່າ ເປັນຂອງຂບວນການຄ້າໃມ້ເຖືອ່ນ ເພາະ ບໍ່ມີຫນັງສື ການອະນຸຍາດນຳເຂົ້າ.
ໃນມື້ວັນທີ 30 ມົກຣາ ເຈົ້າຫນ້າທີ່ ຈາກຫນ່ວຍງານ ຮັກສາຄວາມສງົບ ພ້ອມກັບເຈົ້າຫນ້າທີ່ ສຸກາກອນ ຫລັງຈາກ ໄດ້ສືບຮູ້ວ່າຈະມີ ການລຳລຽງໃມ້ເຖືອ່ນ ລາຍໃຫຍ່ຈາກ ສປປລາວ ມາຝັ່ງໄທ ຈື່ງພາກັນສກັດກັ້ນ ໃນເຂດເມືອງຊຽງຂອງ ບໍຣິເວນ ບ້ານຫົວວຽງ ກໍ່ເລີຍພົບເຮືອເປົ້າຫມາຍ 3 ລຳ ກຳລັງທີ່ຈະຜ່ານມາ ໃນຄວາມມືດ ເພາະສພາບຫມອກ ທີ່ປົກຫຸ້ມໃນແມ່ນ້ຳຂອງ.
ໃນຂນະທີ່ເຈົ້າຫນ້າທີ່ ຈະທຳການກວດສອບ ນັກໂຈຣະກຳ ກໍໂດດຂື້ນເຮືອໃວ ຫລົບຫນີໄປໄດ້ ຈາກການກວດສອບ ເຮືອລຳດັ່ງກ່າວ ເຈົ້າຫນ້າທີ່ ກໍ່ພົບໃມ້ຖອ່ນ ທີ່ຖືກແປຮູບປະມານ 198 ແຜ່ນ ມູນຄ່າປະມານ ແສນກວ່າບາດ ພ້ອມແລ້ວ ທີ່ຈະນຳສົ່ງໃຫ້ນັກທຸຣະກິດໄທ ທີ່ຈະມາໃຊ້ໃນການສ້າງສາ ແນວໃດ ແນວນື່ງ ເພາະໄດ້ແປຮູບແບບ ເປັນທີ່ຣຽບຣອຍ ເຈົ້າຫນ້າທີ່ຈື່ງ ນຳສີ່ງຂອງດັ່ງກ່າວ ໃວ້ເປັນຫລັກຖານ ໃນການສືບສວນຕໍ່ໄປ.
ເຈົ້າຫນ້າທີ່ບອກວ່າ ໃນຣະຍະນີ້ ມີການລັກລອບໃມ້ເຖືອ່ນ ຈາກລາວ ເຂົ້າມາໃນຂົງເຂດນີ້ ຕຣອດ ຊື່ງເຈົ້າຫນ້າທ ກຳລັງຈັບຕາເບີ່ງ ເປັນພິເສດ ນາຍທືນສ່ວນໃຫຍ່ ຈະເປັນຄົນໄທ ທີ່ໄດ້ສັ່ງໃມ້ຈຳນວນດ່ັງກ່າວ.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ລາວ ແລະ ໄທ ຈະສ້າງຕລາດຊາຍແດນ ຢູ່ທາງຝັ່ງລາວ
- ມີການປູກຢາງ ຢາງພາລາ ແລະ ໄມ້ເກສນາ ຢ່າງກ້ວາງຂວາງ ໃນ ແຂວງວຽງຈັນ
- ທາງກາຣ ສປປລາວ ມີໂຄງກາຣ ທີ່ຈະກໍ່ສ້າງ ຫໍພິພິທພັນ ແຫ່ງຊາຕໃໝ່
- ນັກວິຊາກາຣໄທຽ ວ່າຊາວລາວ ບໍ່ນິຍົມໄປຫລິ້ນກາຣພະນັນ ຢູ່ “ກາຊີໂນ” ແຕ່ມັກຈະຫລີ້ນໄພ້ ຊື້ຫວຍ ແລະເບີຣ໌ ເປັນສ່ວນໃຫຍ່
- ແຂວງວຽງຈັນ ມີຜູ້ມາລົງທຶນ ໂຄງການກໍ່ສ້າງເຂື່ອນ ຫລາຍທີ່ສຸດ ແລະ ເຊື່ອໝັ້ນວ່າ ຈະສ້າງຣາຍໄດ້ ໃຫ້ກັບປະຊາຊົນ ແລະ ແຂວງ ຢ່າງຫລວງຫລາຍ
- ໂຄງການ ນາຮິໂກະ ກໍາລັງລໍຖ້າ ທຶນພັທນາ ເພື່ອໂຄສນາ ການເຝົ້າຣະວັງ ໂຣກໄຂ້ຫວັດນົກ ທີ່ແຜ່ຣະບາດ ໃນມະນຸດ ແລະ ຝູງສັດປີກ
- ການສ້າງ ສູນວັດແທກ ແຜ່ນດິນໃຫວ ໃນແຂວງຫລວງພະບາງ ແລະ ແຂວງບໍຣິຄຳໄຊ ຂອງລາວ
- ອົງການທ່ອງທ່ຽວ ແຫ່ງຊາດລາວ ຈັດເທສະການ ສະແດງຊ້າງພື້ນເມືອງ ຂື້ນເປັນຄັ້ງ ທີ ສອງ ຢູ່ທີ່ເມືອງປາກລາຍ ແຂວງໄຊຍະບຸຣີ
- ບໍຣິສັທສິງຄະໂປ ເຂົ້າມາລົງທຶນ ສົ່ງເສີມປູກຕົ້ນ ຢາສູບ ຢູ່ ແຂວງຫລວງພຣະບາງ
- ກາຣຂຍາຍປັບປຸງ ເສັ້ນທາງໝາຍເລຂ R3a ທາງພາຄເໜືອ ຂອງລາວເກືອບຈະສຳເລັດ