ແຂວງຊຽງຂວາງ ມີນະໂຍບາຍ ດຶງດູດ ນັກລົງທຶນ ຂແນງລ້ຽງສັດ ໂດຍບໍ່ເກັບ ພາສີອາກອນ ເພື່ອກະຈາຍຣາຍໄດ້ ໃຫ້ປະຊາຊົນ ຢ່າງທົ່ວເຖິງກັນ


2008.01.29

Tree2a.jpg
ຣັຖບານ ຕ້ອງການ ໃຫ້ນັກລົງທຶນ ມາລົງທຶນ ທາງດ້ານ ການກະເສດ ປູກຝັງ ແລະ ລ້ຽງສັດ ນີ້ແມ່ນ ພາບຖ່າຍ ຕົ້ນຢ່າງພາລາ ທີ່ນັກລົງທຶນ ຊາວ ວຽດນາມ ໄດ້ທຸ່ມເທ ລົງທຶນປູກ ທີ່ ແຂວງ ບໍຣິຄຳໄຊ. ພາບຖ່າຍ ໃນ ວັນທີ 24 ເດືອນ ພຶສະຈິກາ ປີ 2007. Photo by AFP

ໃນປີ 2008 ນີ້, ແຂວງຊຽງຂວາງ ມີນະໂຍບາຍ ສົ່ງເສີມ ການລົງທຶນ ໂດຍບໍ່ເກັບພາສີອາກອນ ເພື່ອດຶງດູດ ນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ເຂົ້າໄປລົງທຶນຫລາຍຂຶ້ນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຈາກຫ້ອງການ ອຸດສາຫະກັມ ແລະ ການຄ້າ ແຂວງຊຽງຂວາງ ໃນມື້ວັນຈັນນີ້.

(ສຽງ) “ອໍານາດ ການປົກຄອງ ແຂວງຊຽງຂວາງ ກໍຍັງພະຍາຍາມ ດຶງດູດ ເອົານັກລົງທຶນຢູ່ ທີ່ວ່າ ຈະສາມາດ ເອົານັກລົງທຶນ ຢູ່ຕ່າງປະເທດ ທີ່ສົນໃຈ ຢາກມາລົງທຶນ ຢູ່ແຂວງຊຽງຂວາງ ຕາມທ່າແຮງ ທີ່ແຂວງນີ້.”

ທາງຫ້ອງການ ອຸດສາຫະກັມ ການຄ້າ ພະຍາຍາມສນັບສູນ ໃຫ້ນົກລົງທຶນ ເຂົ້າໄປ ລົງທຶນ ດ້ານອຸດສາຫະກັມ ການກະເສດ, ໂດຍສະເພາະ ແມ່ນ ລ້ຽງສັດ ແລະ ປູກໝາກໄມ້ ໃຫ້ຜົນ. ປັດຈຸບັນ ກໍເຣີ້ມມີນັກລົງທຶນ ເຂົ້າໄປ ໃຫ້ຄວາມສົນໃຈ, ສນັ້ນ ທາງຫ້ອງການ ຈຶ່ງພະຍາຍາມ ຊັກຊວນນັກລົງທຶນ ເຂົ້າໄປລົງທຶນ ເພີ້ມຂຶ້ນຕື່ມ ໃນປີ 2008, ເພື່ອກະຕຸ້ນຣາຍໄດ້ ໃຫ້ກັບປະຊາຊົນຫລາຍຂຶ້ນ. ໃນຄວາມພະຍາຍາມ ດັ່ງກ່າວ, ທາງຫ້ອງການ ໄດ້ສນອງນະໂຍບາຍ ໃຫ້ສິດທິພິເສດ ແກ່ລົງທຶນ ທີ່ສົນໃຈ, ຊຶ່ງຮວມເຖິງ ການຍົກເວັ້ນ ອາກອນບາງຣາຍການໃຫ້ ອີກດ້ວຍ:

(ສຽງ) “ໃຫ້ສິດພິເສດ 5 ປີ ທໍາອິດ, ຊຶ່ງຣັຖບານ ຈະບໍ່ເກັບຫຍັງ, ບໍ່ເກັບອາກອນກໍາໄລນໍາ. ປີ 2008 ກໍມີແລ້ວ ນະໂຍບາຍດຶງດູດ, ແລະ ກໍບໍ່ຮູ້ວ່າ ນັກລົງທຶນເຮົາ ເພິ່ນຈະສົນໃຈແນວໃດ ບໍ່ເນາະ.”

ເຖິງຢ່າງໃດ ກໍດີ, ໃນລະຍະຜ່ານມາ ພົບວ່າ ມີນົກລົງທຶນ ຫລາຍລາຍ ເປັນຕົ້ນແມ່ນ ຈີນ, ວຽດນາມ ທີ່ສົນໃຈ ແລ້ວເຂົ້າໄປລົງທຶນ ດ້ານການປູກໝາກເຍົາ, ໝາກສາລີ, ເຂົ້າ, ຢາງພາລາ, ປູກຫຍ້າ ເພື່ອໃຊ້ເປັນ ອາຫານສັດ ກິນເນື້ອ ສໍາຣັບສົ່ງອອກ ແລະ ເປັນການສນັບສນູນ ໃຫ້ປະຊາຊົນ ໃນແຂວງ ອີກທາງນຶ່ງ ເຊັ່ນດຽວກັນ.

ແລະ ໃນປີ 2008, ຫ້ອງການ ດັ່ງກ່າວ ກໍຄາດຫວັງວ່າ ຈະມີນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ໄປລົງທຶນ ເພີ້ມຂຶ້ນ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.