ໂຄງການ ນາຮິໂກະ ກໍາລັງລໍຖ້າ ທຶນພັທນາ ເພື່ອໂຄສນາ ການເຝົ້າຣະວັງ ໂຣກໄຂ້ຫວັດນົກ ທີ່ແຜ່ຣະບາດ ໃນມະນຸດ ແລະ ຝູງສັດປີກ


2008.01.31

ໂຄງການ ນະຮີໂກະ (Nahiko), ຊຶ່ງເປັນໂຄງການ ໃຫ້ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບ ໄຂ້ຫວັດນົກ ຍັງສືບຕໍ່ໄປ ໃນປີ 2008 ນີ້, ພາຍຫລັງ ທີ່ມີແນວໂນ້ມວ່າ ຈະຢຸດສງັກໄປ ເພາະ ຂາດງົປມານ, ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຂັ້ນສູງ ຈາກຫ້ອງການລ້ຽງສັດ ນະຄອນຫລວງວຽງຈັນ ໃນມື້ວັນພຸດນີ້.

ມີຕໍ່ເນື່ອງທຸກປີ, ສ່ວນຫລາຍ ເປັນ ວຽກໂຄສນາ ນາຮີໂກະ ໂຄສນາ ສຸຂສຶກສາ ທັງໃນຄົນ ແລະ ຝູງສັດ, ມີທິມງານ ສະເພາະກິດ ລົງໄປ ເຄື່ອນທີ່ເລີຍ.

(ສຽງ) “ກໍາລັງ ຖ້າງົປມານ ປີ 2008 ທີ່ອອກ, ເຮົາຈະຕ້ອງໄດ້ເປີດ ກອງປະຊຸມກ່ອນ, ແລ້ວກໍແບ່ງ ງົປມານ ຂອງ ແຕ່ລະແຂວງ ແລ້ວກໍຕ້ອງ ໄດ້ລົງຈັດຕັ້ງປະຕິບັດ, ກໍຮ່ວມມື ອົງການຈັດຕັ້ງສາກົນ ຂອງຍີ່ປຸ່ນ ແລະ ຜ່ານ ອົງການກະເສດ ແລະ ອາຫານໂລກ ຫລື FAO.”

ອົງການ ນາຮີໂກະ ເປັນອົງການ ທີ່ນໍາສເນີ ຂໍ້ມູນຂ່າວສານ ການຣະບາດ ຂອງເຊື້ອໄຂ້ຫວັດນົກ, ຮວມໄປເຖິງ ຂ່າວສານ ການແຜ່ຣະບາດ ຂອງເຊື້ອ H5N1 ແລະ ມີການຕິດຕັ້ງສູນໂທຣະສັບ ແຈ້ງໂຣກດັ່ງກ່າວ ຫລື Hot Line, ເພື່ອອໍານວຍ ຄວາມສະດວກ ໃນກໍຣະນີ ພົບການຣະບາດ ຂອງເຊື້ອໂຣກ ໃນພື້ນທີ່ຕ່າງໆ ທົ່ວປະເທດ ແລະ ມີການຈັດ ເຈົ້າໜ້າທີ່ ສະເພາະກິດ ກຽມພ້ອມ ອອກປະຕິບັດການ.

ສໍາຣັບ ໂຄງການ ໃນປີ 2008 ຂອງອົງການ ນາຮີໂກະນັ້ນ, ຍັງຢູ່ໃນຂັ້ນຕອນ ການປະຊຸມ ຂອງບັນດາ ເຈົ້າໜ້າທີ່ ແລະ ຈັດຫາງົປມານ ຈາກອົງການ ທີ່ໃຫ້ການສນັບສນູນ ເປັນປະຈໍາທຸກໆປີ, ຊຶ່ງຄາດວ່າ ຈະໄດ້ສືບຕໍ່ ດໍາເນີນງານຕໍ່ໄປ ໃນຕົ້ນເດືອນກຸມພານີ້.

(ສຽງ) “ມີຕໍ່ເນື່ອງທຸກປີ, ສ່ວນຫລາຍ ເປັນວຽກໂຄສນາ ນາຮີໂກະ ໂຄສນາ ສຸຂສຶກສາ ທັງໃນຄົນ ແລະ ຝູງສັດ, ມີທິມງານ ສະເພາະກິດ ລົງໄປເຄື່ອນທີ່ເລີຍ.”

ການສືບຕໍ່ ໂຄງການ ນາຮີໂກະ ກໍເພື່ອ ກວດກາ ແລະ ເຝົ້າຣະວັງ ການແຜ່ຣະບາດ ຂອງເຊື້ອໂຣກ ໄຂ້ຫວັດນົກ ທົ່ວປະເທດ, ພາຍຫລັງ ທີ່ມີການຣະບາດ ຢ່າງໜັກ ໃນຫລາຍໆແຂວງ ທົ່ວປະເທດ ໃນປີ 2007. ດັ່ງນັ້ນ, ຈຶ່ງຕ້ອງມີການກວດກາ ຫາເຊື້ອຢ່າງໃກ້ຊິດ ເພື່ອກໍາຈັດ ແຫລ່ງທີ່ມາ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.