ລາວ ແລະວຽດນາມ ຕົກລົງກັນ ຈະປັກຫລັກເຂດ ໝາຍຊາຍແດນ ລະຫ່ວາງ ກັນຈຳນວນ 59 ຫັລກສຳລັບປີ 2008 ນີ້, ຕາມລາຍງານ ຂອງອົງການ ຂ່າວ ຊິນຫົວຂອງຈີນ ແລະລາຍງານຂ່າວ ຍານດັນຂອງວຽດນາມ.
ລາຍງານວ່າ ການຕົກລົງໄດ້ມີຂື້ນ ຢູ່ທີ່ກອງປະຊຸມ ຊຶ່ງເລີ້ມຕົ້ນແຕ່ວັນທີ 14-17 ກຸມພາ, ຢູ່ທີ່ນະຄອນຫລວງ ວຽງຈັນ ແລະຫາກໍສີ້ນສຸດລົງ ເມື່ອວັນອາທິດນີ້.
ສອງຝ່າຍໄດ້ຕົກລົງກັນ ໃນແຜນການລະອຽດ ກ່ຽວກັບການປັບປຸງ ລະບົບຫລັກໝາຍ ເຂດຊາຍແດນ ລະຫ່ວາງສອງປະເທດ ທັງໝົດ 826 ຫລັກໝາຍ. ນອກນັ້ນຍັງຕົກລົງກັນ ເຣຶ້ອງການປະເມີນ ງົປະມານ ລາຍຈ່າຍ ທີ່ຈະໄຊ້ເຂົ້າໃນໂຄງການ ປັກຫລັກເຂດໝາຍຊາຍແດນ ສຳລັບປີ 2008 ຊຶ່ງສອງຝ່າຍ ຕ້ອງລາຍງານ ໃຫ້ຣັຖະບານ ຂອງສອງຝ່າຍຊາບນຳ.
ລາວ ແລະວຽດນາມ ມີເຂດຊາຍແດນ ຕິດຕໍ່ກັນແຕ່ເໜືອຕຣອດໄຕ້ ທັງໝົດປະມານ 2100 km ໂດຍມາກຖືກຂັ້ນໂດຍ ສາຍພູແດນແກວ ໄດ້ເລີ້ມການປັກຫລັກ ເຂດໝາຍຊາຍແດນ ມາໄດ້ຫລາຍປີແລ້ວ.
ເຂົ້າຮ່ວມກອງປະຊຸມກໍມີ ຫົວໜ້າຄະນະຜູ້ແທນ ຝ່າຍລາວ ໄດ້ແກ່ທ່ານ ພູເຂົາ ພົມະວົງສາ ຫົວໜ້າ ຄະນະກັມະການ ເຂດຊາຍແດນ ແຫ່ງຊາດ ປະຈຳກະຊວງການ ຕ່າງປະເທດ. ຝ່າຍວຽດນາມ ໄດ້ແກ່ທ່ານ Nguyen Hong Thao ຮອງປະທານ ກັມະການ ເຂດຊາຍແດນ ປະຈຳ ກະຊວງການຕ່າງປະເທດ ວຽດນາມ.
ສົມເນ ຣາຍງານ
