ໂຄງການສ້າງເຂື່ອນ ເຊກະໝານ-1 ຕອ້ງການຄົນງານ ຫລາຍກ່ວາ 2,000 ຄົນ


2008.01.28

ໂຄງການ ເຂື່ອນເຊ ກະໝານ-1 ຕັ້ງຢູ່ເຂດ ເມືອງຊານໄຊ ແຂວງອັຕະປື, ມູນຄ່າໃນການກໍ່ສ້າງ ປະມານ 315 ລ້ານ ໂດລາສະຫະຣັຖ ແລະ ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກ ການສ້າງເຂືອນນີ້ ກໍມີ 7 ໝູ່ບ້ານ.

ໂຄງການສ້າງເຂື່ອນ ເຊກະໝານ-1 ຂອງວຽດນາມ ໃນ ແຂວງອັຕະປື ຕ້ອງການ ຄົນງານ ທັງຊາວລາວ ແລະຊາວຕ່າງປະເທດ ຫລາຍກ່ວາ 2,000 ຄົນ.

ທ່ານ ສຸກສະໃໝ ຈັນທະມາດ ຫົວໜ້າຜະແນກ ພະລັງງານ ແລະບໍ່ແຮ່ແຂວງ ອັຕະປື ໄດ້ແຈ້ງໃຫ້ຊາບວ່າ ໂຄງການພັດທະນາ ເຂື່ອນເຊກະໝານ-1 ຂະໜາດ 290 ເມກາວັດ ໃນ ແຂວງອັຕະປື ຊຶ່ງວຽດນາມ ເປັນຜູ້ສ້າງ, ຖ້າຫາກມີ ການອານຸມັດແລ້ວ, ຈະໄຊ້ຄົນງານ ຫລາຍກ່ວາ 2,000 ຄົນ ເພື່ອຈະໃຫ້ແລ້ວ ຕາມກຳນົດ ປະມານ 4 ປີ.

(ສຽງ) "ເຂົາຕ້ອງການແຮງງານ ປະມານ 2,000 ກ່ວາຄົນ ເພາະວ່າ ປີ 2011 ຕ້ອງໃຫ້ສຳເຣັດ. ບຸຣິມະສິດ ຕ້ອງແມ່ນແຮງງານ ທ້ອງຖິ່ນ ວ່າອັນໃດແຮງງານທ້ອງຖິ່ນ ເຮັດໄດ້. ຖ້າວ່າຕົວໃດ ເປັນນາຍຊ່າງ ຕ້ອງໄດ້ເອົາມາແຕ່ນອກ ບໍ່ແມ່ນສະເພາະວຽດນາມ ແຕ່ຫລາຍປະເທດເອົາມາ ."

ໂຄງການເຂື່ອນເຊກະໝານ-1 ຕັ້ງຢູ່ເຂດເມືອງຊານໄຊ, ມູນຄ່າໃນການກໍ່ສ້າງ ປະມານ 315 ລ້ານ ໂດລາ ສະຫະຣັຖ. ຕາມນະໂຍບາຍ ການລົງທຶນດ້ານ ພະລັງງານ ໃນລາວນັ້ນ ຣັຖະບານລາວ ຈະຕ້ອງຖືຮຸ້ນ 25%.

ຫລັງຈາກ ສ້າງສຳເຣັດແລ້ວ ບໍຣິສັດເອກະຊົນ ຂອງວຽດນາມ ຈະດຳເນີນກິດຈະການ ເປັນເຈົ້າຂອງເປັນເວລາ 30 ປີ. ຄາດວ່າທາງການລາວ ຈະອານຸມັດໃຫ້ວຽດນາມ ພັດທະນາ ໂຄງການນີ້ ພາຍໃນກາງປີ 2008 ນີ້ ແຕ່ກໍຍັງມີບັນຫາອື່ນໆອີກທີ່ ທາງການລາວ ກຳລັງພິຈາຣະນາ.

(ສຽງ) "ຣັຖະບານເນື້ອແທ້ ກໍຈະອານຸມັດແຫລະ ແຕ່ວ່າ ກຳລັງພິຈາຣະນາ. ຕົ້ນຕໍແມ່ນເຣື້ອງສະພາບ ແວດລ້ອມ ເພາະວ່າ ມັນໃຫ້ຜົນກະທົບ ຕໍ່ສະພາບແວດລ້ອມ ນ້ອຍທີ່ສຸດ. ອີກອັນກໍແມ່ນເຣື້ອງການ ໂຍກຍ້າຍ ປະຊາຊົນນັ້ນ ຈັດສັນທີ່ຢູ່ໃໝ່ວ່າຊັ້ນສະ."

ທ່ານວ່າ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂືອນ ເຊກະໝານ-1 ນີ້ ກໍມີ 7 ໝູ່ບ້ານ. ການສ້າງເຂື່ອນແຫ່ງນ້ີ ກໍຄືກັນກັບເຄື່ອນແຫ່ງອື່ນໆ ທີ່ຈະຕ້ອງຕັດໄມ້ ອອກຈາກອ່າງໂຕ່ງນໍ້າ ຫລາຍແສນແມັດກ້ອນ. ທ່ານວ່າ ເວລານີ້ ກໍມີເອກະຊົນ ຕ່າງຊາດ ຫລາຍລາຍແລ້ວສົນໃຈ ຈັບຈອງໂຄຕາການຂຸດຄົ້ນໄມ້ ອອກຈາກບໍຣິເວນ ສ້າງເຂື່ອນດັ່ງກ່າວ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.