ແຂວງອັຕປື ມີຄວາມສ່ຽງ ຕໍ່ການແຜ່ລາມ ຂອງບັນຫາ HIV/AIDS


2008.02.01

ແຂວງອັຕປື ມີຄວາມສ່ຽງ ຕໍ່ການແຜ່ລາມ ຂອງບັນຫາ HIV/AIDS ຫລາຍຂຶ້ນ ໃນຂະນະທີ່ ໂຄງການພັທນາຕ່າງໆ ເຂົ້າໄປ ຮວມທັງການທ່ອງທ່ຽວ.

ປັດຈຸບັນ ໂຄງການພັທນາ ແລະ ຄວາມຈະເຣີນຕ່າງໆ ກໍາລັງເຂົ້າໄປຍັງ ແຂວງອັຕປື ເພື່ອຊ່ອຍໃຫ້ແຂວງດັ່ງກ່າວ ຫລຸດຜ່ອນ ຄວາມທຸກຈົນ ເທື່ອລະເລັກລະໜ້ອຍ. ໃນຂະນະດຽວກັນ, ບັນຫາທາງສັງຄົມ, ໂດຍສະເພາະ ເຊື້ອ HIV/AIDS ທີ່ອາດແຜ່ຫລາຍຂຶ້ນ ໃນແຂວງດັ່ງກ່າວ, ພ້ອມກັບຄວາມຈະເຣີນກ້າວໜ້າ ເຊັ່ນດຽວກັນ, ອີງຕາມຄໍາເວົ້າ ຂອງທ່ານ ບຸນເຕັນ ສັງສົມສັກ, ຫົວໜ້າຜແນກ ສາທາຣະນະສຸກ ແຂວງ ອັຕປື.

(ສຽງ) “ເອີ້ນວ່າ ປັດຈັຍສ່ຽງຫລາຍ ເພາະວ່າ ແຂວງພວກເຮົາ ມັນມີຫົນທາງດີແລ້ວ ແຕ່ນີ້ ໄປວຽດນາມ ແລະ ກໍການທ່ອງທ່ຽວ ກໍມາຫລາຍ ແລະ ກໍການກໍ່ສ້າງເຂື່ອນ ໄຟຟ້າ ໂຄງການຕ່າງໆ, ກັມມະກອນ ຕ່າງຊາດມາຫລາຍ, ອັນນີ້ ເປັນປັດໃຈສ່ຽງ ກ່ຽວກັບ HIV.”

ໂຄງການລົງທຶນ ສ້າງເຂື່ອນໄຟຟ້າ, ສ້າງຖນົນ ແລະ ການພັທນາ ການທ່ອງທ່ຽວ ທັງໝົດນີ້, ເຮັດໃຫ້ມີຊາວຕ່າງປະເທດ ຜ່ານໄປຜ່ານມາ, ແລະ ປັກຫລັກເຮັດວຽກ ຢູ່ທີ່ແຂວງນີ້ ເປັນຈໍານວນຫລວງຫລາຍ. ນອກຈາກນັ້ນ ກໍມີຮ້ານບັນເທີງ ກິນດື່ມ ຕາມແຄັ້ມ ຄົນງານຕ່າງໆ, ຊຶ່ງມີທັງ ສາວລາວ ແລະ ສາວວຽດນາມ ມາຄອຍແອບແຝງ ຂາຍບໍຣິການຕລອດ, ຈຶ່ງເຮັດໃຫ້ສະຖານະການ ການແຜ່ລາມ ຂອງພະຍາດດັ່ງກ່າວ ໃນແຂວງນີ້ ອາດເກີດຂຶ້ນ ຢ່າງກ້ວາງຂວາງ ກໍເປັນໄດ້; ເນື່ອງຈາກວ່າ ຣະດັບຄວາມຮັບຮູ້ ແລະ ການສຶກສາ ໃນແຂວງນີ້ ຍັງຕໍ່າຢູ່. ສະນັ້ນ, ທາງການ ຈຶ່ງຕ້ອງຮີບເລັ່ງ ລົງສຸຂະສຶກສາ ແກ່ກຸ່ມເປົ້າໝາຍ.

(ສຽງ) “ຖ້າວ່າ ໂຄງການໄດ້ດໍາເນີນ ຢູ່ນັ້ນ ພວກເຮົາ ກໍໄດ້ລົງໄປກັບໂຄງການນັ້ນ ໄປໃຫ້ຄວາມຮູ້ ແກ່ກັມມະກອນ ກັບທີ່ເລີຍ. ສໍາຣັບ ໃນເຂດ ທີ່ບໍ່ຫ່າງໄກປານໃດ ຂະເຈົ້າ ຮູ້ວິທີປ້ອງກັນ ຂອງຂະເຈົ້າເອງ, ແຕ່ຢູ່ຫ່າງໄກ ຍັງມີບັນຫາຢູ່ ເພາະວ່າ ຂະເຈົ້າ ບໍ່ເຂົ້າໃຈວ່າ ໂຣກເອດສ໌ ນີ້ ແມ່ນຫຍັງ ເປັນພະຍາດ ແນວໃດ.”

ຕາມໂຕເລກ ຫລ້າສຸດ ນັບແຕ່ປີ 2003 ມາຈົນເຖິງປັດຈຸບັນນີ້, ແຂວງອັຕປື ສາມາດກວດພົບ ຜູ້ຕິດເຊື້ອ HIV/AIDS ພຽງແຕ່ 8 ກໍຣະນີ ກໍຕາມ, ແຕ່ໃນເວລານີ້ ອົງການຈັດຕັ້ງສາກົນຕ່າງໆ ກໍເຣີ້ມເຫັນຄວາມສ່ຽງ ຂອງບັນຫາດັ່ງກ່າວ ໃນແຂວງອັຕປື ແລະ ກໍາລັງທະຍອຍ ໃຫ້ການຊ່ອຍເຫລືອ ເພື່ອຄວບຄຸມ ການແຜ່ລາມ ຂອງ HIV/AIDS ໃຫ້ມີປະສິດທິພາບ ຫລາຍສູງຂຶ້ນ.

ຈະເຣີນສຸກ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.