ໃນຊ່ວງຣະດູແລ້ງ ຖືເປັນໄລຍະທີ່ມີຄວາມຊ່ຽງສູງ ໃນການເກີດໄຟໃໝ້ລາມປ່າໄມ້ ເພາະປະຊາຊົນ ຈະຈູດໄຟເຜົາໄຮ່ຂອງຕົນ ເພື່ອປັບສະພາບທີ່ດີນ ໃຫ້ເໝາະສົມ ສໍາລັບການປູກຝັງຄັ້ງໃໝ່. ດັ່ງນັ້ນ ພາກສ່ວນທາງການ ທີ່ກ່ຽວຂ້ອງ ຈຶ່ງຕ້ອງລົງກວດກາ-ແລະ ໃຫ້ຄວາມຮູ້ ແກ່ປະຊາຊົນ ເພື່ອເປັນການປ້ອງກັນ. ເຈົ້າໜ້າທີ່ຂະແໜງ ການປ່າໄມ້ ແຂວງບໍ່ແກ້ວ ກ່າວກ່ຽວກັບເລື່ອງນີ້ ໃນຕອນນຶ່ງວ່າ:
(ສຽງ) "ເຂດໃດແມ່ນມີການຖາງປ່າ ຫລາຍຊິເນາະ ແມ່ນພະນັກງານໃທ ເຮົາເຂົ້າໄປ ລະກະເຕືອນ ຂະເຈົ້າໄວ້ກ່ອນ-ໃຫ້ສະຕິຂະເຈົ້າກ່ອນ ເອົາທາງດ້ານຣະບຽບ ແລະກົດໝາຍໄປເວົ້າວ່າ ຜົນກະທົບ ຈາກການຈູດປ່າຊະຊາຍ ມັນຈະມີຜົນແບບໃດ ແລະໃນແງ່ຂອງກົດໝາຍ ມັນຈະມີໂທດ ທາງການປັບໃໝ ແລະທາງອາຍາແບບໃດ. ."
ແຂວງບໍ່ແກ້ວ ມີພື້ນທີ່ປູກໝາກສາລີລ້ຽງສັດ ຢ່າງຫລວງຫລາຍ ແລະກ່ອນຈະເຖີງຣະດູປູກພືດ ດັ່ງກ່າວໃນທ້າຍປີນັ້ນ ຊາວກະສິກອນ ຕ້ອງໄດ້ປັບສະພາບດິນ ດ້ວຍການຈູດໄຟເຜົາ ຕົ້ນສາລີແຫ້ງໃນໄຮ່ຖີ້ມ ແລະໃນສະພາບ ອາກາດທີ່ແຫ້ງ-ໃນຊ້ວງໜ້າໜາວ- ຕໍ່ໃສ່ໜ້າແລ້ງນັ້ນ ເປັນສີ່ງທີ່ກໍ່ໃຫ້ເກີດໄຟໃໝ້-ລຸກລາມ ໄປຮອດພື້ນທີ່ ປ່າສະຫງວນນໍ້າຄານ-ນໍ້າງາ ໄດ້ງ່າຍ.
ແຕ່ໃນການລົງກວດກາ-ໃຫ້ຄວາມຮຸ້ແກ່ຊາວບ້ານ ກໍມັກມີບັນຫາແດ່ ເລັກນ້ອຍ. ດັ່ງເຈົ້າໜ້າທີ່ລາວ ກ່າວກ່ຽວກັບເລື່ອງນີ້ວ່າ:
(ສຽງ) "ໂຕນີ້ກໍມີຄວາມຫຍູ້ງຍາກ ຢູ່ເພາະວ່າ ການປະຕິບັດ ຣະບຽບກົດໝາຍຂອງເຮົາ ບາງເຂດຍັງບໍ່ທັນໄດ້ ຢ່າງເຂັ້ມງວດ ເພາະວ່າ ມັນເປັນບ້ານຊົນເຜົ່າ ຖ້າເຮົາຈະເວົ້າເລື່ອງ ຣະບຽບຫລັກການຫລາຍ ມັນຂາດດ້ານ ນະໂຍບາຍມັນກໍມີສ່ວນຢູ່ແຕ່ ໂດຍລວມແລ້ວ ກໍຖືວ່າການປະຕິບັດຍັງໄດ້ດີຢູ່ ."
ເຂດ ຊຶ່ງທາງຜະແນກກະສິກໍາແຂວງບໍ່ແກ້ວ ໄດ້ຈັດຕັ້ງພະນັກງານວິຊາການປ່າໄມ້ ລົງໄປຊີ້ນໍາ-ໃຫ້ຄວາມຮູ້ແກ່ປະຊາຊົນ ກໍມີ5ເມືອງດ້ວຍກັນ ຄື ຫ້ວຍຊາຍ ຕົ້ນເຜີ້ງ ຜາອຸດົມແລະເມືອງປາກທາ ຊຶ່ງທາງການກໍຄາດວ່າຈະຊ່ວຍ ປ້ອງກັນ ການເກີດໄຟໃໝ້ ລາມໄດ້ ຕະລອດຊ່ວງ ຣະດູການຜະລິດຜົນນີ້.
ມະນີຈັນ ຣາຍງານ
